ສປປ ລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13

17:00 | 03/01/2020

ການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງທີ 13 ຈະຈັດ​ໃນຂຶ້ນລະຫວ່າງ ວັນທີ 21-31 ກໍລະກົດ 2020 ທີ່ສູນການຄ້າຊັນເຕັກ (Suntec City) ປະ​ເທດ ສິງກະ​ໂປ ເຊິ່ງເປັນຄັ້ງທີ 11 ຂອງ ສປປ ລາວ ໃນເວທີອາຊຽນ.

ສປປ ລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13

ສປປ ລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13

ໃນການກະກຽມ ຄວາມພ້ອມທີ່ຈະເຂົ້າຮ່ວມຄັ້ງ​ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນການຮ່ວມມືກັບ ພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຈະຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ໃນຕົ້ນປີ 2020 ນີ້ ເພື່ອຄັດເລືອກເອົາ ນັກແຂ່ງຂັນ ສີມືແຮງງານ ແລະ ຄູຝຶກ ທິມຊາດລາວເຂົ້າຮ່ວການແຂ່ງຂັນ, ​ເຊິ່ງການແຂ່ງຂັນສີມືແຮງງານ ເປັນອົງປະກອບໜຶ່ງ ຂອງລະບົບພັດທະ ນາສີມືແຮງງານ ເພື່ອສ້າງຂະບວນການພັດທະນາ ສີມືແຮງງານໃຫ້ມີຂະບວນຝົດຟື້ນ ສ້າງໃຫ້ສັງຄົມຫັນມາສົນໃຈ ການຝຶກວິຊາອາຊິບໃຫ້ຫລາຍຂຶ້ນ, ທັງເປັນເວທີເພື່ອເປີດໂອກາດ ໃຫ້ບັນດາຊາວໜຸ່ມ ໄດ້ນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດເຂົ້າໃນການແຂ່ງຂັນ ເພື່ອສົ່ງເສີມ ແລະ ຍົກລະດັບສີມືແຮງງານໃຫ້ທຽບທັນພາກພື້ນ ແລະ ສາກົນ.

ກອງ​ປະຊຸມ​ຄັ້ງທີ 1 ຂອງ​ຄະນະ​ກຳມະການ ເຕັກນິກ​ຮັບຜິດຊອບ​ ຈັດການ​ແຂ່ງຂັນສີມືແຮງງານອາ ຊຽນຄັ້ງທີ 13 (13th ASEAN Skills Competition) ໄດ້ຈັດຂຶ້ນໃນລະຫວ່າງ​ວັນ​ທີ 9-12 ທັນ​ວາ 2019, ທີ່ປະ​​ເທດສິງກະ​ໂປ​. ​ເພື່ອທົບ​ທວນຄືນ​ຄວາມ​ພ້ອມ, ປຶກສາຫາລື ແລະ ສາມາດກຳນົດ​ເອົາລະບຽບ ແລະ ກົດກະຕິກາການແຂ່ງຂັນ, ແລະ ຮັບຮອງເອົາ 20 ສາຂາຊ່າງ ເຂົ້າໃນການແຂ່ງຂັນ ລວມມີ ຂະ​ແໜງ IT 5 ສາຂາຊ່າງ, ຂະ​ແໜງ ວິສະວະກຳ 8 ສາຂາຊ່າງ, ຂະ​ແໜງ ບໍລິການ 4 ສາຂາຊ່າງ, ຂະ​ແໜງ ສິລະ​ປະ ​ແລະ ປະຍຸກ 2 ສາຂາ​, ຂະ​ແໜງ ການ​ຂົນ​ສົ່ງ 1 ສາຂາ​ ແລະ 2 ສາຂາຊ່າງທີ່ເປັນ​ການ​ສາທິດ ​ຄື: ສາຂາຊ່າງຄວບ​ຄຸມ​ລະບົບ ​ເຕັກນິກ​ໃນ​ອຸດສາຫະກຳ ​ແລະ ສາຂາ​ຊ່າງ​ຄວບ​ຄຸມ​ລະບົບ​ການ​ຂົນ​ສົ່ງ ໃນ​ນັ້ນ ສປປ ລາວ, ໄດ້ສະ​ເໜີ​ເອົາ 6 ສາຂາ​ຊ່າງ ທີ່​ຈະ​ສົ່ງ​ເຂົ້າຮ່ວມ​ແຂ່ງຂັນ ຄື: (1) ສາຂາ​ ຊ່າງຕິດຕັ້ງ​ໄຟຟ້າ, (2) ສາຂາຊ່າງ​ປຸງ​ແຕ່ງອາຫານ, (3) ສາຂາຊ່າງອອກ​ແບບ ​ແລະ ຕັດຫຍິບ​ເຄື່ອງນຸ່ງ, (4) ສາຂາ​ຊ່າງອອກ​ແບບກຣາບຟິກ, (5) ສາຂາຊ່າງອອກແບບໜ້າເວັບໄຊ ແລະ (6) ສາຂາຊ່າງຫຸ່ນຍົນເຄື່ອນທີ່ ​ເຊິ່ງ​ໄລຍະ​ຜ່ານ​ມາ ສປປ ລາວ ​ໄດ້ເຂົ້າຮ່ວມການແຂ່ງຂັນ ສີມືແຮງງານອາຊຽນ ​ແລະ ສາມາດຍາດໄດ້ຫລຽນເງິນ ເຊິ່ງເປັນຫລຽນປະຫວັດສາດ ໃນສາຂາອາຊີບຕິດຕັ້ງ ໄຟຟ້າໃນອາຄານ ໃນການແຂ່ງຂັນສີມື ແຮງງານອາຊຽນຄັ້ງທີ 10 ໃນປີ 2014 ທີ່ ສສ.ຫວຽດນາມ ແລະ ສາມາດຍາດໄດ້ໃບ ຢັ້ງຢືນສີມືດີເດັ່ນ 20 ຄົນ ທັງສາມາດນຳໄປຜັນຂະຫຍາຍ ແລະ ຖ່າຍທອດເຂົ້າໃນການພັດທະນາ ສີມືແຮງງານລາວ ໃຫ້ດີຍິ່ງໆຂຶ້ນຕາມລຳດັບ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການ​ຢືນຢັນ​ ຂອງປະເທດຟິລິບປິນ ທີ່ພ້ອມຈະ​ເປັນ​ເຈົ້າພາບ​ຈັດຕັ້ງການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງທີ 14 ໃນເດືອນກໍລະກົດ ປີ 2022. ສ່ວນການ​ແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນ ຄັ້ງທີ 15 ທີ່ປະເທດສະມາ ຊິກອາຊຽນ ໄດ້ສະເໜີ ແລະ ໃຫ້ກຽດແກ່ ສປປ ລາວ ຮັບເປັນເຈົ້າພາບ​ໃນ​ປີ 2024, ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຈະມີການສືບຕໍ່ຄົ້ນຄວ້າ ແລະ ພິຈະລະນາເງື່ອນໄຂ ແລະ ຄວາມພ້ອມ, ເຊິ່ງຈະແຈ້ງຕໍ່ປະເທດສະມາຊິກ ອາຊຽນຮັບຊາບ ກ່ອນວັນທີ 1 ພຶດສະ ພາ 2020.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.