ເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕ

20:00 | 30/09/2022

ຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ III ຄາດວ່າເພີ່ມຂຶ້ນ 13,67%; ໄລ່ລວມ 9 ເດືອນເພີ່ມຂຶ້ນ 8,83% - ເຊິ່ງແມ່ນລະດັບສູງສຸດໄລຍະ 2011 – 2022.

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ເກຍ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ສະ​ໂລ​ວາ​ເກຍ
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ
ພາບປະກອບ
ພາບປະກອບ

ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິ ເສດຖະກິດ - ສັງຄົມ ໄຕມາດ III ແລະ 9 ເດືອນ ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ III ຄາດວ່າເພີ່ມຂຶ້ນ 13,67%; ໄລ່ລວມ 9 ເດືອນເພີ່ມຂຶ້ນ 8,83% - ເຊິ່ງແມ່ນລະດັບສູງສຸດໄລຍະ 2011 – 2022. ໃນຂົງເຂດການບໍລິການເພີ່ມຂຶ້ນຫຼາຍສຸດດ້ວຍ 10,6%, ປະກອບສ່ວນກ່ວາ 54%. ທ່ານນາງ ຫງວຽນທູແອັງ - ຫົວໜ້າກົມສະຖິຕິລາຄາ, ກົມໃຫຍ່ສະຖິຕິ ຢັ້ງຢືນວ່າ: “ຫວຽດນາມ ຍັງສືບຕໍ່ນອນໃນກຸ່ມມີລະດັບເງິນເຟີ້ຕ່ຳ ແລະ ຕ່ຳກ່ວາຄາດໝາຍສະພາແຫ່ງຊາດວາງອອກ. ນີ້ແມ່ນຜົນງານຂອງ ຫວຽດນາມ ໃນການຄວບຄຸມໄພເງິນເຟີ້, ຊ່ວຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ”.

ຍອດເງິນລົງທຶນຕ່າງປະເທດຈົດທະບຽນຢູ່ ຫວຽດນາມ ໄລ່ຮອດວັນທີ 20 ກັນຍາ ບັນລຸເກືອບ 19 ຕື້ USD, ເງິນລົງທຶນໂດຍກົງຈາກຕ່າງປະເທດ ຢູ່ຫວຽດນາມ ຄາດວ່າບັນລຸເກືອບ 15,5 ຕື້ USD - ເຊິ່ງເປັນລະດັບສູງສຸດຂອງໄລຍະດຽວກັນໃນ 5 ປີຜ່ານມາ; ວົງເງິນສົ່ງອອກສິນຄ້າ 9 ເດືອນຄາດວ່າ ບັນລຸເກືອບ 283 ຕື້ USD, ເພີ່ມຂຶ້ນ 17,3%. ໃນ 9 ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 1,87 ລ້ານເທື່ອຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.