ສປປ ລາວ ວາງມາດຕະການ 6 ແຜນງານ ເພື່ອຮອງຮັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4

17:00 | 12/02/2020

ການປະຕິວັດອຸດສາຫະກຳ ຄັ້ງທີ 1 ເກີດຂຶ້ນໃນປີ 1784 ເຊິ່ງໄດ້ຄົ້ນພົບການນໍາໃຊ້ ອາຍນໍ້າ ເພື່ອເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກຳ,​ ຄັ້ງທີ 2 ໃນປີ 1870 ໂດຍໄດ້ຄົ້ນພົບ ພະລັງງານໄຟຟ້າ, ຖ່ານຫີນ, ນ້ຳມັນ ແລະ ນີວເຄີຍ, ຄັ້ງທີ 3 ແມ່ນເລີ່ມຕົ້ນໃນປີ 1960 ໂດຍໄດ້ຄົ້ນພົບ ແລະ ປະດິດ ເຄື່ອງຈັກຄິດເລກທັນ ສະໄໝ-ຄອມພີວເຕີ ແລະ ສາມາດຄົ້ນຄວ້າ ນຳໃຊ້ທຳມະຊາດຢູ່ບົນໂລກ, ຍານອາວະກາດ ແລະ ພື້ນມະຫາສະໝຸດ ແລະ ຄັ້ງມີ 4 ແມ່ນເລີ່ມຕົ້ນປີ 2016 ໂດຍມີເຕັກໂນໂລຊີ ດີຈີຕອນ, ອິນເຕີເນັດແຫ່ງສັບພະສິ່ງ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ, ອຸດສາຫະກຳແບບອັດສະລິຍະ, ປັນຍາປະດິດ ແລະ ນະວັດຕະກຳໃໝ່.

ສປປ ລາວ ວາງມາດຕະການ 6 ແຜນງານ ເພື່ອຮອງຮັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4

ພາບປະກອບ

ເພື່ອຮອງຮັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4, ສປປ ລາວ ຕ້ອງໄດ້ເອົາໃຈໃສ່ໂຄສະນາ ເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ ຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ, ກົນໄກການປະສານງານ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມແນວທາງນະ ໂຍບາຍຂອງພັກ-ລັດ ໃນຍຸກອຸດສາຫະກຳ 4.0 ພ້ອມດຽວກັນນັ້ນ, ຕ້ອງບຸທະລຸໃນການພັດທະນາຊັບ ພະຍາກອນມະນຸດ, ຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ທັນສະໄໝ, ເອົາໃຈໃສ່ເປີດກວ້າງ ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ສັງຄົມ, ລວມທັງເປີດກວ້າງການຮ່ວມມືກັບ ຕ່່າງປະເທດ ຕາມແນວທາງນະໂຍບາຍ ການຕ່າງປະເທດຂອງພັກ.

ສຳລັບການປະຕິວັດ ອຸດສາຫະກຳຄັ້ງທີ 4, ສປປ ລາວ ໄດ້ປະເຊີນກັບສິ່ງທ້າທາຍ ຫລາຍຢ່າງເນື່ອງຈາກວ່າ ສປປ ລາວ ຂາດເຂີນຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດສູງ, ທ່າແຮງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຍັງບໍ່ທັນເຂັ້ມແຂງ, ຖ້າຊັກຊ້າຈະກາຍເປັນປະເທດ ທີ່ຫລ້າຫລັງ, ບັນຫາໄພຫວ່າງງານ ກາຍເປັນບັນຫາທາງດ້ານສັງຄົມ, ການເມືອງ, ບັນຫາທາງສັງຄົມອອນລາຍ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.