ວັນທີ 16 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ1, ສະໜາມບິນສາກົນວັດໄຕ, ໂຮງໝໍສູນກາງ 103 ແລະ ໂຮງໝໍ ມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ.
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຂຶ້ນວັນທີ 6 ມີນາ 2020 ຢູ່ສຳນັກງານນາຍົກລັດຖະມົນຕີໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.
ໃນວັນທີ 6 ມີນາ 2020, ທີ່ກະຊວງພາຍໃນ ນະຄອນຫລວງວຽງຈັນ, ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M.Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈໍາ ສປປ ລາວ.
ລັດຖະບານລາວ ໄດ້ມີຄວາມເປັນຫ່ວງ ແລະ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອຕິດຕາມເຝົ້າລະວັງສະພາບຢ່າງໃກ້ຊິດ ແລະ ວາງມາດຕະການໃນການປ້ອງກັນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວລະບາດຢູ່ລາວ, ທັງຕິດຕາມສະພາບນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສປ ຈີນ ຢ່າງເປັນປົກກະຕິ.
ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຜ່ານໂຄງການຮ່ວມມື 2 ຮູບແບບເປັນຕົ້ນແມ່ນ ໂຄງການເຫັນຜົນໄວ ຊຶ່ງເປັນໂຄງການທີ່ ສປປ ລາວ ໄດ້ຮັບລວມທັງໝົດ 36 ໂຄງການ ໂດຍກວມເອົາຂົງເຂດບູລິມະສິດ ຂອງການຮ່ວມມືຕ່າງໆ, ແນໃສ່ພັດທະນາ ເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ. ສຳລັບໂຄງການກອງທຶນພິເສດ ເລີ່ມແຕ່ປີ 2017, ບັນດາ ຂະແໜງການຂອງ ສປປ ລາວ ໄດ້ຮັບ 13 ໂຄງການ ລວມມູນຄ່າ 3,4 ລ້ານໂດລາສະຫະລັດ ແລະ ປີ 2018 ໄດ້ຮັບ 21 ໂຄງການລວມມູນຄ່າ 4,5 ລ້ານໂດລາສະຫະລັດ ທັງນີ້ບັນດາໂຄງການຮ່ວມມືບູລິມະສິດດັ່ງກ່າວ ແມ່ນໄດ້ແນໃສ່ຍົກລະດັບ ດ້ານເຕັກນິກວິຊາການ ໃຫ້ແກ່ບັນດາປະເທດແມ່ນ້ຳຂອງ ເພື່ອສົ່ງເສີມການເຊື່ອມໂຍງ ເສດຖະກິດ ແລະ ການເຊື່ອມຈອດ.
ການປະຕິວັດອຸດສາຫະກຳ ຄັ້ງທີ 1 ເກີດຂຶ້ນໃນປີ 1784 ເຊິ່ງໄດ້ຄົ້ນພົບການນໍາໃຊ້ ອາຍນໍ້າ ເພື່ອເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກຳ, ຄັ້ງທີ 2 ໃນປີ 1870 ໂດຍໄດ້ຄົ້ນພົບ ພະລັງງານໄຟຟ້າ, ຖ່ານຫີນ, ນ້ຳມັນ ແລະ ນີວເຄີຍ, ຄັ້ງທີ 3 ແມ່ນເລີ່ມຕົ້ນໃນປີ 1960 ໂດຍໄດ້ຄົ້ນພົບ ແລະ ປະດິດ ເຄື່ອງຈັກຄິດເລກທັນ ສະໄໝ-ຄອມພີວເຕີ ແລະ ສາມາດຄົ້ນຄວ້າ ນຳໃຊ້ທຳມະຊາດຢູ່ບົນໂລກ, ຍານອາວະກາດ ແລະ ພື້ນມະຫາສະໝຸດ ແລະ ຄັ້ງມີ 4 ແມ່ນເລີ່ມຕົ້ນປີ 2016 ໂດຍມີເຕັກໂນໂລຊີ ດີຈີຕອນ, ອິນເຕີເນັດແຫ່ງສັບພະສິ່ງ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ, ອຸດສາຫະກຳແບບອັດສະລິຍະ, ປັນຍາປະດິດ ແລະ ນະວັດຕະກຳໃໝ່.
ຍສໝ - ວັນທີ 10 ກຸມພາ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ.
ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ ແລະ ກຽມພ້ອມຈະຫລຸດຖ້ຽວບິນ ປົກກະຕິລົງຕື່ມ ພາຍໃນອາທິດໜ້າ. ໃນຂະນະສາຍ ການບິນຈາກ ຈີນມາລາວ ໄດ້ຫລຸດລົງເປັນຈຳນວນ ຫລາຍຈົນເກືອບບໍ່ມີເລີຍ.
ຍສໝ - ຕອນຄ່ຳວັນທີ 14 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ໄດ້ສົມທົບກັບສະມາຄົມ ຫວຽດນາມ ປະຈຳລາວ ຈັດຕັ້ງລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການຕໍາຫຼວດແຂວງຫົວພັນ ນຳໂດຍທ່ານພັນໂທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນ ແລະ ພະແນກຕໍາຫຼວດ ແຂວງເງະອານ.
ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ເມກາວັດ, ໂດຍການເຊື່ອມໂຍງລະບົບສາຍສົ່ງ ລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງ ຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ວັດເຟິດຕິກ ໄດ້ຈັດຕັ້ງພິທີສົ່ງທ້າຍປີກຸນ ແລະຕ້ອນຮັບປີຊວດ.
ຍສໝ - ຫວ່າງແລ້ວນີ້, ທີ່ສູນປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ປະເທດລາວ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນໜຶ່ງ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ.
ການຟອກເງິນແມ່ນການປ່ຽນຮູບ ນຳໃຊ້ ເຄື່ອນຍ້າຍ ແລກປ່ຽນ ໄດ້ມາຄອບຄອງ ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນໆ ທີ່ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້ ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ ທີ່ມາຂອງເງິນ ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.
ໂດຍຕອບສະໜອງ ຕາມການເຊຶ້ອເຊີນຂອງ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-9 ມັງກອນ 2020.
ການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13 ຈະຈັດໃນຂຶ້ນລະຫວ່າງ ວັນທີ 21-31 ກໍລະກົດ 2020 ທີ່ສູນການຄ້າຊັນເຕັກ (Suntec City) ປະເທດ ສິງກະໂປ ເຊິ່ງເປັນຄັ້ງທີ 11 ຂອງ ສປປ ລາວ ໃນເວທີອາຊຽນ.
ຍສໝ - ຕອນບ່າຍວັນທີ 25 ທັນວາ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ - ຂອງຂວັນຂອງພັກ ແລະລັດຫວຽດນາມ ທີ່ມອບໃຫ້ລາວ.
ສໍານັກງານຂໍ້ມູນຕ້ານການ ຟອກເງິນຮ່ວມກັບ ກຸ່ມອາຊີ-ປາ ຊີຟິກ ເພື່ອຕ້ານການຟອກເງິນ (Asia/Pacific Group on Money Laundering “APG”) ໄດ້ຈັດຕັ້ງການເຝິກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT).
ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບກະຊວງການເງິນ ຈັດກອງປະຊຸມແຜນການ-ການເງິນ ປະຈຳປີ 2019 ຂຶ້ນວັນທີ 17 ທັນວາ 2019 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຮອງເຈົ້າແຂວງ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 9 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ລັດຖະບານລາວ ກໍຄື ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມເຜີຍແຜ່ ການຄົ້ນຄວ້າປະຈຳປີ ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາ ການ ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ລະບົບຂໍ້ມູນຂ່າວສານ ດ້ານໂພຊະນາການ ເພື່ອປ້ອງກັນການຂາດສານອາຫານ ແລະ ຜົນສະທ້ອນທີ່ຕາມມາ, ເຊິ່ງເປັນການສະແດງ ໃຫ້ເຫັນເຖິງຄວາມຄືບໜ້າ ໃນການປະຕິບັດຍຸດທະສາດແຫ່ງຊາດ ດ້ານໂພຊະນາການ. ໂຄງການດັ່ງກ່າວ, ແມ່ນການລິເລີ່ມສາກົນ ໂດຍສະຫະພາບເອີຣົບ ຜ່ານການສະໜັບສະໜູນ ຈາກກົມພັດທະນາສາກົນແຫ່ງສະຫະລາດຊະອານາຈັກ ແລະ ມູນນິທິບິລ ແລະ ມິລິນດາເກດ ເພື່ອຈັດຕັ້ງປະຕິບັດໃນ ສປປ ລາວໂດຍອົງການອຸຍນີເຊັບ.