ຫັນ​ແນວ​ຄວາມຄິດ Startup ຂອງ​ປະ​ຊາ​ຄົມ​ຊາວ​ໜຸ່ມ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ

14:37 | 18/07/2021

ປະຈຸບັນຊາວຫວຽດນາມ ພວມດຳລົງຊີວິດຢູ່ທົ່ວໂລກ ໄດ້ ແລະ ພວມຜ່ານຜ່າຮົ້ວກີດຂວາງຫຼາຍຢ່າງກ່ຽວກັບກາລະເທສະ, ເງື່ອນໄຂ, ລະດັບຄວາມຮູ້ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ. ພິເສດ, ຂະບວນການ Startup ຂອງປະຊາຄົມຊາວຫວຽດນາມ ຢູ່ບັນດາປະເທດໄດ້ເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆມານີ້, ໃນນັ້ນ ມີປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ໄດ້ປະກອບສ່ວນເຂົ້າໃນການນຳເອົາພາບພົດຂອງ ຫວຽດນາມ ແຫ່ງພູມປັນຍາ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ໄປຍັງເພື່ອນມິດສາກົນ.

ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19
ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ອີງ​ໃສ່​ກຳ​ລັງ​ແຮງ​ຊະ​ນະ​ເລີດຂອງ​ປະ​ຊາ​ຊົນ ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ອີງ​ໃສ່​ກຳ​ລັງ​ແຮງ​ຊະ​ນະ​ເລີດຂອງ​ປະ​ຊາ​ຊົນ
ຫັນ​ແນວ​ຄວາມຄິດ Startup ຂອງ​ປະ​ຊາ​ຄົມ​ຊາວ​ໜຸ່ມ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ
ທ່ານນາງ ໂຮ່ທິກຽວຢ໋ຽມ (ພາບ: Coco&Lucas)

ໄລຍະທີ່ຜ່ານມາ, ປະຊາຄົມ Startup ຫວຽດນາມ ໄດ້ສ້າງຊື່ສຽງດ້ວຍຫຼາຍໆຄົນຮູ້ຈັກເຖິງນັ້ນແມ່ນ ທ່ານນາງ ໂຮ່ທິກຽວຢ໋ຽມ, ເສດຖີຍິງທີ່ສ້າງຄວາມຮັ່ງມີດ້ວຍຕົນເອງ ຊຶ່ງເປັນຜູ້ຮ່ວມສ້າງຕັ້ງ ແລະ ບໍລິຫານ ສອງບໍລິສັດ Berger Ingredient Coco ແລະ Lucas' Kitchen ຢູ່ ອົດສະຕາລີ. ພາຍຫຼັງສ້າງຕັ້ງມາເປັນເວລາ 10 ປີ, ທັງ 2 ບໍລິສັດຂອງນັກທຸລະກິດຍິງນີ້ ລ້ວນແຕ່ກາຍເປັນວິສາຫະກິດນັບສິບລ້ານ USD. ປີ 2018, Coco & Lucas' Kitchen ໄດ້ຮັບການເຊີດຊູຢູ່ພິທີມອບລາງວັນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຂະແໜງສະບຽງອາຫານ ອາຊີ. ຜົນງານຂອງ ທ່ານນາງໃນເສັ້ນທາງ Startup ໄດ້ກາຍເປັນແຫຼ່ງບັນດານໃຈອັນໃຫຍ່ຫຼວງ ສຳລັບປະຊາຄົມ Startup ຫວຽດນາມ ຢູ່ ອົດສະຕາລີ.

ໂດຍຖືກຜົນສະທ້ອນຈາກບັນດາຜົນງານຂອງຄົນລຸ້ນກ່ອນ, ໄວໜຸ່ມຢູ່ ອົດສະຕາລີ ນັບມື້ນັບສະແດງໃຫ້ເຫັນຈິດໃຈ Startup ແລະ ຄວາມໃຝ່ຝັນອັນຍິ່ງໃຫຍ່ຂອງຕົນ. ອີກດ້ານໜຶ່ງ, ບັນດາແນວຄວາມຄິດ Startup ພັດນັບມື້ນັບໄດ້ຮັບຄວາມສົນໃຈຢ່າງຍິ່ງຈາກບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ກໍ່ຄືບັນດາປະເທດປະຈຳຖິ່ນ ຊຶ່ງຊ່ວຍໃຫ້ປະຕິບັດບັນດາແນວຄວາມຄິດ Startup ປະກົດຜົນເປັນຈິງ. ທ່ານ ເຈິ່ນເລເຟືອງ, ທີ່ປຶກສາຝ່າຍການເມືອງ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຢັ້ງຢືນວ່າ:

ໃນຊຸມປີມໍ່ໆມານີ້, ອົດສະຕາລີ ແລະ ຫວຽດນາມ ໄດ້ເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຜ່ານລາຍການ Oxford Innovation 2019 2022 ຢ່າງແຮງ ແລະ ສືບຕໍ່ຜັນຂະຫຍາຍໄລຍະທີ 2 ຮອດປີ 2025. ທຸກໆປີ ລາຍການ ລ້ວນແຕ່ສະຫງວນສ່ວນໜຶ່ງງົບປະມານເພື່ອໜູນຊ່ວຍໃຫ້ແກ່ບັນດາແຜນຮ່າງ, ຂໍ້ລິເລີ່ມຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ເພື່ອປະກອບສ່ວນຊຸກຍູ້ການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ ຂອງ ຫວຽດນາມ, ຊ່ວຍໃຫ້ຫວຽດນາມບັນລຸໄດ້ເປົ້າໝາຍກາຍເປັນປະເທດພັດທະນາໂດຍໄວ. ນັກສຶກສາ, ຊາວໜຸ່ມ ຫວຽດນາມ ອາໄສຢູ່ ອົດສະຕາລີ ດ້ວຍພູມປັນຍາ ແລະ ຈິດໃຈ Startup ຢ່າງແຮງ ແມ່ນປັດໄຈສຳຄັນ ເພື່ອປະຕິບັດເປົ້າໝາຍດັ່ງກ່າວ.

ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນໃນການດຳເນີນທຸລະກິດ ແລະ ພັດທະນາເຕັກໂນໂລຢີຂອງ ຊາວຫວຽດນາມ, ມີການແຂ່ງຂັນ Startup ຫຼາຍຢ່າງ ທີ່ສະຫງວນໃຫ້ແກ່ຊາວ ຫວຽດນາມ ໄດ້ຮັບການຈັດ ຂຶ້ນ. ຜ່ານບັນດາການແຂ່ງຂັນນີ້, ມີຫຼາຍໂຄງການທີ່ມີລັກສະນະຕົວຈິງສູງ ອັນໄດ້ສ້າງຄວາມປະທັບໃຈຕໍ່ບັນດານັກຊ່ຽວຊານ. ທ່ານ ຫວູກວັກຮຸຍ, ຜູ້ອຳນວຍການສູນການປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC), ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ທີ່ການແຂ່ງຂັນປ່ຽນແປງໃໝ່ປະດິດສ້າງ Hack4Growth 2021 ຢູ່ ອົດສະຕາລີ ປີ 2021 ທີ່ໄດ້ດຳເນີນຫວ່າງມໍ່ໆມານີ້, ທ່ານແບ່ງປັນວ່າ:

ຂ້າພະເຈົ້າ ຕີລາຄາສູງລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ອົດສະຕາລີ. ບັນດາໂຄງການເຂົ້າຮ່ວມມີຄວາມອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີແງ່ຫວັງເພື່ອລົງທຶນພັດທະນາ ແລະ ນຳມາເຊິ່ງຄຸນຄ່າໃໝ່ຢ່າງແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຄົມ. ຫວັງວ່າ ບັນດາທິມແຂ່ງຂັນຈະສືບຕໍ່ຮຽນຮູ້, ເຝິກຝົນຄວາມຮູ້, ນຳໃຊ້ໂຄງການຂອງຕົນເຂົ້າໃນການພັດທະນາປ່ຽນແປງໃໝ່ລະບົບຊີວະພາບຂອງ ຫວຽດນາມ, ນຳມາເຊິ່ງບັນດາວິທີການແກ້ໄຂໃຫຍ່ໃນອະນາຄົດ, ປະກອບສ່ວນເຂົ້າໃນການພັດທະນາລວມ.

ທ່ານນາງ Rebecca Ball, ຮອງຫົວໜ້າສະຖານກົງສູນໃຫຍ່ ອົດສະຕາລີ ປະຈຳ ຫວຽດນາມ ຖືວ່າ: ດ້ວຍພູມປັນຍາ, ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຈິດໃຈ Startup ຢ່າງແຮງ, ນັກຮຽນ ແລະ ຊາວໜຸ່ມ ຫວຽດນາມ ອາໄສຢູ່ ອົດສະຕາລີ ພວມແມ່ນປັດໄຈສຳຄັນເພື່ອປະຕິບັດວິວັດການນຳຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ ແລະພັດທະນາ. ທ່ານນາງໃຫ້ຮູ້ວ່າ:

ມີທ່າແຮງກໍ່ຄືວິໄສທັດກ່ຽວກັບການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ, ພວກເຮົາຍາມໃດກໍ່ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຊ່ວຍເຫຼືອບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຂອງ ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ. ຈຸດພົ້ນເດັ່ນໃນການຮ່ວມມືແມ່ນຢູ່ບັນດາຂົງເຂດກ່ຽວກັບ ວັດທະນະທຳ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃມ່ທີ່ມີຫົວຄິດປະດິດສ້າງ. ຜ່ານການແຂ່ງຂັນ, ພວກຂ້າພະເຈົ້າ ຢາກໜູນຊ່ວຍ ເພື່ອຫັນບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມ ຫວຽດນາມ ໃຫ້ປະກົດຜົນເປັນຈິງ, ຜ່ານນັ້ນຊ່ວຍໃຫ້ ຫວຽດນາມ ແກ້ໄຂໄດ້ສ່ວນໃດສ່ວນໜຶ່ງບັນດາບັນຫາໃຫຍ່ໃນປັດຈຸບັນທີ່ກ່ຽວຂ້ອງເຖິງບັນຫາຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ…

ໃນສະພາບການໂລກລະບາດໂຄວິດ - 19 ພວມກໍ່ຄວາມຫຍຸ້ງຍາກຕໍ່ເສດຖະກິດ ສັງຄົມ, ລັດຖະບານ ຫວຽດນາມ ຕັ້ງເປົ້າໝາຍຊຸກຍູ້ການປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງຢ່າງໄວວາກ່ວາ ແລະ ແທດຈິງ, ໃນນັ້ນຍາດແຍ່ງບັນດາຜົນສຳເລັດຂອງວິທະຍາສາດເຕັກໂນໂລຢີປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕຂອງ ຫວຽດນາມ. ປັດຈຸບັນ, ຫວຽດນາມ ພວມມີ Startup ຫຼາຍຢ່າງທີ່ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ການສຶກສາ, ເບິ່ງແຍງດູແລສຸຂະພາບ, ການຄ້າເອເລັກໂຕນິກ… ໃນນັ້ນມີຊາວຫວຽດນາມ ຫຼ້າຍລຸ້ນຄົນ ໃນທົ່ວໂລກ. ເຂົາເຈົ້າພວມປະກອບສ່ວນເຂົ້າໃນລະບົບຊີວະພາບການ Startup ທີ່ມີຫົວຄິດປະດິດສ້າງ ຫວຽດນາມ ຢ່າງແທດຈິງ ເທື່ອລະກ້າວ.

vovworld.vn

ເຫດການ
302 Found

Found

The document has moved here.