ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

14:16 | 17/06/2021

ຍ​ສ​ໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມ​ີ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ທີ່​ງາຍ​ດ່າຍ, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​, ສາ​ມາດມ້າງອອກ ແລະ ຕິດ​ຕັ້ງ​ຢ່າງ​ງ່າຍ​ດາຍ ເມື່ອ​ຕ້ອງ​ນຳ​ໃຊ້​ຢູ່​ເຂດ​ເກັບຕົວ​ຢ່າງ​ທີ່​ມີ​ຄວາມ​ສ່ຽງ​ສູງ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​​ເຄື່ອງກວດ​ເຊື້ອ​ໄວ​ຣັດ ໂຄວິດ - 19 2000 ເຄື່ອງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​​ເຄື່ອງກວດ​ເຊື້ອ​ໄວ​ຣັດ ໂຄວິດ - 19 2000 ເຄື່ອງ
ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ
ຊ​າວ​ຫວຽດ​ນາມ  ອາ​ໄສ​ຢູ່​ຕ່າງ​ປະ​ເທດແລະບັນ​ດາ​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນບັກ​ນິງແລະບັກ​ຢາງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພິ​ທີ​ມອບ​ຮັບ​ຫ້ອງ​ເກັບ​ຕົວ​ຢາງກວດ​ຫາ​ເຊື້ອ​ເຄື່ອນ​ທີ່

ວັນ​ທີ 15 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ພັນ​ຊາວ​ໜຸ່ມຫວຽດ​ນາມ (ເຮືອນ​ເລກ​ທີ 62, ຖະ​ໜົນ​ບາ​ຈ້ຽວ, ຮ່າ​ໂນ້ຍ), ບໍ​ລິ​ສັດ​ຫຸ້ນ​ສ່ວນ Biotechຫວຽດ​ນາມ, ສະ​ມາ​ຄົມເຕັກ​ໂນ​ໂລ​ຢີໜູນຊ່ວຍຫວຽດ​ນາມ (VASI) ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ປະສານງານ​ກັບ ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ALOV) ໄດ້​ມອບຫ້ອງ​ເກັບຕົວ​ຢ່າງກວດ​ຫາ​ເຊື້ອ​ເຄື່ອນ​ທີ່ FFC ໃຫ້​ແກ່​ສອງ​ ແຂວງບັກ​ຢາງ ແລະ ບັກ​ນິງ.

ຫ້ອງເກັບຕົວຢ່າງດັ່ງກ່າວ ມ​ີ​ຂັ້ນ​ຕອນ​ການ​ເຄື່ອນ​ໄຫວ​ທີ່​ງາຍ​ດ່າຍ, ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​, ສາ​ມາດມ້າງອອກ ແລະ ຕິດ​ຕັ້ງ​ຢ່າງ​ງ່າຍ​ດາຍ ເມື່ອ​ຕ້ອງ​ນຳ​ໃຊ້​ຢູ່​ເຂດ​ເກັບຕົວ​ຢ່າງ​ທີ່​ມີ​ຄວາມ​ສ່ຽງ​ສູງ.

ພາຍຫຼັງ ALOV ປຸກ​ລະ​ດົມ​ໂຄງ​ການ “ຊາວ​ຫວຽດ​ນາມອາໄສຢູ່ຕ່າງປະເທດພ້ອມ​ກັບ​ປະ​ຊາ​ຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ ຫວຽດ​ນາມ ທີ່​ເຂັ້ມ​ແຂງ - ເພີ່ມ​ກຳ​ລັງ​ແຮງ​​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສຳລັບ​ເຂດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19”ນັ້ນ, ມີ​ຊາວ​ຫວຽດ​ນາມອາໄສຢູ່ຕ່າງປະເທດຫຼາຍ​ຄົນໄດ້​ມີການເຂົ້າຮ່ວມ. ສະ​ມາ​ຄົມ​ປະສານງານ​ກັບ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ຕາງ​ໜ້າ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ຫົວ​ໜ່ວຍ​ກໍ່​ຄື​ບໍ​ລິ​ສັດ​ຫຸ້​ນ​ສ່ວນBiotechຫວຽດ​ນາມ, ສະ​ມາ​ຄົມ​ເຕັກ​ໂນ​ໂລ​ຢີ​ໜູນຊ່ວຍຫວຽດ​ນາມ (VASI) ອ​ຸ​ປະ​ຖຳ​ຫ້ອງກວດວິໄຈ​ເຄື່ອນ​ທີ່ 2 ຫ້ອງໃຫ້​ແກ່​ແຂວງ​ບັກ​ຢາງແລະບັກ​ນິງ.

ນີ້​ເປັນ​ຄັ້ງ​ທີ 3, ALOV ໄດ້​ມອບ​ຂອງ​ຂວັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ກຳ​ລັງ​ແຮງ, ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່ເຂດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ສະ​ມາ​ຄົມ​ໄດ້​ມອບ​ນ້ຳ 2.400 ຕ​ຸກ ແລະເຂົ້າ​ໜົມ 200 ຫໍ່ໃຫ້​ສູນ​ຄວບ​ຄຸມ​ພະ​ຍາດ CDC ແຂວງບັກ​ນ​ິງ​.

ສະ​ມາ​ຄົມ​ກໍ່​ໄດ້​ສົ່ງ​ຜ້າ​ອັດ​ປາກ - ດັງ 10.000 ອັນ, ຊຸດ​ເຄື່ອງນຸ່ງ​ປ້ອງ​ກັນ​ການ​ແພດ 100 ຊຸດແລະຢາ​ວິ​ຕາ​ມິນ​ເພີ່ມ​ພູມ​ຕ້ານ​ທານ 2000 ກ່ອງໃ​ຫ້​ແກ່ເດັກ​ນ້ອຍ​ຢູ່​ເຂດ​ແຍກ​ປ່ຽວຢູ່​ໂຮງ​ໝໍປອດແລະໂຮງ​ໝໍຢາພື້ນເມືອງແຂວງ​ບັກ​ຢາງ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​​ເຄື່ອງກວດ​ເຊື້ອ​ໄວ​ຣັດ ໂຄວິດ - 19 2000 ເຄື່ອງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​​ເຄື່ອງກວດ​ເຊື້ອ​ໄວ​ຣັດ ໂຄວິດ - 19 2000 ເຄື່ອງ

ຍ​ສ​ໝ - ​ຈຳ​ນວນ​ຂອງ​ຂວັນ​ດັ່ງ​ກ່າວ ໄດ້​ສົ່ງ​ໄປ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ​ ໂດຍຜ່ານກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ແຊງ​ເຈົາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຮັບ​ຜິດ​ຊອບ ເນ​ປານ.

ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຢູ່​ລາວ ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ

ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.

ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19 ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19

ຍ​ສ​ໝ - ຕາມ​ທ່ານຫຽບ​ແລ້ວ, ໜຶ່ງ​ໃນ​ບັນ​ດາ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ໂຄງ​ກາ​ນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຍູ້​ໄວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາແມ່ນຍ້ອນຂາດ​ເຂີນແຫຼ່ງ​ສະ​ໜອງວັກ​ຊິນ​ໃນ​ໂລກ​. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ວັກ​ຊິນ​ ຫວຽດ​ນາມ (VNVC) ກໍໄດ້​ສັ່ງຊື້​ວັກ​ຊິນ​ຂອງ​ບໍ​ລິ​ສັດ AstraZeneca 30 ລ້ານ​ໂດ​ສ​ໃນ​ປີ 2020, ແຕ່​ວ່າ​ແຫຼ່ງ​ສະ​ໜອງ​ຈາກ​ສັນ​ຍານີ້​ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ຖືກ​ຈຳ​ກັດຢູ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.