ສປປ ລາວ ເພີ່ມມາດຕະການປ້ອງກັນພະຍາດ COVID-19

16:30 | 11/03/2020

ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ຈັດ​ກອງ​ປະ­ຊຸມ​ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ດັ່ງ­ກ່າວ ຂຶ້ນ​ວັນ​ທີ 6 ມີ­ນາ 2020 ຢູ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19.

ສປປ ລາວ ເພີ່ມມາດຕະການປ້ອງກັນພະຍາດ COVID-19

ພາບປະກອບ

ສປປ ລາວ ພົບ​ກໍ­ລະ­ນີ​ສົງ­ໄສ 53 ກໍ­ລະ­ນີ ເຊິ່ງ​ໄດ້​ນຳ​ເອົາ​ຕົວ­ຢ່າງ​ໄປ​ກວດ ແລະ ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ​ບໍ່​ມີ​ເຊື້ອ​ພະ­ຍາດ COVID-19 ແຕ່​ລັດ­ຖະ­ບານ​ກໍ​ໄດ້​ດຳ­ເນີນ​ມາດ​ຕະ­ການ​ປ້ອງ​ກັນ ແລະ ກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ຕອບ​ໂຕ້​ພະ­ຍາດ​ດັ່ງ­ກ່າວ ເປັນ­ຕົ້ນ ມາດ​ຕະ­ການ​ເຝົ້າ​ລະ­ວັງ ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ແລະ ຄຸ້ມ​ຄອງ​ກໍ­ລະ­ນີ ການ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ຄວາມ​ຮູ້ ແລະ ການ​ສື່­ສານ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ ການ​ປະ­ສານ​ງານ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ການ​ກະ­ກຽມ​ພື້ນ­ຖານ​ໂຄງ​ລ່າງ ແລະ ພະ­ລາ­ທິ­ການ ເພື່ອ​ຮັບ­ປະ­ກັນ​ໃຫ້­ການ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ນອກ​ນີ້ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ຍັງ​ໄດ້​ສະ­ເໜີ​ສິ່ງ​ທ້າ​ທາຍ ຄວາມ​ຫຍຸ້ງ­ຍາກ ແລະ ຂໍ້​ຈຳ­ກັດ​ບາງ​ດ້ານ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ ສປປ ລາວ ຈາກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໄດ້​ປະ­ກອບ​ຄຳ​ຄິດ​ເຫັນ ແລະ ຍົກ​ບາງ​ບັນ­ຫາ​ມາ​ນຳ​ສະ­ເໜີ ໂດຍ​ສະ­ເພາະ ບັນ­ຫາ​ທີ່​ຕິດ​ພັນ​ກັບ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຂະ­ແໜງ­ການ​ຂອງ​ຕົນ.

ສຳລັບ​ການ​ເຝົ້າ​ລະວັງ ໄດ້​ຕັ້ງ​ກ້ອງ​ວັດແທກ​ອຸນຫະພູມ (Thermo Scan) ເປັນຕົ້ນ​ຢູ່ດ່ານ​ສາກົນ (ດ່ານ​ຂົວ​ມິດ ຕະພາບ 1 ນະຄອນຫຼວງ​ວຽງ​ຈັນ, ຂົວ​ມິດຕະພາບ 4 ແຂວງ​ບໍ່​ແກ້ວ, ດ່ານ​ບໍ່​ເຕ່ນ ແຂວງ​ຫຼວງ​ນໍ້າ​ທາ, ສະໜາມ​ບິນ​ຫຼວງ​ພະ​ບາງ, ສະໜາມ​ບິນ​ສະຫວັນ​ນະ​ເຂດ, ສະໜາມ​ບິນ​ຈໍາ​ປາ​ສັກ ແລະ ສະໜາມ​ບິນ​ວັດ​ໄຕ) ໂດຍ​ມີ​ແພດ​ປະ​ຈໍາ​ຢູ່​ແຕ່​ລະ​ດ່ານ ເພື່ອ​ຕິດຕາມ​ເຝົ້າ​ລະວັງ ຜູ້ໂດຍສານ​ຂາ​ເຂົ້າ ແລະ ພະນັກງານ​ຂອງ​ສາຍ​ການບິນ, ນອກ​ນັ້ນ​ຍັງ​ໄດ້​ປະກອບ​ເຄື່ອງ​ວັດທ​ກ​ອຸນຫະພູມ​ແບບ​ມື​ຖື (Infrared) ຢູ່​ທຸກ​ດ່ານ​ສາກົນ ແລະ ບາງ​ດ່ານ​ທ້ອງຖິ່ນ ເຊັ່ນ: ດ່ານ​ປາກ​ຄາ, ບ້ານ​ມອມ, ພູ​ຫຼັກ​ຄຳ ພ້ອມ​ທັງ​ໄດ້​ອົບຮົມ​ແພດ​ໝໍ​ໄປ​ປະຈຳ​ຢູ່​ດ່ານ​ຕ່າງໆ ເຫຼົ່ານັ້ນ, ນອກຈາກ​ນັ້ນ ກໍ​ຍັງ​ໄດ້​ກະກຽມ​ຫ້ອງ​ແຍກ​ດ່ຽວ​ໄລຍະ​ລໍຖ້າ ສຳ ລັບ​ກໍລະນີ​ສົງ​ໄສ ແລະ ກຽມ​ນຳ​ສົ່ງ​ກໍລະນີ​ສົງໄສ​ໄປ​ໂຮງໝໍ​ທີ່​ກຳນົດ​ໄວ້.

ຄະນະ​ສະເພາະ​ກິດ ໄດ້​ເປີດ​ສາຍ​ດ່ວນ​ໝາຍ​ເລກ 166 ແລະ IHR 020 5406 6777 ທີ່​ໃຫ້​ຄຳ​ປຶກສາ​ຕະຫຼອດ 24 ຊົ່ວໂມງ, ຕິດຕາມ​ຢ່າງ​ໃກ້ຊິດ​ກັບ​ທຸກ​ກໍລະນີ​ທີ່​ມີ​ປະຫວັດ​ສຳຜັດ​ກັບ​ຜູ້​ທີ່​ຢັ້ງຢືນ​ການ​ຕິດເຊື້ອ, ລວມ​ທັງ​ຜູ້​ທີ່​ເດີນທາງ​ມາ​ຈາກ​ປະເທດ​ທີ່​ມີ​ການ​ລະບາດ ແລະ ວຽກ​ງານ​ອື່ນໆ​ກໍ​ໄດ້​ເອົາ​ໃຈ​​ໃສ່​ຕິດຕາມ​ຢ່າງ​ໃກ້​ຊິດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.