ລັດຖະບານ​ ​ແຫ່ງ ສປປ ລາວ ​ຖື​ສໍາຄັນ​ການ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະ​ຍາດ​ອັກ​ເສບປອດ​ສາຍ​ພັນ​ໃໝ່​​ໄວຣັສ ​ໂຄ​ວິດ-2019

11:45 | 24/02/2020

ລັດຖະບານລາວ ໄດ້ມີຄວາມເປັນຫ່ວງ ແລະ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອຕິດຕາມເຝົ້າລະວັງສະພາບຢ່າງໃກ້ຊິດ ແລະ ວາງມາດຕະການໃນການປ້ອງກັນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວລະບາດຢູ່ລາວ, ທັງຕິດຕາມສະພາບນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສປ ຈີນ ຢ່າງເປັນປົກກະຕິ.

ລັດຖະບານ​ ​ແຫ່ງ ສປປ ລາວ ​ຖື​ສໍາຄັນ​ການ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະ​ຍາດ​ອັກ​ເສບປອດ​ສາຍ​ພັນ​ໃໝ່​​ໄວຣັສ ​ໂຄ​ວິດ-2019

ພາບປະກອບ


ມາເຖິງປັດຈຸບັນ, ເຖິງວ່າ ຢູ່ ສປປ ລາວ ຍັງບໍ່ທັນກວດພົບກໍລະນີຜູ້ຕິດ ເຊື້ອພະຍາດ ໂຄວິດ-19, ແຕ່ເຈົ້າໜ້າທີ່ໆກ່ຽວຂ້ອງ ກໍໄດ້ປະສານສົມທົບກັນຢ່າງໃກ້ຊິດ ແລະ ເປັນປົກ ກະຕິ; ເຖິງວ່າປະຊາຊົນ ຈະມີຄວາມແຕກຕື່ນ ໃນໄລຍະເບື້ອງຕົ້ນ ຍ້ອນໄດ້ຮັບຂໍ້ມູນຂ່າວສານທີ່ເກີນຄວາມເປັນຈິງ, ແຕ່ປັດຈຸບັນ ປະຊາຊົນແມ່ນໄດ້ຮັບຮູ້ ຂໍ້ມູນທີ່ຖືກຕ້ອງຫລາຍຂຶ້ນ ຈາກພາກສ່ວນທີ່ກ່ຽວຂອງພາກລັດ ແລະ ອົງການຈັດຕັ້ງສາກົນ ອັນໄດ້ເຮັດໃຫ້ປະຊາຊົນ ມີຄວາມເຂົ້າໃຈຫລາຍຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ, ສປປ ລາວ ກໍໄດ້ຕິດຕາມສະພາບການ ແລະ ການແກ້ໄຂຂອງລັດຖະບານ ສປ ຈີນ ຢ່າງໃກ້ຊິດ, ພ້ອມທັງ ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາລະດັບສູງ ແລະ ທັນການຂອງ ພັກ ແລະ ລັດ ຖະບານ ສປ ຈີນ ເພື່ອສຸມທຸກກໍາລັງແຮງເຂົ້າ ໃນການຄວບຄຸມການລະບາດ ຂອງເຊື້ອໄວຣັດດັ່ງກ່າວ ຈົນສາມາດເຮັດໃຫ້ການລະບາດຖືກຈໍາກັດລົງ.


ສປປ ລາວ ກໍໄດ້ຈັດກິດຈະກໍາລະດົມທຶນ ເພື່ອນຳໄປຊ່ວຍເຫລືອ ແລະ ໃຫ້ກໍາລັງໃຈແກ່ປະຊາຊົນຈີນ ຜ່ານສະມາຄົມມິດຕະພາບ ລາວ-ຈີນ, ສະມາຄົມນັກສຶກສາລາວ ທີ່ເຄີຍໄປຮຽນ ຢູ່ສປ ຈີນ ແລະ ໜ່ວຍງານ ອື່ນໆ. ສໍາລັບ ບຸກຄົນໃດຕ້ອງການຢາກມີສ່ວນຮ່ວມ ໃນການບໍລິ ຈາກ ກໍສາມາດໄປບໍລິຈາກ ໄດ້ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງວ່າການນະຄອນຫລວງ, ສໍາລັບ ຕ່າງແຂວງ ກໍສາມາດໄປບໍລິຈາກໄດ້ທີ່ ພະແນກພົວພັນຕ່າງປະເທດ ແລະ ພະແນກພະ ລັງງງານ ແລະ ບໍ່ແຮ່ ໃນທົ່ວປະເທດ.


ຄະນະ​ກໍາມະ​ການ ​ສາທາລະນະ​ສຸກ ຮ່ວມ​ກັບ ສະຖານ​ເອກ​ອັກຄະ​ລັດຖະທູດ ສປ ຈີນ ປະ​ຈໍາ​ລາວ ​ໄດ້​ຈັດ​ສໍາ​ມະ​ນາ​ເພື່ອ​ແລກປ່ຽນ​ບົດຮຽນ​ໃນວຽກງານ ການ​ຄວບ​ຄຸມ ພະ​ຍາດໄວຣັສ ​ໂຄ​ວິດ-2019 ​ໃນ​ວັນ​ທີ 21 ກຸມພາ​ 2020 ນີ້​ທີ່​ກະຊວງ​ສາທາລະນະ​ສຸກ, ນະຄອນຫລວງວຽງຈັນ. ທ່ານ ດຣ. ເນົາ ບຸດຕາ ກ່າວ​ວ່າ: ລັດຖະບານ​ ​ແຫ່ງ ສປປ ລາວ ກໍ​ຄືກະຊວງ​ສາທາລະນະ​ສຸກ ​ໄດ້​ຖື​ສໍາຄັນ​ການ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ພະ​ຍາດ​ອັກ​ເສບປອດ​ສາຍ​ພັນ​ໃໝ່​​ໄວຣັສ ​ໂຄ​ວິດ-2019 ຊຶ່ງສາມາດ​ເກີດ​ຂຶ້ນ​ຢ່າງ​ພາວະ​ວິ​ໄສ ​ບໍ່​ແມ່ນ​​ຍ້ອນ​ເຮົາ​ມັກ ຫລື ບໍ່​ມັກ. ​ແຕ່​ເມື່ອ​ມັນ​ເກີ​ດຂຶ້ນ​ແລ້ວ​ ພວກ​ເຮົາ​ຕ້ອງ​ສາມັກ​ຄີ​ກັນ ​ແລະ ​ພ້ອມ​ກັນ​ແກ້​ໄຂ. ​ໃນ​ນັ້ນອົງການ​ອະນາ​ໄມ​ໂລກ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ​ມາດ​ຕະການ​ທີ່​ພັກ ​ແລະ ລັດຖະບານ ສປ ຈີນ ໄດ້​ຕອບ​ໂຕ້​ຕໍ່​ພະຍາດ​ນີ້​ ແມ່ນ​ສຸດ​ທີ່​ຖື​ກຕ້ອງ ​ແລະ ມີ​ປະສິດທິ​ຜົນ​ສູງ. ນອກຈາກ​ຈະ​ປົກ​ປ້ອງ​ສຸຂະ​ພາບ ​ຂອງ​ປະຊາຊົນ​ຂອງ​ຕົນ​ແລ້ວ, ຍັງ​ປົກ​ປ້ອງ​ປະຊາຊົນ​ໂລກ​ອີກ​ດ້ວຍ.ຢູ່ ສປປ ລາວ​ ຍັງ​ບໍ່​ທັນ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ພະຍາດນີ້​ ໜຶ່ງ​ໃນ​ບັນດາສາ​ເຫດ ກໍ​ຍ້ອນ​ມາດ​ຕະການ​ຂອງ​ຝ່າຍ​ຈີນ​ໄດ້​ຊ່ວຍ​ກວດ, ກັນ​ກອງ​ຄົນ​ໂດຍສານ​ຈາກ ສປ ຈີນ​ເຂົ້າ​ມາລາ​ວ ຊຶ່ງຝ່າຍ​ຈີນ​ໄດ້ອະນຸຍາດ​ຜູ້​ທີ່​ເຂົ້າ​ມາລາ​ວ ​ແມ່ນ​ຜູ້​ທີ່ບໍ່​ມີ​ເຊື້ອໄວຣັສ ​ໂຄ​ວິດ 2019.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.