​ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ

16:25 | 14/01/2020

ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ເມກາວັດ, ໂດຍການເຊື່ອມໂຍງລະບົບສາຍສົ່ງ ລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງ ຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.

​ໃນໄລຍະແຕ່ ປີ 2020-2030 ສປປ ລາວ  ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ

ພາບປະກອບ

ຄວາມຕ້ອງການ ນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນຊຸມປີຜ່ານມາແມ່ນນັບມື້ນັບຂະຫຍາຍຕົວຂຶ້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມ ໃຊ້ໄຟຟ້າພາຍໃນປະເທດແມ່ນ 1.222 ເມກາວັດ, ແຕ່ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ຕື່ມວ່າ ປະລິມານການຊົມໃຊ້ພະລັງງານໄຟຟ້າພາຍໃນ ຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນລະຫວ່າງ ປີ 2020-2025. ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງ ງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025.

ນອກຈາກການສະໜອງໄຟຟ້າຢູ່ພາຍໃນ ໃຫ້ພຽງພໍກັບຄວາມຕ້ອງການຕົວຈິງແລ້ວ ພະລັງງານໄຟຟ້າຍັງເປັນທ່າແຮງບົມຊ້ອນ ຂອງ ສປປ ລາວ ໃນການສົ່ງອອກ ໄປຍັງບັນດາ ປະເທດທີ່ມີຊາຍແດນຕິດຈອດ ເຊັ່ນ: ໄທ, ​ ສສ ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ນອກນັ້ນ ຍັງສົ່ງອອກໄປຍັງປະເທດມາເລເຊຍ ແລະ ສິງກາໂປ ໂດຍການເຊື່ອມໂຍງ ລະບົບສາຍສົ່ງຮ່ວມກັນໃນການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າ. ການເຊື່ອມໂຍງລະບົບສາຍສົ່ງໄຟຟ້າກັບປະເທດເພື່ອນບ້ານ ແມ່ນບາດກ້າວທີ່ສໍາຄັນ ແລະ ມີຄວາມໝາຍຕໍ່ ສປປ ລາວ ໃນການສົ່ງອອກກະແສໄຟຟ້າ ໂດຍຜ່ານປະເທດທີ່ສອງໄປປະເທດທີ່ສາມ ເຊິ່ງ ສປປ ລາວ ເປັນປະເທດທຳອິດ ໃນກຸ່ມປະເທດອາຊຽນ ທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດ. ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ, ປີ 2020-2030 ຄາດຄະເນລັດຖະບານໄທ ຕ້ອງການນໍາເຂົ້າໄຟຟ້າ ຈາກ ສປປ ລາວ ປະມານ 9.000 ເມກາວັດ, ກໍາປູເຈຍ 6.000 ເມກາວັດ, ສສ.ຫວຽດນາມ 5.000 ເມກາວັດ, ມຽນມາ 300 ເມກາວັດ ແລະ ມາເລເຊຍ 300 ເມກາວັດ, ສໍາລັບປະເທດສິງກາໂປ ແມ່ນຢູ່ໃນໄລຍະເຈລະຈາຊື້-ຂາຍ.

ໂດຍສືບຕໍ່ປະຕິບັດນະໂຍບາຍແລກປ່ຽນພະລັງງານ ທີ່ມີຜົນປະໂຫຍດສູງສຸດໃຫ້ແກ່ລາວ, ລັດຖະບານ ລາວ ໄດ້ດຳເນີນການເຈລະຈາກັບຄູ່ຮ່ວມພັດທະນາທາງດ້ານກົນໄກຮ່ວມມື ຈົນກ້າວໄປເຖິງການເຊັນສັນຍາຊື້-ຂາຍໄຟຟ້າ ຢ່າງເປັນຮູບປະທຳ ດ້ວຍລາຄາທີ່ເໝາະສົມ-ຕາມທ່າແຮງ ໄດ້ປຽບດ້ານການພັດທະນາພະລັງງານຂອງປະເທດລາວເຊັ່ນ: ຈຳໜ່າຍໄປໄທ ມີ 8 ໂຄງການ ມີກຳລັງຕິດຕັ້ງ 5.620 ເມກາວັດ. ສຳລັບການຈຳໜ່າຍພະລັງງານໄຟຟ້າ, ເຊິ່ງລວມມີພະລັງງານໄຟຟ້າຈາກນ້ຳ ແລະ ພະລັງງານຄວາມຮ້ອນຈາກຖ່ານຫີນໄປຍັງກຳປູເຈຍ ຄາດວ່າໃຫ້ໄດ້ 6.000 ເມກາວັດ ໃນປີ 2019-2027. ສ່ວນປະເທດຫວຽດນາມ ໄດ້ສົ່ງອອກແລ້ວ 572 ເມກາວັດ ໃນ 2 ໂຄງການ ຄື ໂຄງການເຂື່ອນໄຟຟ້າເຊກະໝານ 1 ແລະ ເຊກະໝານ 3 ແລະ ຄາດວ່າຈະສົ່ງພະລັງງານໄຟຟ້າໃຫ້ໄດ້ 5.000 ເມກາວັດ. ປະເທດມຽນມາ ໄດ້ເຊັນສັນຍາຊື້ຂາຍໄຟຟ້າ ຮອດປີ 2025 ໃຫ້ໄດ້ 300 ເມກາວັດ ປັດຈຸບັນ ສົ່ງອອກແລ້ວ 10 ເມກາວັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.