ວັດເຟິດຕິກ ໄດ້ຈັດຕັ້ງພິທີສົ່ງທ້າຍປີກຸນ ແລະຕ້ອນຮັບປີຊວດ ຢູ່ ສປປ ລາວ

16:42 | 13/01/2020

ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ວັດເຟິດຕິກ ໄດ້ຈັດຕັ້ງພິທີສົ່ງທ້າຍປີກຸນ ແລະຕ້ອນຮັບປີຊວດ.

ວັດເຟິດຕິກ ໄດ້ຈັດຕັ້ງພິທີສົ່ງທ້າຍປີກຸນ ແລະຕ້ອນຮັບປີຊວດ ຢູ່ ສປປ ລາວ

ພິທີສົ່ງທ້າຍປີເກົ່າທີ່ອົບອຸ່ນຢູ່ວັດເຟິດຕິກ ຢູ່ສປປ ລາວ.(ພາບ: nhandan.com.vn)

ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງການມອບຂອງຂວັນ 150 ພູດໃຫ້ແກ່ບັນດາຄອບຄົວຊາວຫວຽດນາມ ທີ່ປະສົບຄວາມທຸກຍາກທີ່ອາໄສຢູ່ນະຄອນຫຼວງວຽງຈັນ, ຂອງຂວັນແຕ່ລະພູດມີມູນຄ່າ 200.000 ກີບ. ວັດເຟິດຕິກ ໄດ້ສົມທົບກັບ ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວ ກະກຽມຂອງຂວັນໄດ້ 500 ພູດ, ພູດລະ 400.000 ກີບເພື່ອວ່າໃນອະທິດໜ້າຈະໄປມອບໃຫ້ບັນດາຄອບຄົວຊາວຫວຽດນາມ ທີ່ປະສົບຄວາມທຸກຍາກຢູ່ບັນດາແຂວງພາກເໜືອຂອງລາວ ເພື່ອປະກອບສ່ວນໃຫ້ປະຊາຄົມຊາວຫວຽດນາມ ຢູ່ລາວ ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ສະແດງຈິດໃຈເອື້ອເຟື້ອເພື່ອແຜ່, ຊ່ວຍເຫຼືອເຊິ່ງກັນ ແລະກັນຂອງຊາດຫວຽດນາມ. ໃນປີ 2019, ວັດເຟິດຕິກ ໄດ້ສົມທົບກັບບັນດາອົງການຈັດຕັ້ງຕ່າງໆຈັດຕັ້ງກິດຈະກໍາທີ່ມີຄວາມໝາຍຄືຈັດຕັ້ງການຮັບບໍລິຈາກເພື່ອໄປຊ່ວຍເຫຼືອຄົນລາວ ທີ່ຖືກຜົນສະທ້ອນຈາກໄພທໍາມະຊາດ, ນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວ ເມື່ອເດືອນ ກັນຍາ ຜ່ານມາ, ພົ້ນເດັ່ນທີ່ສຸດແມ່ນພ້ອມກັບສູນກາງສະມາຄົມພຸດທະສາສະໜາຫວຽດນາມ ສົມທົບກັບສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນສາສະໜາພຸດຫວຽດນາມ ຄັ້ງທໍາອິດ ຢູ່ລາວ ແລະຈັດຕັ້ງສໍາເລັດງານບຸນໃຫຍ່ພິທີສູດສັກອະນິດຈາອາໄລຫານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະເພື່ອພື້ນຖານເອກະລາດ, ປົດປ່ອຍຊາດຂອງປະເທດລາວ...

(ໄຊພອນ)

ເຫດການ
302 Found

Found

The document has moved here.