ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ

07:46 | 11/10/2022

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ພັກ, ລັດຍາມໃດກໍ່ຖືເປັນສຳຄັນ ແລະ ຖືການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວິວັດການຫັນປະເທດຊາດເປັນເປັນອຸດສາຫະກຳ, ທັນສະໄໝ

ຫວຽດນາມ ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຈາກສາກົນຍ້ອນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ຫວຽດນາມ ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຈາກສາກົນຍ້ອນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ
ຊະນະ U.17 ໄທ 3-0, ທີມຊາດຫວຽດນາມ ເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະອາຊີ ຊະນະ U.17 ໄທ 3-0, ທີມຊາດຫວຽດນາມ ເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະອາຊີ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: baochinhphu.vn)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: baochinhphu.vn)

ຕອນເຊົ້າວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນຫັນເປັນດີຈີຕອນແຫ່ງຊາດເຊິ່ງໄຂຂຶ້ນຢູ່ຮ່າໂນ້ຍ. ວັນຫັນເປັນດີຈີຕອນແຫ່ງຊາດ (10 ຕຸລາ) ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງ ດີຈີຕອນ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ພັກ, ລັດຍາມໃດກໍ່ຖືເປັນສຳຄັນ ແລະ ຖືການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວິວັດການຫັນປະເທດຊາດເປັນເປັນອຸດສາຫະກຳ, ທັນສະໄໝ. ຫັນເປັນດີຈີຕອນເພື່ອໃຫ້ປະຊາຊົນ, ວິສາຫະກິດໄດ້ຮັບຜົນປະໂຫຍດຈາກການບໍລິການສາທາລະນະ, ຜົນປະໂຫຍດທາງສັງຄົມທີ່ສະດວກກ່ວາ, ວ່ອງໄວກ່ວາ, ມີປະສິດທິຜົນກ່ວາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເນັ້ນໜັກວ່າ:

“ສຸມໃສ່ສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ຜັນຂະຫຍາຍປະສິດທິຜົນຂອງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ. ພັດທະນາຄົບຊຸດທັງທາງດ້ານລະບອບລະບຽບການ, ໂຄງລ່າງດີຈີຕອນ, ພື້ນຖານດີຈີຕອນ ແລະ ຊັບພະຍາກອນດີຈີຕອນ. ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຍົກສູງການຈັດອັນດັບຂອງ ຫວຽດນາມ ກ່ຽວກັບດ້ານລັດຖະບານເອເລັກໂຕນິກ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກຕາມມາດຕະຖານຂອງບັນດາອົງການສາກົນ. ຍົກສູງອັດຕາລະບຽບການບໍລິຫານທີ່ແກ້ໄຂອອນລາຍ. ເພີ່ມທະວີຄຸນນະພາບການສະໜອງບໍລິການສາທາລະນະອອນລາຍ, ຍົກສູງລະດັບຄວາມເພິ່ງພໍໃຈຂອງປະຊາຊົນ.”

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.