ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ

14:28 | 07/07/2021

ຍ​ສ​ໝ - ​ຫ້ອງ​ຮຽນ​ຫັນ​​ປ່ຽນອາ​ຊີບໃຫ້​ແກ່​ລູກຫຼາ​ນ​ຊາວ​ເຊື້ອ​ຊາດ ຫວຽດ​ນາມ ຢູ່ຫຼາຍ​ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ແຂວງ​ເຂດ​ໜອງ​ທະ​ເລ ກຳ​ປູ​ເຈຍ ໄດ້​ເປີດ​ຢູ່​ເຂດ​ກະ​ສິ​ກຳ​ປະ​ສົມ Snoul ຂອງ ບໍ​ລິ​ສັດ Thagrico, ແຂວງ​ Kratie.

ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບອຳລາ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບອຳລາ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາງ​ມິງ ມອບ​ຂອງ​ຂວັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ (ພາບ: nhandan)

​ຕາມ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລ້ວ, ບັນ​ດາ​ນ້ອງໆ​ຈະ​ໄດ້​ຮຽນ​ດ້ວຍ​ພາ​ສາ​ຂະ​ແມ, ຕາມຫຼັກ​​ສູດ​ການ​ຮຽນ​ຂອງ ກຳ​ປູ​ເຈຍ, ຜ່ານ​ນັ້ນ​ຈະ​ມີ​ໂອ​ກາດ​ປ່ຽນ​ແປງ​ຊີ​ວິດ​ຂອງ​ຕົນ. ບັນ​ດາ​ຫ​້ອງຮຽນ​ຈະ​ໄດ້​​ທຳ​ການ​ການ​ເປີດ​ຮຽນຕາມ​ລຳ​ດັບ, ​ແລະໃນ​ອາ​ທິດນີ້​ຈະ​ມີການ​ເປີດ 1 ​ຫ້ອງ​ຮຽນ​ສຳ​ລັບ​ນ້ອງໆ 82 ຄົນ.

ໃນ​ສອງ​ປີ​ມານີ້, ໄປ​ຄຽງ​ຄູ່​ກັບ​ການ​ທົດ​ລອງ​ຫັນ​ປ່ຽນ​ຮູບ​ແບບ​ບັນ​ດາ​ໂຮງ​ຮຽນ, ຫ້ອງ​ຮຽນ​ເປັນເທື່ອ​ລະ​ກ້າວ ໂດຍ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ຄຸ້ມ​ຄອງຕາມ​ການທິດ​ນຳ​ໃຊ້​ຕຳ​ລາ​​ຮຽນທົ່ວ​ໄປ​ຂອງ​ກຳ​ປູ​ເຈຍ ໃນ​ການ​ສິດ​ສອນພ້ອມ​ກັບ​ພາ​ສາ ຫວຽດ​ນາມ ​ແລ້ວ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ການ​ນຳ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ຍັງ​ໄດ້​ຕັ້ງ​ໜ້າ​ຂົນ​ຂວາຍ​ບັນ​ດາ​ຄອບ​ຄ​ົວ​ເຊື້ອ​ຊາດ ຫວຽດ​ນາມ ໃຫ້​ລູກຫຼານ​ຂອງ​ຕົນ​ໄປ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​ລັດຂອງກຳ​ປູ​ເຈຍ​ ເພື່ອ​ເຊື່ອມຕົວເຂົ້າ​ກັບ​ສັງ​ຄົມ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ໄດ້​ດີກວ່າ​ເກົ່າ. ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ​ໄດ້ມີ​ຄວາມ​ສົນ​ໃຈ​ຕໍ່​ການ​ສຶກ​ສາ​ປະ​ຊາ​ຄົມ, ຊ່ວ​ຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈ​ຍ ແລ້ວ, ປັດ​ຈຸ​ບັນ​ມີ​ນັກ​ຮຽນ​ເຊື້ອ​ຊາດ ຫວຽດ​ນາມ ປະ​ມານ 6.500 ຄົນ​ພວມ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​​ລັດ, ເພີ່ມ​ຂຶ້ນ 40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ 2 ປ​ີ​ກ່ອນ. ໃນ​ຈຳ​ນວນ 2.350 ຄົນ​ທີ່​ພວມ​ຮຽນ​ຢູ່​ໂຮງ​ຮຽນ​ໂດ​ຍ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ຄຸ້ມ​ຄອງ, ມີນັກ​ຮຽນ​ປະ​ມານ 40% ຍັງ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​​ລັດ​ຂອງ​ກຳ​ປູ​ເຈຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.