ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ

11:42 | 17/03/2020

ວັນ​ທີ 16 ມີນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ ​ຕິດຕາມ​ການ​ເຝົ້າ​ລະວັງ, ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ແຜ່​ລະບາດ ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ຢູ່ດ່ານ​ສາກົນ ຂົວ​ມິດຕະພາບ ​ລາວ-​ໄທ1, ສະໜາມ​ບິນ​ສາກົນ​ວັດ​ໄຕ, ​ໂຮງໝໍສູນ​ກາງ 103 ​ແລະ ​ໂຮ​ງໝໍ ມິດຕະພາບ 150 ຕຽງ ນະຄອນຫລວງ​ວຽງ​ຈັນ.

ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ

ວັນ​ທີ 16 ມີນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ ​ຕິດຕາມ​ການ​ເຝົ້າ​ລະວັງ, ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ແຜ່​ລະບາດ ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19.(ພາບ: ຂປລ)

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ຮັບ​ຟັງ ການ​ລາຍ​ງານ​ໂດຍ​ຫຍໍ້ ກ່ຽວ​ກັບ​ສະພາບ​ການ ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ຕ້ານ ​ແລະ ຄວບ​ຄຸມ ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ຈາກ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ. ຫລັງ​ຈາກ​ນັ້ນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ຖະ​ແຫລ​ງ ຂ່າວຕໍ່​ສື່​ມວນ​ຊົນ ​ໂດຍ​ທ່ານ​ ໄດ້​ຢືນຢັນ​ວ່າ: ປັດຈຸບັນ ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ພະຍາດ​ນີ້ ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ ​ເປັນ​ຕົ້ນ ​ໄດ້​ມີ​ຄວາມ​ພ້ອມ​ທາງ​ດ້ານ​ບຸກຄະລາ​ກອນ, ອຸປະກອນ​ທາງ​ການ​ແພດ, ສະຖານ​ທີ່​ຮອງ​ຮັບ​ຄົນ​ເຈັບ ​ໂດຍ​ໄດ້​ກຳນົດ​ເອົາ ​ໂຮງໝໍ​ມິດຕະພາບ 150 ຕຽງ ​ແລະ ​ໂຮງໝໍ​ສູນ​ກາງ 103 ​ເປັນ​ຫລັກ ​ເຊິ່ງ​ໂຮງໝໍ​ດັ່ງກ່າວ, ກໍ​ມີ​ຄວາມ​ພ້ອມ​ທາງ ​ດ້ານ​ອຸປະ​ກອນທີ່​ທັນ​ສະ​ໄໝ, ຫ້ອງ​ປິ່ນປົວ ​ແລະ ​ອື່ນໆ. ພ້ອມ​ນັ້ນ, ທ່ານ​ນາ​ຍົກລັດຖະມົນຕີ ຍັງ​ໄດ້​ຮຽກຮ້ອງ ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ​ໂດຍ​ສະ​ເພາະ ຢູ່​ບັນດາ​ດ່ານ​​ເຂົ້າ-ອອກ​ເມືອງ​ຕ່າງໆ ​​ໃຫ້​ເພີ່ມ​ທະວີ​ເອົາ​ໃຈ​ໃສ່ ​ກວດ​ຄົນ​ເຂົ້າ-​ອອກ​ເມືອງ ຢ່າງ​ເຄັ່ງຄັດ ພ້ອມ​ທັງ​​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ເປັນ​ເຈົ້າ​ການ​ເຝົ້າ​ລະວັງ ​ແລະ ຈັດ​ຕັ້ງ​ປະຕິບັດ ຕາມ​ບັນດາ​ມາດ​ຕະການ​ ທີ່​ລັດຖະບານ​ວາງ​ອອກ ​ແລະ ຕິດຕາມ​ຂ່າວ ກ່ຽວກັບການ​ແຜ່​ລະບາດ​ ຂອງ​ພະຍາດ​ນີ້​ເປັນ​ປະຈຳ, ບໍ່​ໃຫ້​ເຜີຍ​ແຜ່​ ຫລື ນຳ​ສະ​ເໜີຂ່າວ​ຕ່າງໆ ກ່ຽວ​ກັບ​ພະຍາດ​ນີ້, ທີ່​ບໍ່​ແມ່ນ​ມູນ​ຄວາມ​ຈິງອອກ​ສູ່​ສັງຄົມ.

ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບການເຊື້ອພະຍາດ, ບັນດາປະເທດໄດ້ສືບຕໍ່ຜັນຂະຫຍາຍບັນດາມາດຕະການສະກັດກັ້ນໄວຣັດ SARS-CoV-2 ແຜ່ລະບາດ. ວັນທີ 15 ມີນາ, ທ່ານ Joko Widodo ປະທານາທິບໍດີອິນໂດເນເຊຍ ໄດ້ສະເໜີໃຫ້ປະຊາຊົນຮັກສາໄລຍະຫ່າງການສໍາຜັດຍ້ອນວ່າການກະທໍານີ້ແມ່ນສິ່ງສໍາຄັນທີ່ສຸດຕ້ອງໄດ້ເຮັດໃນປະຈຸບັນນີ້. ໃນຂະນະນັ້ນ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ກໍ່ຮຽກຮ້ອງໃຫ້ປະຊາຊົນປະເທດນີ້ຈົ່ງມີຄວາມທຸ່ນທ່ຽງ ແລະໝູນໃຊ້ບັນດາມາດຕະການທຳຄວາມສະອາດຢ່າງປະຈໍາເພື່ອສຸຂະພາບຂອງຕົນເອງ ແລະຂອງສະມາຊິກໃນຄອບຄົວ.

ຕາມອົງການອະນາໄມໂລກ (WHO) ແລ້ວ, ຊັບສິນໃຫຍ່ທີ່ສຸດຂອງມະນຸດໃນການຕໍ່ສູ້ຕ້ານເຊື້ອພະຍາດ Covid-19 ໃນປະຈຸບັນຕົວຈິງແມ່ນຈິດປັນຍາ ແລະຄວາມສາມັກຄີ. ການຕໍ່ສູ້ຕ້ານເຊື້ອພະຍາດ Covid-19 ບໍ່ແມ່ນການຕໍ່ສູ້ສະເພາະຂອງໃຜມັນ ຫຼື ຂອງປະເທດໃດປະເທດໜຶ່ງ, ສະນັ້ນບັນດາປະເທດຕ່າງໆຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະໜູນຊ່ວຍເຊິ່ງກັນ ແລະກັນດ້ວຍຄວາມຕິດສິນໃຈພ້ອມກັນເອົາຊະນະເຊື້ອພະຍາດນີ້ໃຫ້ໄດ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.