ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ແລະ ສຳ­ນັກ­ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ (ສຕຟງ) ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຈັດ​ເຜີຍ­ແຜ່​ວຽກ​ງານ​ການ​ຕ້ານ ສະ­ກັດ​ກັ

16:45 | 09/01/2020

ການ​ຟອກ​ເງິນ​ແມ່ນ​ການ​ປ່ຽນ​ຮູບ ນຳ​ໃຊ້ ເຄື່ອນ​ຍ້າຍ ແລກ­ປ່ຽນ ໄດ້​ມາ​ຄອບ​ຄອງ ໂອນ​ກຳ­ມະ­ສິດ​ທີ່­ແທ້​ຈິງ​ຂອງ​ເງິນ ຫຼື ຊັບ​ສິນ​ອື່ນໆ ທີ່​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ໂດຍ​ທີ່​ຮູ້ ໄດ້​ຮູ້ ຫຼື ສົງ­ໄສ​ວ່າ ເງິນ ຫຼື ຊັບ​ສິນ​ນັ້ນ​ມາ​ຈາກ​ການ​ກະ­ທຳ​ຜິດ​ຕົ້ນ ເພື່ອ​ປົກ​ປິດ ຫຼື ຊຸກ­ເຊື່ອງ ຄຸນ​ລັກ­ສະ­ນະ ທີ່​ມາ​ຂອງ​ເງິນ ທີ່​ຕັ້ງ​ຂອງ​ຊັບ​ສິນ ເພື່ອ​ເຮັດ​ໃຫ້​ເງິນ ຫຼື ຊັບ​ສິນ​ດັ່ງ­ກ່າວ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ແລະ ສຳ­ນັກ­ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ (ສຕຟງ) ທະ­ນາ­ຄານ​ແຫ່ງ ສປປ ລາວ  ໄດ້​ຈັດ​ເຜີຍ­ແຜ່​ວຽກ​ງານ​ການ​ຕ້ານ ສະ­ກັດ​ກັ

ພາບປະກອບ

ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ແລະ ສຳ­ນັກ­ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ (ສຕຟງ) ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຈັດ​ເຜີຍ­ແຜ່​ວຽກ​ງານ​ການ​ຕ້ານ ສະ­ກັດ​ກັ້ນ​ການ​ຟອກ​ເງິນ ແລະ ການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ຂຶ້ນ​ວັນ​ທີ 8 ມັງ­ກອນ 2020 ທີ່ ກະ­ຊວງ ປກສ ເປັນ​ປະ­ທານ​ຂອງ​ທ່ານ ພົນ​ຕີ ກົງ​ທອງ ພົງ​ວິ­ຈິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ເພື່ອ​ຕ້ານ​ການ​ຟອກ​ເງິນ ແລະ​ການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ມີ​ບັນ­ດາ​ນາຍ​ຕຳ­ຫຼວດ​ຈາກ​ກົມ​ກອງ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ອ້ອມ​ຂ້າງ​ກະ­ຊວງ ພ້ອມ​ທັງ​ຄະ­ນະ​ອະ­ນຸ​ກຳ­ມະ­ການ​ຮັບ­ຜິດ­ຊອບ​ການ​ປະ​ເມີນ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ ແລະ ການ​ສະ­ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ຂອງ​ລາວ ເຂົ້າ​ຮ່ວມ.

ການ​ຟອກ​ເງິນ​ແມ່ນ​ການ​ປ່ຽນ​ຮູບ ນຳ​ໃຊ້ ເຄື່ອນ​ຍ້າຍ ແລກ­ປ່ຽນ ໄດ້​ມາ​ຄອບ​ຄອງ ໂອນ​ກຳ­ມະ­ສິດ​ທີ່­ແທ້​ຈິງ​ຂອງ​ເງິນ ຫຼື ຊັບ​ສິນ​ອື່ນໆ ທີ່​ບຸກ­ຄົນ ນິ­ຕິ­ບຸກ­ຄົນ ຫຼື ການ­ຈັດ­ຕັ້ງ ໂດຍ​ທີ່​ຮູ້ ໄດ້​ຮູ້ ຫຼື ສົງ­ໄສ​ວ່າ ເງິນ ຫຼື ຊັບ​ສິນ​ນັ້ນ​ມາ​ຈາກ​ການ​ກະ­ທຳ​ຜິດ​ຕົ້ນ ເພື່ອ​ປົກ​ປິດ ຫຼື ຊຸກ­ເຊື່ອງ ຄຸນ​ລັກ­ສະ­ນະ ທີ່​ມາ​ຂອງ​ເງິນ ທີ່​ຕັ້ງ​ຂອງ​ຊັບ​ສິນ ເພື່ອ​ເຮັດ​ໃຫ້​ເງິນ ຫຼື ຊັບ​ສິນ​ດັ່ງ­ກ່າວ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ ການ​ກະ­ທຳ​ທີ່​ເປັນ​ການ​ຟອກ​ເງິນ​ແມ່ນການ​ປ່ຽນ​ຮູບ ການ​ໂອນ​ເງິນ ຫຼື ຊັບ​ສິນ​ອື່ນ​ໂດຍ​ມີ​ຈຸດ­ປະ­ສົງ​ປົກ​ປິດ ຫຼື ເຊື່ອງ­ອຳ​ຜົນ​ຈາກ​ການ​ກະ­ທຳ​ຜິດ​ຕົ້ນ ໃຫ້­ການ​ຊ່ວຍ­ເຫຼືອ​ຜູ້​ກະ­ທຳ​ຜິດ​ຕົ້ນ​ເພື່ອ​ຫຼົບ​ຫຼີກ​ຈາກ​ຜົນ​ສະ­ທ້ອນ​ທາງ​ດ້ານ​ກົດ­ໝາຍ ໄພ​ຂົ່ມ­ຂູ່​ດ້ານ​ການ​ຟອກ​ເງິນ​ທີ່​ເປັນ​ບຸ­ລິ­ມະ­ສິດ​ມີ 7 ລາຍ­ການ​ຈາກ​ການ​ກະ­ທຳ​ຜິດ​ຕົ້ນ​ຈາກ 29 ລາຍ­ການ ໃນ​ນີ້​ມີ ການ​ຜະ­ລິດ ແລະ ຄ້າ­ຂາຍ​ຢາ​ເສບ​ຕິດ ການ​ປອມ​ແປງ​ແຊັກ ການ​ນຳ​ໃຊ້​ແຊັກ ຫຼື ພັນ­ທະ­ບັດ​ອື່ນ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ອາ​ຊະ​ຍາ​ກຳ​ສິ່ງ­ແວ­ດລ້ອມ ການ​ລັກ​ຊັບ​ພົນ­ລະ­ເມືອງ ການ​ປອມ​ແປງ​ເງິນ ຫຼື ການ​ໃຊ້​ເງິນ​ປອມ ການ​ປອມ​ແປງ​ເອ­ກະ­ສານ ຫຼື ການ​ໃຊ້​ເອ­ກະ­ສານ​ປອມ ແລະ ການ​ສໍ້​ໂກງ​ຊັບ​ພົນ­ລະ­ເມືອງ.

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ 2 (2019-2021) ໄດ້ສໍາເລັດລົງໃນວັນທີ 25 ພະຈິກຜ່ານມາ ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີ ກະຊວງການເງິນ ປະ ທານຄະນະກໍາມະການແຫ່ງ ຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ). ກອງປະຊຸມໃນຄັ້ງນີ້, ໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນການກະ ກຽມຄວາມພ້ອມ ເພື່ອປະເມີນຮອບດ້ານຂອງ ສປປ ລາວ ໃນ ປີ 2020-2021.

ຂະນະດຽວ ກັນນັ້ນຍັງໄດ້ຮັບຟັງການລາຍ ງານຄວາມຄືບໜ້າຂອງບັນດາ ອານຸກໍາມະການຂອງ 4 ພາກ ສ່ວນທີ່ຮັບຜິດຊອບການປະເມີນຜົນຮອບດ້ານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານການ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນ ນັ້ນ ປະກອບມີພາກສ່ວນຮັບ ຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ; ຮັບຜິດຊອບວຽກ ງານນິຕິກໍາ ແລະ ກົນໄກ; ຮັບ ຜິດຊອບວຽກງານຄຸ້ມຄອງ ແລະ ພາກສ່ວນຮັບຜິດຊອບວຽກ ງານດໍາເນີນຄະດີ. ບັນດາພາກສ່ວນດັ່ງກ່າວ ໄດ້ມີການລາຍງານຄວາມຄືບ ໜ້າ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າຂອງຕົນຢ່າງລະອຽດ ໂດຍສຸມໃສ່ສ້າງຄວາມເຂົ້າໃຈ ໃຫ້ບັນດາພາກສ່ວນ ແລະ ອົງ ການທີ່ຕິດພັນກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ ກັບວຽກງານດັ່ງກ່າວ ໃນລວງເລິກ, ເຜີຍແຜ່ເຊື່ອມຊຶມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ກວດກາຄືນບັນດານິຕິກຳທີ່ກ່ຽວ ຂ້ອງຂອງ ສປປ ລາວ ກັບມາດຖານອົງ ການຕ້ານການຟອກເງິນສາກົນ (FATF) ອັນໃດທີ່ມີແລ້ວ ແລະ ຖືກຈັດຕັ້ງປະຕິບັດແລ້ວ ສ່ວນອັນຄົງຄ້າງຈະຕ້ອງໄດ້ສ້າງ ແລະ ຂຶ້ນແຜນພັດທະນາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.