ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

11:24 | 07/01/2020

ໂດຍຕອບສະໜອງ ຕາມການເຊຶ້ອເຊີນຂອງ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-9 ມັງກອນ 2020.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ໃນຕອນເຊົ້າວັນທີ 6 ມັງກອນ 2020 ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການ ແລະ ສົມກຽດ. ຄະນະຜູ້ແທນຂັ້ນສຸງຂອງສອງປະເທດ ລາວ-ຈີນ, ໄດ້ດຳເນີນການພົບ ປະສອງຝ່າຍຢ່າງເປັນທາງການ ທີ່ຫໍສະພາປະຊາຊົນຈີນ, ການພົບປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມກັນ ທົບທວນຄືນການພົວພັນມິດ ຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງ ຍາວນານຕາມ 4 ດີ (ສະຫາຍທີດີ, ເພື່ອມິດທີດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີດີ) ແລະ ການຜັນຂະຫຍາຍແຜນ ແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການ ໃຫຍ່, ປະທານປະເທດໄດ້ຮ່ວມກັນ ລົງນາມໃນ ເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຢ່າງ ສູງຕໍ່ການຕ້ອນຮັບອັນອົບອຸ່ນ ຢ່າງສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມ ຂອງການສະເຫລີມສະຫລອງ ວັນສະ ຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫລຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫລວງໃນ ການສ້າງສາພັດທະ ນາປະເທດຊາດຂອງສະຫາຍຈີນ ທີ່ຍາດມາໄດ້ໃນເງື່ອນໄຂ ທີ່ສະພາບແວດລ້ອມຂອງສາກົນ ມີການ ຜັນແປສະລັບສັບຊ້ອນ, ມີສິ່ງທ້າທາຍຫລາຍຢ່າງ ແລະ ເສດຖະກິດໂລກ ກໍ່ຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາ ຂອງພັກຄອມມູນິດຈີນ ໂດຍມີສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ເປັນແກນ ກາງນຳພາ, ມີລັດຖະບານເຊິ່ງມີ ສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວ ຫັນ ແລະ ມີຈິດໃຈຊາດອັນດູດດື່ມ ສປ ຈີນ ສາມາດຍາດ ມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນ ລັກສະນະພິເສດຂອງຈີນ ແລະ ໄດ້ສະແດງຄວາມຊົມເຊີຍ ຢ່າງສຸດໃຈ ຕໍ່ຜົນສຳເລັດຂອງກອງປະຊຸມ ຄົບຄະນະກຳມະ ການສູນກາງພັກຄອມມູນິດຈີນ ຄັ້ງທີ 4 ສະໄໝ XIX ກໍຄື ຜົນສຳເລັດການຈັດບັນດາ ກອງປະຊຸມສາກົນຕ່າງໆ ເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນຄ້ານຳເຂົ້າສາກົນ ທີ່ ຊຽງໄຮ, ເວທີປຶກສາຫາລື ໂບອາວ ປະຈຳປີ 2019 ທີ່ຜ່ານມາ ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນ ແລະ ປຶກສາຫາລື ບາງບັນຫາ ເຊັ່ນ: ການຜັນຂະຫຍາຍແຜນ ແມ່ບົດຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອ ກະສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນ ໃຫ້ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ, ແລະ ປະຊາຊົນສອງຊາດໃນໄລຍະໃໝ່. ໃນດ້ານການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍໄດ້ ມີການເພີ່ມຂຶ້ນ, ການລົງທຶນຈາກ ສປ ຈີນ ໄດ້ເປັນອັນດັບໜຶ່ງຂອງການ ລົງທືນຕ່າງປະເທດທັງໝົດໃນສປປ ລາວ. ບັນດາໂຄງການຮ່ວມມືສອງຝ່າຍ ກໍ່ມີຄວາມຄືບໜ້າ ຢ່າງເປັນທີເພິ່ງພໍໃຈ ໂດຍສະ ເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ດຳເນີນສຳເລັດເຖິງ 83% ແລະ ໂຄງການ ທາງດ່ວນລາວ-ຈີນ ວຽງຈັນ-ວັງວຽງ ກໍ່ມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການ ຄາດວ່າຈະ ສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນຍັງມີໂຄງການຊ່ວຍເຫລືອລ້າອື່ນໆ ກໍ່ໄດ້ດໍາເນີນໄປຢ່າງມີຄວາມຄືບໜ້າດີ ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ​60 ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດ ໃຫ້ເປັນປີມິດຕະພາບ ລາວ-ຈີນ. ພາຍຫລັງການພົບ ປະຢ່າງເປັນທາງການແລ້ວ ສອງນາຍົກລັດຖະມົນຕີໄດ້ ເປັນສັກຂີພິຍານໃນ ການລົງນາມເອກະສານ ຮ່ວມມືສອງຝ່າຍຈຳນວນໜຶ່ງ. ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ກໍ່ໄດ້ເຫັນດີຕໍ່ການເປັນປະທານ ຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫລວງວຽງຈັນ. ພ້ອມກັນນັ້ນ, ກໍ່ໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈີ້ນຜິງ, ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປ ຈີນ ແລະ ພົບປະກັບ ສະຫາຍ ຫຼີ ຈານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງນັກທຸລະກິດຈີນ ທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ, ເລຂາພັກແຂວງສານຊີ, ສະຫາຍ ເສີນ ຫາວ, ເລຂາພັກແຂວງໆຢຸນນານ, ສະຫາຍ ຊູ ສິນຫຼົງ, ເລຂາພັກນະຄອນແຢນອານ, ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມບໍລິສັດລົງທືນ ແລະ ກໍ່ສ້າງແຂວງ ຢູນນານ, ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດທີ່ ສຳຄັນຈຳນວນໜຶ່ງອີກ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.