ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

11:35 | 22/02/2020

ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຜ່ານໂຄງການຮ່ວມມື 2 ຮູບແບບເປັນຕົ້ນແມ່ນ ໂຄງການເຫັນຜົນໄວ ຊຶ່ງເປັນໂຄງການທີ່ ສປປ ລາວ ໄດ້ຮັບລວມທັງໝົດ 36 ໂຄງການ ໂດຍກວມເອົາຂົງເຂດບູລິມະສິດ ຂອງການຮ່ວມມືຕ່າງໆ, ແນໃສ່ພັດທະນາ ເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ. ສຳລັບໂຄງການກອງທຶນພິເສດ ເລີ່ມແຕ່ປີ 2017, ບັນດາ ຂະແໜງການຂອງ ສປປ ລາວ ໄດ້ຮັບ 13 ໂຄງການ ລວມມູນຄ່າ 3,4 ລ້ານໂດລາສະຫະລັດ ແລະ ປີ 2018 ໄດ້ຮັບ 21 ໂຄງການລວມມູນຄ່າ 4,5 ລ້ານໂດລາສະຫະລັດ ທັງນີ້ບັນດາໂຄງການຮ່ວມມືບູລິມະສິດດັ່ງກ່າວ ແມ່ນໄດ້ແນໃສ່ຍົກລະດັບ ດ້ານເຕັກນິກວິຊາການ ໃຫ້ແກ່ບັນດາປະເທດແມ່ນ້ຳຂອງ ເພື່ອສົ່ງເສີມການເຊື່ອມໂຍງ ເສດຖະກິດ ແລະ ການເຊື່ອມຈອດ.

ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 5 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.(ພາບ: vientianemai.net)

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່າວໃນພິທີ ຖະແຫລງຂ່າວຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນຕອນແລງຂອງວັນທີ 20 ກຸມພາ 2020 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ. ພ້ອມທັງຊີ້ ໃຫ້ເຫັນວ່າ: ສປປ ລາວ ຕີລາຄາສູງ ແລະ ໃຫ້ຄວາມສຳຄັນ ຕໍ່ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ທີ່ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງເປັນຮູບປະທຳໂດຍໄວ, ມີກົນໄກການຮ່ວມມືຢ່າງເປັນລະບົບ ແລະ ມີຂອບເຂດການຮ່ວມມືທີ່ສອດຄ່ອງ ກັບສະພາບເງື່ອນໄຂ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດ ໃນພາກພື້ນແມ່ນ້ຳຂອງ ໂດຍປິ່ນອ້ອມສາມເສົາຄ້ຳການຮ່ວມມື ແລະ 5 ຂົງເຂດບູລິມະສິດ ຄື: ການເຊື່ອມຈອດ, ຄວາມອາດສາມາດ ໃນການຜະລິດ, ການຮ່ວມມືດ້ານເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ກະສິກຳ, ລວມທັງການຫລຸດຜ່ອນຄວາມທຸກຍາກ.

ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 5 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສປປ ລາວ ແລະ ທ່ານ ຫວັງ ອີ ທີ່​ປຶກ­ສາ​ແຫ່ງ​ລັດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ສປ ຈີນ ມີ​ຜູ້​ແທນ​ຈາກ 6 ປະ­ເທດ​ສະ­ມາ­ຊິກ ເຂົ້າ​ຮ່ວມ. ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ທົບ​ທວນ­ຄືນ​ຜົນ​ການ​ຮ່ວມ​ມື​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໃນ​ໄລ­ຍະ​ຜ່ານ​ມາ ໂດຍ​ສະ­ເພາະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຖະ­ແຫຼງ­ການ​ຊານ​ຢາ ກອງ​ປະ­ຊຸມ​ຜູ້­ນຳ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 1 ຖະ­ແຫຼງ­ການ​ພະ­ນົມ​ເປັນ ກອງ​ປະ­ຊຸມ​ຜູ້­ນຳ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 2 ແລະ ແຜນ​ປະ­ຕິ­ບັດ​ງານ 5 ປີ (2018-2022) ຂອງ​ຂອບ​ການ​ຮ່ວມ​ມື ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ເຊິ່ງ​ກອງ​ປະ­ຊຸມ​ຕີ​ລາ­ຄາ​ວ່າ ຂອບ​ການ​ຮ່ວມ​ມື​ດັ່ງ­ກ່າວ ມີ​ທ່າ​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ໄວ­ວາ​ທັງ​ລວງ​ກວ້າງ ແລະ ລວງ​ເລິກ ພາຍ​ໃຕ້ 3 ເສົາ­ຄ້ຳ​ຂອງ​ການ​ຮ່ວມ​ມື ກໍ​ຄື 5 ຂົງ­ເຂດ​ບຸ­ລິ­ມະ­ສິດ (ການ​ເຊື່ອມ​ຈອດ ຄວາມ​ສາ­ມາດ​ດ້ານ​ການ​ຜະ­ລິດ ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ​ຂ້າມ​ຊາຍ​ແດນ ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ ກະ­ສິ­ກຳ ແລະ ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ) ສະ­ແດງ​ອອກ​ນັບ​ແຕ່​ມີ​ການ​ສ້າງ­ຕັ້ງ​ຂອບ​ການ​ຮ່ວມ​ມື​ດັ່ງ­ກ່າວ ແຕ່​ປີ 2016 ເປັນ­ຕົ້ນ​ມາ ປະ­ເທດ​ສະ­ມາ­ຊິກ​ໄດ້​ມີ​ການ​ສ້າງ­ຕັ້ງ​ກອງ​ເລ­ຂາ​ປະ­ສານ​ງານ ແລະ ສູນ​ຄົ້ນ­ຄວ້າ​ແມ່­ນ້ຳ​ຂອງ​ສາ­ກົນ​ຂຶ້ນ ແລະ ໄດ້​ຍົກ​ລະ­ດັບ​ກົນ​ໄກ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ການ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ນ້ຳ​ຈາກ​ໜ່ວຍ​ງານ​ວິ­ຊາ​ການ ໄປ​ສູ່​ລະ­ດັບ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ດ້ານ​ຊັບ­ພະ­ຍາ­ກອນ​ນ້ຳ​ໃນ​ເດືອນ​ທັນ­ວາ 2019 ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໄດ້​ສ້າງ­ຕັ້ງ​ກອງ​ທຶນ​ພິ­ເສດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ຂຶ້ນ​ປີ 2017 ເຊິ່ງ ສປ ຈີນ ໄດ້​ປະ­ກອບ­ສ່ວນ​ໃນ​ກອງ​ທຶນ​ດັ່ງ­ກ່າວ 300 ລ້ານ​ໂດ​ລາ ຫຼື ປະ­ມານ 2.672,8 ຕື້​ກີບ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຮ່ວມ​ມື​ຕ່າງໆ​ໃນ​ປະ­ເທດ​ສະ­ມາ­ຊິກ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ໄລ­ຍະ​ປີ 2017-2022 ປັດ­ຈຸ­ບັນ​ມີ​ຫຼາຍ​ກວ່າ 300 ກວ່າ​ໂຄງ­ການ (ປີ 2017-2019) ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢູ່ 6 ປະ­ເທດ​ສະ­ມາ­ຊິກ ແລະ ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ພາກ​ພື້ນ​ແມ່­ນ້ຳ​ຂອງ​ຢ່າງ​ເປັນ​ຮູບ​ປະ​ທຳ ແລະ ມີ​ໝາກ­ຜົນ ໃນ​ນີ້​ມີ 36 ໂຄງ­ການ ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ ສປປ ລາວ ອັນ​ພົ້ນ​ເດັ່ນ​ໂຄງ­ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ມູນ​ຄ່າ 33 ລ້ານ​ຢວນ ຫຼື ປະ­ມານ 42 ຕື້​ກີບ ໂຄງ­ການ​ປິ່ນ­ປົວ​ແກ່ນ​ຕາ​ຂຸ້ນ​ບໍ່​ເສຍ​ຄ່າ ໂດຍ​ແພດ​ຊ່ຽວ­ຊານ​ຈາກ ສປ ຈີນ ທີ່​ເດີນ­ທາງ​ມາ​ກວດ​ຮັກ­ສາ​ຢູ່ ສປປ ລາວ ແລະ ໂຄງ­ການ​ສ້າງ​ຄວາມ​ສາ­ມາດ​ໃຫ້​ພະ­ນັກ­ງານ​ທີ່​ຕິດ​ພັນ​ກັບ 5 ຂົງ­ເຂດ​ບຸ­ລິ­ມະ­ສິດ​ຂອງ​ການ​ຮ່ວມ​ມື.

(ໄຊພອນ)

ເຫດການ
302 Found

Found

The document has moved here.