ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ

11:30 | 31/01/2020

ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ ແລະ ກຽມພ້ອມຈະຫລຸດຖ້ຽວບິນ ປົກກະຕິລົງຕື່ມ ພາຍໃນອາທິດໜ້າ. ໃນຂະນະສາຍ ການບິນຈາກ ຈີນມາລາວ ໄດ້ຫລຸດລົງເປັນຈຳນວນ ຫລາຍຈົນເກືອບບໍ່ມີເລີຍ.

ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ

ພາບປະກອບ

ຈຳນວນສາຍ ການບິນແບບເໝົາ ທີ່ໂຈະໄປແລ້ວ ມີ ວຽງຈັນ-ຊາງໂຈ, ວຽງຈັນ-ຫາງໂຈ, ວຽງຈັນ-ຊຽງໄຮ, ຫລວງພະບາງ-ຊຽງໄຮ ແລະ ຫລວງພະບາງ-ຊຽງຮຸງ. ຖ້ຽວບິນເຫລົ່ານີ້, ເປັນຖ້ຽວບິນແບບເໝົາ ການບໍລິການຂອງ ບໍລິສັດທ່ອງທ່ຽວຂອງຈີນ, ເຊິ່ງພາຍຫລັງມີການ ແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໄວຣັດໂຄໂຣນາ ຢູ່ເມືອງອູຫັ້ນ ແຂວງຫູເປີ່ຍ ສປ ຈີນ, ລັດຖະບານຈີນ ກໍໄດ້ອອກແຈ້ງການ ຫ້າມເອົານັກທ່ອງທ່ຽວຈີນ ອອກນອກປະເທດ ສະນັ້ນ ບໍລິສັດທ່ອງທ່ຽວຂອງຈີນ ຈຶ່ງໄດ້ເຮັດຈົດໝາຍຂໍຮ້ອງ ມາຍັງການບິນລາວ ເພື່ອຢຸດຕິສາຍການບິນດັ່ງກ່າວນັ້ນ. ໃນຂະນະດຽວກັນ ກໍກຳລັງຕິດຕາມອີກ 3 ເສັ້ນທາງ ຄື ວຽງຈັນ-ຊາງສາ, ວຽງຈັນ-ເສີນຕູ ແລະ ຫລວງພະບາງ-ຊາງສາ, ເຊິ່ງປັດຈຸບັນ ບໍ່ທັນມີຈົດໝາຍ ຈາກບໍລິສັດທ່ອງທ່ຽວຈີນ ເພື່ອໂຈະສາຍ ການບິນເຫລົ່ານີ້ເທື່ອ.

ສຳລັບສາຍການບິນຂອງຈີນ ທີ່ບິນມາລາວ ກໍມີຫລາຍຖ້ຽວໃນແຕ່ລະມື້ ແຕ່ວ່າມາຮອດປັດຈຸບັນນີ້, ເຫັນວ່າໄດ້ຢຸດ ໄປຫລາຍຖ້ຽວແລ້ວ ແລະ ເກືອບບໍ່ມີສາຍການບິນຈີນ ບິນມາລາວເລີຍ. ການໂຈະສາຍການບິນແຕ່ລະເສັ້ນທາງນັ້ນ ແມ່ນຈະ ມີການປັບປຸງແກ້ໄຂ ເປັນອາທິດຕໍ່ອາທິດ ແລະ ຖ້າຫາກວ່າ ລັດຖະ ບານຈີນ ສາມາດຄວບຄຸມ ພະຍາດດັ່ງກ່າວນັ້ນໄດ້ແລ້ວ ແລະ ສາມາດເດີນທາງໄດ້ ການບິນລາວ ກໍພ້ອມເປີດບິນໃໝ່ ເພື່ອບໍລິການສັງຄົມ. ສປປ ລາວ ມີຖ້ຽວບິນໄປຫາ ສປ ຈີນ ທັງໝົດ 9 ເສັ້ນທາງ ຄື: ຄຸນໝິງ, ກວາງໂຈ, ຊາງໂຈ, ຊາງສາ, ຊຽງໄຮ, ເວິນໂຈ, ເສີນຕູ ແລະ ຈາກນະຄອນຫລວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸງ.

ກະຊວງ ສາທາລະນະສຸກ ສປປ ລາວ ໂດຍແມ່ນກົມປິ່ນປົວ ຈະທົບທວນຄືນການກະ ກຽມຄວາມພ້ອມ ແລະ ໃຫ້ຄວາມຮູ້ເພີ່ມເຕີມ ໃນການຮັບມືກັບເຊື້ອໄວຣັດ ໂຄໂລນາສາຍພັນໃໝ່ ໃຫ້ແກ່ແພດ, ພະຍາບານ, ພະນັກງານວິເຄາະ ແລະ ພະນັກງານຂັບລົດ ຢູ່ໂຮງໝໍແຂວງ ໃນທົ່ວປະເທດ ເພື່ອສາມາດບົ່ງມະຕິ ແລະ ປິ່ນປົວ ໃນກໍລະນີພະຍາດນີ້ ເຂົ້າມາຮອດບ້ານເຮົາ, ພ້ອມດຽວກັນ ສາທາ ລະນະສຸກນະຄອນຫລວງ ສົມທົບກັບພາກສ່ວນກ່ຽວຂ້ອງ ກໍໄດ້ກຳນົດມາດຕະການ, ວິທີການໃນການຕິດຕາມນັກສາລາວ ທີ່ຮຽນ ຢູ່ ສປ ຈີນ ແລະ ກັບມາລາວ ເພື່ອຊອກຮູ້ສະພາບ ແລະ ຮັບມືໃຫ້ທັນໃນກໍລະນີ ມີການຕິດເຊື້ອພະຍາດນີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.