ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

16:43 | 19/03/2020

ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ທຽບໃສ່ເດືອນມັງກອນ ຫລຸດລົງກວ່າ 20 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

ພາບປະກອບ

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 391 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ ມີປະມານ 378 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫລັກປະກອບມີ: ມັນຕົ້ນ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ງົວ, ຄວາຍ, ນໍ້າຕານ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ.

ສຳລັບໝວດສິນຄ້າ ນໍາເຂົ້າຫລັກປະກອບມີ: ນ້ຳມັນກາຊວນ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ອຸປະກອນກົນຈັກ (ນອກຈາກເຄື່ອງ ກົນຈັກພາຫະນະ), ໄຟຟ້າ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ, ສັດທີ່ມີຊີວິດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) ແລະ ນ້ຳມັນແອດຊັງ, ແອັດຊັງພິເສດ.

ສຳລັບບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກມີ: ໄທ 111 ລ້ານໂດລາສະຫະລັດ, ສປ ຈີນ 107 ລ້ານໂດລາສະຫະລັດ, ຫວຽດນາມ 105 ລ້ານໂດລາສະຫະລັດ, ອິນເດຍ 7 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 7 ລ້ານໂດລາສະຫະລັດ. ນອກຈາກນີ້, ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫລັກມີ: ໄທ 233 ລ້ານໂດລາສະຫະລັດ, ຈີນ 56 ລ້ານໂດລາສະຫະລັດ, ຫວຽດນາມ 39 ລ້ານໂດລາສະຫະລັດ, ຢີ່ປຸ່ນ 11 ລ້ານໂດລາສະຫະລັດ ແລະ ສ.ເກົາຫລີ 7 ລ້ານໂດລາສະຫະລັດ.

ໃນຊຸມປີຜ່ານມາ ລັດຖະບານລາວ ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດຕາມ ຄໍາສັ່ງເລກທີ 12/ນຍ ໃຫ້ເກີດຜົນເປັນຈິງ ແລະ ໃຫ້ມີປະສິດທິພາບສູງສຸດ ເພື່ອສ້າງຄວາມຄ່ອງຕົວໃຫ້ແກ່ພາກເອກະຊົນ ແລະ ຊຸກຍູ້ສົ່ງເສີມການຜະລິດ ຂອງວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ທັງສົ່ງ ເສີມການຫັນຊັບພະຍາກອນ ທໍາມະຊາດທີ່ມີຢ່າງອຸດົມສົມບູນ ໃຫ້ສາມາດສ້າງລາຍ ຮັບແບບຍືນຍົງ ແກ່ປະ ເທດຊາດ ບົນພື້ນຖານການຜະລິ ດທີ່ເປັນມິດກັບສິ່ງແວດລ້ອມ ແລະ ທົດແທນຄືນ ບາງຊັບພະຍາກອນ ທີ່ຖືກນໍາໃຊ້ໄປແລ້ວນັ້ນ. ປັດຈຸບັນການສົ່ງ ອອກຫລັກຂອງ ສປປ ລາວ ກໍຄື: ການຜະລິດ ແລະ ສົ່ງອອກສິນຄ້າປະເພດ ປຸງແຕ່ງກະສິກໍາ, ຊິ້ນສ່ວນເຄື່ອງ ເອເລັກໂຕຣນິກ ແລະ ເຄື່ອງໃຊ້ໄຟຟ້າ ອັນເປັນທ່າແຮງສຳຄັນ ໃນການສົ່ງເສີມໃຫ້ເສດຖະກິດ ມະຫາພາກ ເຕີບໂຕຂຶ້ນ.

ອັນສໍາຄັນເພີ່ມເຕີມ ກໍຄືການຊຸກຍູ້ສົ່ງເສີມທີ່ສໍາຄັນ ທີ່ຈະໃຫ້ໄດ້ຜົນຜະລິດ ແລະ ໝາກຜົນອັນສູງສຸດ ກໍຄື ຄຸນນະພາບ ແລະ ປະສິດທິພາບ ຂອງບຸກຄະລາກອນທີ່ຖືກຈ້າງງານ ເປັນປັດໄຈອັນສໍາຄັນໃຫ້ແກ່ພາກທຸລະກິດ ແລະ ເອກະຊົນເຂົ້າໃນການຜະລິດ ເພື່ອສົ່ງອອກສິນຄ້າຈາກ ປະເທດລາວ ໃຫ້ໄດ້ຕາມຄາດໝາຍທັງປະລິມານ ແລະ ຄຸນນະພາບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.