ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ

08:21 | 07/09/2022

ຕອນເຊົ້າວັນທີ 6 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ສິງຫາ ແລະ ໄລຍະ 8 ເດືອນຕົ້ນປີ 2022. ໃນເດືອນ ສິງຫາ ແລະ 8 ເດືອນຕົ້ນປີ 2022, ສະພາບການເສດຖະກິດ - ສັງຄົມ ສືບຕໍ່ມີສະຖຽນລະພາບ ແລະ ມີສັນຍານເປັນໜ້າຊື່ນຊົມໃນເກືອບທຸກຂົງເຂດ.

ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9 ງານ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ​ທີ່​ເປັນ​ເອ​ກະ​ລັກ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9
ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ຕໍ່ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້​ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ຕໍ່ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້​ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ
ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ)
ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ

ເສດຖະກິດມະຫາພາກເປັນປົກກະຕິ. CPI ສະເລ່ຍໃນໄລຍະ 8 ເດືອນຜ່ານມາເພີ່ມຂຶ້ນ 2,58% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຕະຫຼາດການເງິນ, ເງິນຕາເປັນປົກກະຕິໂດຍພື້ນຖານ; ການສົ່ງອອກ - ນ້ຳເຂົ້າມີຄວາມດຸ່ນດ່ຽງ; ແຫຼ່ງສະໜອງກັບຄວາມຕ້ອງການແຮງງານ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານໄດ້ຮັບປະກັນ. ຄາດວ່າການເກັບ ງົບປະມານແຫ່ງລັດບັນລຸ 12,8 ຕື້ USD ເພີ່ມຂຶ້ນ 10,5%, ເຊິ່ງເປັນຕົວເລກສູງທີ່ສຸດ ນັບແຕ່ປີ 2018 ມາຮອດປັດຈຸບັນ. ມີຫຼາຍອົງການຈັດຕັ້ງ, ນັກຊ່ຽວຊານທີ່ມີຊື່ສຽງຂອງສາກົນ ໄດ້ຕີລາຄາສູງຕໍ່ໝາກຜົນ ແລະ ແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ. ທະນາຄານໂລກ ຄາດຄະເນວ່າ ລະດັບເຕີບໂຕ GDP ຂອງ ຫວຽດນາມ ບັນລຸ 7,5% ໃນປີ 2022 ແລະ 6,7% ໃນປີ 2023.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ມີໄຫວພິບ, ໝັ້ນທ່ຽງ, ມີປະສິດທິຜົນ, ບໍລິຫານອັດຕາແລກປ່ຽນເງິນຕາ, ດອກເບ້ຍໃຫ້ເປັນປົກກະຕິ, ສິນເຊື່ອເຕີບໂຕຢ່າງເໝາະສົມ, ມຸ່ງໄປເຖິງຂົງເຂດຜະລິດດຳເນີນທຸລະກິດ; ເປັນເຈົ້າການຮັບມືກັບກໍລະນີຄາດຄະເນກ່ຽວກັບການເຕີບໂຕ, ໄພເງິນເຟີ້, ບັນດາການດຸ່ນດ່ຽງໃຫຍ່ ເພື່ອມີວິທີການຮັບມືຢ່າງທັນການ.

vovworld.vn

ເຫດການ
302 Found

Found

The document has moved here.