ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ

16:26 | 11/08/2021

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ໄພ​ພິ​ບັດທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນາມ (10 ສິງ​ຫ​າ 1961 – 10 ສິງ​ຫາ 2021), ວັນ​ທີ 7 ສິງ​ຫາ, ຢູ່​ສຳ​ນັກ​ງານ​​ສະ​ມາ​ຄົມຊາວ​ຫວຽດນ​າມ ອາ​ໄສ​ຢູ່ ຝ​ລັ່ງ (UGVF) ຢູ່​ປາ​ຣີ, ສະ​ມາ​ຄົມ​ຊາວ​ໜຸ່ມ​ຫວຽດ​ນາມ ​ຢູ່ ຝ​ລັ່ງ (UJVF) ໄດ້​ສົມ​ທົບ​ກັບ​ອົງ​ການ​ຈັດ​ຕັ້ງ ໄຂ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ ໂດຍ​ນັກ​ຈິດ​ຕະ​ກອນ​ຍິງ ເຈິ່ນ​ແອັງ ​ປະ​ຕິ​ບັດ.

ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ ສື່​ມວນ​ຊົນ ອົດ​ສະ​ຕາ​ລີ: ບັນ​ດາ​ປັດ​​ໄຈ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ
ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ
ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມ​ແຜ່​ກະ​ຈາຍ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດ​ນມ ໄປ​ຍັງ​​​ມວ​ນ​ຊົນຝ​ລັ່ງ
ຈິດ​ຕະ​ກອນ​ຍິງ ຊາວ​ຫວຽດນາມນາງ ຫວໍ​ເຈິມ​ແອັງ (ພາບ: TTXVN)

ນາງ ຫວໍ​ເຈິມ​ແອັງ ໄດ້​ກຳ​ເນີດ​ ແລະ ເຕີບ​ໃຫຍ່​ຢູ່​ຝລັ່ງ, ແຕ່​ເມື່ອ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ​ ຢູ່ ຫວຽດ​ນາມ ຜ່ານ​ສື່ມວນ​ຊົນ ນາງ​ໄດ້​ຕັດ​ສິນ​ໃຈ​ສ່ອງ​ແສງ​ທຸກ​ສິ່ງ​ທຸກ​ສະ​ພາບ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​ຜ່ານ​ພາບ​ແຕ້ມ 10 ​ພາບ.

ຈິດ​ຕະ​ກອນ​ຍິງ​ໜຸ່ມ ເຈິມ​ແອັງ ໄດ້​ວາດ​ພາບ​ໄພ​ພິ​ບັດ​ທາດ​ພິດ​ສີ​ສົ້ມ​ ໃນ​ໄລ​ຍະ​ສົງ​ຄາມ​ຢູ່ ຫວຽດ​ນາມ, ບັນ​ດາ​ເຂດ​ດິນ​ແດນ​ທີ່​ຖືກ​ທຳ​ລາຍ, ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​​ທີ່​ມີ​ຄວ​າມ​ເຈັບ​ປວດ​ໃນ​ຕົວເອງ ດ້ວຍ​ຮູບ​ຄີງ​ທີ່​ແປກ​ປະຫຼາດ, ບັນ​ດາ​ບັ້ນ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ຍຸ​ຕິ​ທຳ ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ໜູນ​ຊ່ວຍ​ຂອງ​ເພື່ອນ​ມິດ​ຝ​ລັ່ງ ແລະ ຊາວ​ຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເພື່ອ​ບັນ​ເທົາ​ຄວາມ​ເຈັບ​ປວດຈາກ​ທາດ​ພິດ​ສີ​ສົ້ມ.

ຜ່ານ​ງານ​ວາງ​ສະ​ແດງ​ຂອງ​ຕົນ, ເຈິມ​ແອັງ​ ກໍ່​​ແນະ​ນຳ​ບັນ​ດາ​ໂຄງ​ການ​ສິນ​ເຊື່ອ​ຂະ​ໜາດ​ນ້ອຍທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແນ​ໃສ່​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ພິ​ການ​ຢູ່​ເຂດ​ຖືກ​ຜົນ​ກະ​ທົບ​ຈາກ​ທາດ​ພິດ​ສີ​ສົ້ມຂອງ ກ໋​ວາງ​ບິ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມຫວຽດ​ນາມ ຢູ່ ຝ​ລັ່ງ (UJVF), Zebunet, FORIM.

​ມວນ​ຊົນ​ພາຍ​ໃນປະ​ເທດ ແລະ ໃນ​ໂລກ​​ທີ່ມີ​ຄວາມ​ຕ້ອງ​ການ​ຮັບ​ຊົມ​ງານ​ວາງ​ສະ​ແດງ​ຜ່ານ​ອິນ​ເຕີ​ເນັດ, ນັບ​ແຕ່ນີ້​ຮອດ​ວັນ​ທີ 18 ກັນ​ຍາ​ ສາ​ມາ​ດ​ຕິດ​ຕໍ່​ກັບ​ຄະ​ນະ​ຈັດ​ຕັ້ງ​ຜ່ານ ອີ​ເມວ [email protected], ຫຼື​ສົ່ງ​ຂໍ້​ຄວາມ​ມາ​ຍັງ​ເບີ​ໂທ​ລະ​ສັບ+33 6 84 01 83 05, ຫຼື​ຮັບ​ຊົມ​ໂດຍ​ກົງ​ຢູ່​ສຳ​ນັກ​ງານ UGVF ເຮືອນ​ເລກ​ທີ 18 ຖະ​ໜົນ Petit Musc, ເມືອງ 4 (​ປາຣີ).

ຢູ່​​ຝ​ລັ່ງ, ໃນຫຼາຍ​ປີ​ມານີ້, ບັນ​ດາ​ສະ​ມາ​ຄົມ​ຄື: UGVF, UJVF, ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ, Collectif Vietnam Dioxine…ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອ​ນ​ໄຫວ​ທີ່​ແທດ​ຈິງຫຼາຍ​ຢ່າງ ເພື່​ອ​ຊ່ວຍ​ເຫຼືອຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດ​ນາມ, ສະ​ໜັ​ບ​ສະ​ໜູນ​ບັ້ນ​ຕໍ່​ສູ້​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທຳຂອງ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ​ໃນ​ນັ້ນ​ມີ​ເຫດ​ຮ້ອງ​ຟ້ອງ​ຂອງ​ ທ່ານ​ນາງ ເຈິ່ນ​ໂຕ໊ງາ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ, ໂດຍ​ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ, ຮ້ອງ​ຟ້ອງ ບໍ​ລິ​ສັດ​ເຄ​ມີ 26 ແຫ່ງ ທີ່​ໄດ້​ສະ​ໜອງ​ຢາ​ຂ້າ​ພຶດ (ຢາ​ຂ້າ​ຫຍ້າ) ​ໃຫ້​ແກ່​ກອງ​ທັບ​ ອາ​ເມ​ລິ​ກາ​ ໃນ​ຍຸກ​ສົງ​ຄາມ.

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ທີ່​ຍັງ​ບໍ່​ທັນຄົບ​ຖ້ວນ, ປັດ​ຈຸ​ບັນ ຫວຽດ​ນາມ ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ 75.000 ຄົນ ເຊິ່ງແມ່ນ​ລຸ້ນຄົນ​ທີ 2, ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ 35.000 ຄົນ​ແມ່ນລຸ້ນ​ຄົນ​​ທີ 3, ຜ່ານ​ການ​ສຳຫຼວດ​ຢູ່​ບາງ​ທ້ອງ​ຖິ່ນ, ຜົນ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໄດ້​ສືບກຳ​ມະ​ພັນ​ໄປ​ຍັງລຸ້ນ​ຄົນ​​ທີ 4. ຢູ່ຫຼາຍ​ແຂວງ​ຂອງ ຫວຽດ​ນາມ, ໃນ​ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ມີ​ເຄິ່ງ​ໜຶ່ງ​ແມ່ນ​ສາ​ມັນ​ຊົນ (ກອມ​ຕູມ, ກ໋​ວາງ​ນາມ, ກ໋​ວາງງ໋າຍ, ອັດ​ຕາ​ສາ​ມັນ​ຊົນ​ເມື່ອ​ທຽບ​ໃສ່​ກັບ​ຍອດ​ຈຳ​ນວນ​ຜູ້ປະສົບເຄາະຮ້າຍ ແມ່ນ​ມີເຖິງ 70,7%, 75,4%, 67,9%); 85% ແມ່ນຄອ​ບ​ຄົວ​ທີ່​ມີຜູ້​ປະ​ສົບ​ເຄາະ​ຮ້າຍທີ່​ມີ​ແຕ່ 2 ຄົນ​ຂຶ້ນ​​ໄປ ແລະ 3% ແມ່ນຈຳ​ນວນ​ຄອບ​ຄົວ​ທີ່​​ມີຜູ້​ປະ​ສົບ​ເຄາະ​ຮ້າຍ​ 5 ຄົນ​ຂຶ້ນ​ໄປ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.