ຢູ່ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເທື່ອ

06:18 | 20/03/2020

ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີຂ່າວ​ ທີ່​ໄດ້​ມີ​ການ​ເຜີ​ຍ​ແຜ່​ຢູ່ ​ໃນ​ສັງຄົມ​ອອນ​ລາຍ ວ່າ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ຄວາມ​ເປັນ​ຈິງ​ຍັງ​ບໍ່​ພົບ​ກໍລະນີ​ ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-9 ຢູ່ ສປປ ລາວ ​ເທື່ອ.

ໃນ​ວັນ​ທີ 18 ມີນາ 2020, ທີ່​ຫ້ອງ​ວ່າການ​ສຳນັກງານ​ ນາຍົກລັດຖະມົນຕີ ໃນ​ໂອກາດ​ເຂົ້າຮ່ວມ ​ກອງ​ປະຊຸມ​ລັດຖະບານ ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ການ​ຕ້ານ ​ແລະ ສະກັດ​ກັ້ນ ພະຍາດ​ໂຄ​ວິດ-19 ທ່ານ ດຣ.ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ ​ກະຊວງ​ສາທາລະນະ​ສຸກ​ ໄດ້​ແຈ້ງ​ຕໍ່​ສື່​ມວນ​ຊົນ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີຂ່າວ​ ທີ່​ໄດ້​ມີ​ການ​ເຜີ​ຍ​ແຜ່​ຢູ່ ​ໃນ​ສັງຄົມ​ອອນ​ລາຍ ວ່າ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ຄວາມ​ເປັນ​ຈິງ​ຍັງ​ບໍ່​ພົບ​ກໍລະນີ​ ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-9 ຢູ່ ສປປ ລາວ ​ເທື່ອ.


ຢູ່ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເທື່ອ

ພາບປະກອບ

ດ້ວຍກ່ວາ 4000 ຄົນເສຍຊີວິດ, ຈຳນວນຜູ້ເສຍຊີວິດຢູ່ເອີຣົບກໍ່ລື່ນກາຍຕົວເລກ 3.200 ຄົນທີ່ເສຍຊີວິດຢູ່ຈີນ. ໃນນັ້ນ, ປະເທດອີຕາລີແມ່ນປະເທດທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນ 2.978 ຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນວັນທີ 18 ມີນາ, ອີຕາລີມີ 475 ຄົນເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວ. ຢູ່ເອີຣົບ, ບັນດາໂຮງຮຽນລ້ວນແຕ່ໃຫ້ນັກຮຽນພັກຮຽນ, ສະຖານທີ່ຫລາຍແຫ່ງຖືກປິດລ້ອມ, ບັນດາການເຄື່ອນໄຫວດຳເນີນທຸລະກິດທີ່ບໍ່ມີຄວາມຈຳເປັນຄື: ໂຮງສາຍຮູບເງົາ, ຫ້ອງອອກກຳລັງກາຍ, ບັນດາຮ້ານ bar ແລະຮ້ານອາຫານກໍ່ໄດ້ປິດປະຕູ.

ອົດສະຕາລີກໍ່ປະກາດພາວະສຸກເສີນແລະປິດປະຕູຊາຍແດນຂອງລັດ Tasmania, ເຊິ່ງກາຍເປັນລັດມີນະໂຍບາຍຄວບຄຸມຊາຍແດນຢ່າງ ເຄັ່ງຄັດທີ່ສຸດຢູ່ປະເທດນີ້. ກົງກັນຂ້າມກັບເອີຣົບ, ໂລກລະບາດ Covid-19 ຢູ່ຈີນສືບຕໍ່ມີສັນຍານ ຫລຸດລົງ. ໃນການລາຍງານໃນຕອນເຊົ້າວັນທີ 19 ມີນາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໃຫ້ຮູ້ວ່າ: ວັນທີ 18 ມີນາ, ຈີນເປັນຄັ້ງທຳອິດທີ່ບໍ່ກວດພົບເຫັນຜູ້ຕິດເຊື້ອໃໝ່ນັບແຕ່ເມື່ອໂລກພະຍາດ Covid-19 ລະບາດໃນເດືອນມັງກອນປີ 2020

ຢູ່ປະເທດເກາະໂມຣີຕີ, ແອັນຊານວາດໍ ແລະ ຟີຈິ ລ້ວນແຕ່ກວດພົບຜູ້ຕິດເຊື້ອພະຍາດCovid– 19 ຄົນທຳອິດໃນວັນທີ 18 ມີນາ. ທ່ານນາຍົກລັດຖະມົນຕີໂມຣີີຕີ PravindJugnauth ໃຫ້ຮູ້ວ່າປະເທດເກາະນີ້ິ້ໄດ້ກວດພົບຜູ້ຕິດເຊື້ອໄວຣັດ SARV - Covid– 2 3 ຄົນທຳອິດ, ໃນນັ້ນມີ 2 ຄົນໄດ້ກວດພົບຢູ່ກ່ຳປັ່ນທ່ອງທ່ຽວ ແລະ ອີກຄົນໜຶ່ງແມ່ນໄດ້ກັບມາຈາກປະເທດອັງກິດ. ປັດຈຸບັດ 3 ຄົນດັ່ງກ່າວພວມໄດ້ ແຍກຕົວປິ່ນປົວຢູ່ຕ່າງຫາກຢູ່ໂຮງໝໍຢູ່Souillac. ທ່ານນາຍົກລັດຖະມົນຕີໂມຣີຕີໄດ້ປະກາດວ່າປະເທດເກາະນີ້ “ພວມຕົກຢູ່ໃນສະພາວະສຸກເສີນທົ່ວປະເທດ”, ຕາມນັ້ນແລ້ວຈະຫ້າມບໍ່ໃຫ້ເດີນທາງເຂົ້າປະເທດນີ້ໃນຮອບເວລາ 14 ວັນສຳລັບທຸກຄົນ, ນັບທັງພົນລະເມືອງໂມຣີຕີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.