ຍສໝ - ແຂວງເລິມດົ່ງໄດ້ແນະນຳໄປຍັງຄະນະປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ໄອໄສຢູ່ຕ່ງາປະເທດ ນະຄອນ ໂຮ່ຈີມິນ ແລະ ປະຊາຄົມບັນດານັກລົງທຶນ, ວິສາຫະກິດ, ນັກທຸລະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເລິມດົ່ງ, ສະໜອງຂໍ້ມູນບັນດາໂຄງການທີ່ພວມຮຽກຮ້ອງການລົງທຶນ.
ຍສໝ - ພິທີເປີດຕົວຄະນະບໍລິຫານງານໄດ້ດຳເນີນທ່າມກາງບັນຍາກາດທີ່ມ່ວນຊື່ມ, ອົບອຸ່ນ ແລະ ມີຫຼາຍລາຍການສະແດງສິລະປະທີ່ພົ້ນເດັ່ນ.
ຍສໝ - ISA ໃຫ້ຮູ້ວ່າເຫດຜົນທີ່ເຮັດໃຫ້ ຫວຽດນາມລື່ນກາຍ ສ.ເກົາຫຼີ ເພື່ອກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນຫຼາຍອັນດັບທີ 2 ຕົ້ນຕໍແມ່ນຍ້ອນການເພີ່ມຂຶ້ນຂອງຈຳນວນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຝຶກງານຊາວຫວຽດນາມ ໄປຍັງບີ່ປຸ່ນໃນໄລຍະທີ່ຜ່ານມາ.
ຍສໝ - ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມຂອງປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນເວົ້າສະເພາະ.
ຍສໝ - ຕາມແຜນການແລ້ວ, ໂຮງຮຽນໄດ້ດຳເນີນໃນຮອບເວລາ 17 ອາທິດດ້ວຍ 2 ວິຊາແມ່ນພາສາຫວຽດ ແລະ ຄະນິດສາດ ໂດຍຄູອາຈານ ຄົນໜຶ່ງຮັບຜິດຊອບ. ສະມາຄົມສົ່ງເສີມການຮຽນເມືອງ ບິ່ງຟູ໊ ແລະ ບັນດາຜູ້ອຸປະຖຳ ມອບປຶ້ມ, ໜັງສື, ອຸປະກອນການຮຽນ ແລະ ຊຸດຮຽນ. ປັດຈຸບັນ, ທ້ອງຖິ່ນຍັງສືບຕໍ່ຂົນຂວາຍອຸປະກອນວັດຖຸຕ່າງໆໃຫ້ແກ່ພວກນ້ອງກັບມາໂຮງຮຽນ.
ຍສໝ - ທ່ານ ຮ່ວຽນກົງມີ ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ມອບຜ້າອັດປາກ - ດັງ 1200 ອັນໃຫ້ແກ່ການນຳ ເມືອງ Ixelles ໂດຍເປັນບ່ອນສະຖານທູດ ຫວຽດນາມ ປະຈຳ ແບນຊິກຕັ້ງສຳນັກງານ ແລະ ແມ່ນບໍລິເວນທີ່ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພ້ອມກັບນັກສຶກສາພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຫຼາຍທີ່ສຸດ.
ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ
ຍສໝ - Genetica, ບໍລິສັດແກ້ລະຫັດແຢນ ຢູ່ອາເມລິກາໂດນ ຊາວຫວຽດນາມເປັນເຈົ້າຂອງ ຫາກໍ່ໄດ້ຮັບເງິນລົງທຶນເປັນຈຳນວນ 2,5 ລ້ານ USD.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ປີ2020, ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ເຮັດໃຫ້ຫຼາຍການເຄື່ອນໄຫວໃນກອບແຜນການສະເຫຼີມສະຫຼອງ 45 ປີແຫ່ງການສ້າງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ບໍ່ໄດ້ຜັນຂະຫຍາຍຄືຕາມແຜນການ.
ຍສໝ - ເພື່ອແນໃສ່ໜູນຊ່ວຍໃຫ້ບັນດານ້ອງນ້ອຍໃນປະຊາຄົມຫວຽດນາມ ອາໄສຢູ່ອັງກິດ ທຳຄວາມລຶ້ງເຄີຍກັບບາງວີຊາຝຶກຝົນຮ່າງກາຍ, ໃນໄລຍະຜ່ານມາ, ສະມາຄົມ Nails ຫວຽດນາມ ຢູ່ UK (NVA) ໄດ້ສົມທົບກັບຜູ້ທີ່ມີທັກສະເປີດຫ້ອງສອນພື້ນຖານໂດຍບໍ່ເສຍຄ່າຜ່ານ ໂປແກຼມ zoom. ຫ້ອງຮຽນດຶງດູດໄດ້ການເຂົາຮ່ວມຂອງນັກຮຽນເປັນຈຳນວນຫຼາຍ.
ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທກ ໄດ້ເນັ້ນໜັກໜຶ່ງໃນບັນດາຈຸດສຸມໃນອາຍຸການປະຕິບັດງານຂອງທ່ານ ແມ່ນວຽກງານວົງຄະນະຍາດ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຜ່ານຜ່າໂລກລະບາດໂຄວິດ - 19, ປ່ຽນແປງຮູບແບບດຳເນີນທຸລະກິດ.
ຍສໝ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ ໄດ້ຢຶຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ແບນຊິກ ພາຍຫຼັງ 1 ປີທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.
ຍສໝ - ປີຜ່ານມາ, ຍ້ອນການຜັນແປຢ່າງສັບສົນຈາກໂລກລະບາດໂຄວິດ - 19, ຊາວຕ່າງປະເທດຫຼາຍຄົນພວມເຮັດວຽກ, ຮ່ຳຮຽນໃນບໍລິເວນແຂວງບໍ່ສາມາດກັບຄືນບ້ານເກີດເມືອງນອນ.
ຍສໝ - ເນື່ອງໃນໂອກາດບຸນເຕັດປະຈຳຊາດຫວຽດນາມ, ທ່ານ Jan Blatny ລັດຖະມົນຕີກະຊວງສາທາລະນະສຸກເຊັກໂກ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ ແລະ ອວຍພອນປີໃໝ່ດ້ວຍ 2 ພາສາ ເຊັກໂກ ແລະ ຫວຽດນາມ ໄປຍັງປະຊາຄົມຊາວຫວຽດນາມ.
ຍສໝ - ການພົບປະໄດ້ມອບຂອງຂວັນໃຫ້ແກ່ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດເຈັບປວດ, ຜູ້ວາງງານ ແລະ ລາຍການຈົກສະລາດດ້ວຍຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງ.
ຍສໝ - ທຸກປີ, ໃນໂອກາດບຸນເຕັດປະຈຳຊາດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ ພັດອ່າວຍໜ້າເມືອຫາກັບຄືນບ້ານເກີດເມືອງນອນ, ປະເທດຊາດ, ເຕົ້າໂຮມກັບຄອບຄົວ. ແຕ່ລະດູບານໃໝ່ປີສະຫຼຸ 2021 ປີນີ້ ຕ່າງກັບບັນດາລະດູບານໃໝ່ກ່ອນ, ຍ້ອນໂລກລະບາດໂຄວິດ - 19. ແຕ່ວ່າ ຢູ່ໃສກໍ່ຕາມ, ໃນສະພາບການໃດ, ພໍ່ແມ່ປະຊາຊົນຍາມໃດກໍ່ສະຫງວຽນນ້ຳໃຈຄວາມຮັກແພງ, ຝາກຟັງຄວາມພາວະນາອັນດີງາມທີ່ສຸດ ໄປຍັງບ້ານເກີດເມືອງນອນ, ໂດຍແມ່ນສະຖານທີ່ຂອງຜູ້ຄົນທີ່ຮັກແພງ…
ຍສໝ - ອາທິດຜ່ານມາ, ຄະນະຜູ້ຕາງໜ້າ ຫວຽດນາມປະຈຳສປຊ ພ້ອມກັບກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນນິວຢອກ ໄດ້ຈັດຕັ້ງການພົບປະທາງອອນລາຍເພື່ອຕ້ອນຮັບບຸນເຕັດສະລຸ.
ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.
ຍສໝ - ສະຖານທູດຫວຽດນາມປະຈຳການາດາໄດ້ສົມທົບກັບສະມາຄົມ ການາດາ - ຫວຽດນາມ (CVS) ຈັດຕັ້ງເຫດການທາງອອນລາຍ “ບຸນເຕັດຫວຽດນາມ: ປະຊາຄົມເຂັ້ມແຂງ ແລະ ອົງອາດກ້າແກ່ນ”.