ຍສໝ - ບັນດາຈຸດໃໝ່ ແລະ ທິດທາງໃຫຍ່ໃນການພົວພັນຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແມ່ນໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນ ແລະ ວິທີການແກ້ໄຂຈັດຕັ້ງປະຕິບັດ.
ຕອນບ່າຍວັນທີ 29 ມິຖຸນາ, ທີ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສໍານັກງານປະທານປະເທດ ຈັດຕັ້ງພິທີສົ່ງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ.
ຕອນເຊົ້າວັນທີ 29 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ໃນວັນທີ 28 ມິຖຸນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ.
.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.
2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ.
ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ໂດຍຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ພັນລະຍາ, ປະທານສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທ່ານທອງລຸນສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ແຫ່ງ ສປປ.ລາວ ໄດ້ມາຢ້ຽມຢາມສັນຖະວະໄມຕີ ຢູ່ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ມິຖຸນາ 2021.
ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ໄດ້ຈັດຕັ້ງຢ່າງສົມກຽດຢູ່ທໍານຽບປະທານປະເທດ. ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ ເປັນປະທານພິທີຕ້ອນຮັບ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ໄດ້ເປັນການຢືນຢັນນ້ຳໃຈສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ.
ຍສໝ - ເມື້ອບໍ່ດົນມານີ້, ທີ່ທຳນຽບປະທານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບສະແດງຄວາມຊົມເຊີຍ ທ່ານ Antonio Guterres ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ອາຍູການ 2022 -2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ.
ຍສໝ - ໃນໄລຍະເກືອບ 2 ປີທີ່ຜ່ານມາ, ພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ແລະ ນັກຮົບໃນທົ່ວປະເທດ ໄດ້ເຫັນຢ່າງຈະແຈ້ງເຖິງບົດບາດທີ່ສຳຄັນ ແລະ ບໍ່ອາດຂາດສື່ມວນຊົນໄດ້ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19.
ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2021), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຂ່າວ ແລະຄອບຄົວນັກຂ່າວອາວຸໂສດີເດັ່ນຈຳນວນໜຶ່ງ.
ຍສໝ - ໃນຕອນເຊົ້າວັນທີ 19 ມິຖຸນາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.
ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ອັກຊັງຕິນ, ນິວເຊີແລນ, ປາກິສຖານ, ຣູມານີ ເຂົ້າຍືນສານຕາຕັ້ງ ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ປີປະຕິບັດລາຍການ “ທຸງຊາດ 1 ລ້ານຜືນພ້ອມກັບຊາວປະມົງຕິດແທດກັບທະເລ” ໂດຍໜັງສືພິມຜູ້ອອກແຮງງານ ລິເລີ່ມ, ວັນທີ 10 ມິຖຸນາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ສົ່ງທຸງຊາດ 5.000 ຜືນໄປມອບໃຫ້ຊາວປະມົງຢູ່ເຂດທະເລ, ໝູ່ເກາະໃນທົ່ວປະເທດ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.
ຍສໝ - ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ.
ຍສໝ - ທີ່ການໂອ້ລົມທາງໂທລະສັບກັບທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ທ່ານ ສີຈິ້ນຜິງ - ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຈີນຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ.