ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ

06:45 | 06/08/2021

ຍ​ສ​ໝ - ວັນ​ທີ 4 ສິງ​ຫາ, ຜູ້​ຕາງ​ໜ້າ​ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ ປະ​ຈຳ ໄຕ້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ​ໃຫ້​ແກ່​ສະ​ຫະ​ພັນ​ແມ່​ຍິງ ນະ​ຄອ​ນ​ໂຮ່​ຈີ​ມິນ ເພື່ອ​ແນ​ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ.

ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ນ​ະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ
ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ເພີ່ມ​ທະ​ວີ​​ການ​ພ​ົວ​ພັນ​​ດ້ານ​ປ້ອງ​ກັນ​ຊາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ
ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ
ສະ​ຫະ​ພັນ​ນັກ​ທຸ​ລະ​ກິດ​ຍິງຫວ​ຽດ​ນາມ ປະ​ຈຳ ໄຕ​້ຫວັນ ໄດ້​ມອບ​ເຂົ້າ​ສານ 1 ໂຕນ ໃຫ້ນະ​ຄອນ​ໂຮ່​ຈີ​ມິນ

ທ່າ​ນນາງ ເຈິ່ນ​ທິ​ເຟືອງ​ຮ່​ວາ ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ເຂົ້າ​ສານ ແລະ ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຂອບ​ໃຈ​ໄປ​ຍັງ​ສະ​ຫະ​ພັນນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ ປະ​ຈຳ ໄ​ຕ້​ຫວັນ ​ທີ່​ໄດ້​ຮວມ​ເດີນ​ທາງ, ຊ່ວຍ​ເຫຼືອ​ບັນ​ດາ​ສະ​ມາ​ຊິກ​ຍິງ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ນະ​ຄອ​ນ​ໂຮ່​ຈີ​ມິນ.

ທ່ານ​ນາງ ໂງ​ເຟີມ​ເຈິ​ນ ປະ​ທ​ານ​ສະ​ຫະ​ພັນນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ​ ປະ​ຈຳ​ໄຕ້​ຫ​ວັນ ແບ່ງ​ບັນ​ວ່າ: “ປະ​ຊາ​ຄົມ ຊາວ​ຫວຽດາມ ອາ​ໄສ​ຢູ່ ໄຕ້​ຫວັ​ນ ຍາມ​ໃດ​ກໍ່​ອ່າວຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ເປັນ​ສະ​ຖານ​ທີ່​ພວມ​ຖືກ​ຜົນ​ກະ​ທົບ​ຢ່າງ​ແຮງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ພວກ​ຂ້າ​ພະ​ເຈົ້າ​​ຫວັງ​ວ່າ ຂອງ​ຂັວນ​ອັນ​ເລັກໆ​ນ້ອຍໆ​ນີ້ ຈະ​ຊ່ວຍ​ປະ​ຊາ​ຊົນ​ເຂດ​ຖືກ​ລອັກ​ດາວ ຍ້​ອນ​ໂລກ​ລະ​ບາດ​ໂຄວິດ - 19 ​ຈະ​ເປັນ​​ກຳ​ລັງ​ໃຈ, ເພີ່ມ​ກຳ​ລັງ​ແຮງ​ເພື່ອ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ກຳ​ລັງ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ.”

ບຸນ​ຄົງ

ເຫດການ
302 Found

Found

The document has moved here.