ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

08:30 | 04/07/2021

ຍສໝ - ບັນດາຈຸດໃໝ່ ແລະ ທິດທາງໃຫຍ່ໃນການພົວພັນຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແມ່ນໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນ ແລະ ວິທີການແກ້ໄຂຈັດຕັ້ງປະຕິບັດ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ໃນການໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 29 ມິຖຸນານີ້, ພາຍຫຼັງທີ່ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຢູ່ຫວຽດນາມ ແຕ່ວັນທີ 28-29 ມິຖຸນາ, ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຊີ້ແຈ້ງບັນດາຈຸດໃໝ່ ແລະ ແນວທາງໃຫຍ່ໃນການພົວພັນຫວຽດນາມ - ລາວ.

ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. (ພາບ: TTXVN)

ສະຫາຍເລຮ່ວາຍຈູງ ໄດ້ຢືນຢັນວ່າ ຜູ້ນຳຂອງສອງປະເທດ ໄດ້ຕີລາຄາການຢ້ຽມຢາມແມ່ນມີຄວາມໝາຍພິເສດ, ເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ; ນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ຜູ້ນຳຂອງສອງປະເທດ, ບັນດາກະຊວງ ແລະ ຂະແໜງການ ໄດ້ປຶກສາຫາລື ແລະ ວາງທິດທາງເພື່ອຊຸກຍູ້ການພົວພັນຫວຽດນາມ - ລາວໃນໄລຍະຈະມາເຖິງ, ລະອຽດແມ່ນ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈດ້ານການເມືອງ, ແລະ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບຕື່ມອີກ, ພ້ອມທັງຊຸກຍູ້ເສດຖະກິດ, ວັດທະນະທຳ - ສັງຄົມ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ສອງຝ່າຍໄດ້ລົງນາມໃນສັນຍາ ແລະ ຂໍ້ຕົກລົງທີ່ສຳຄັນຫຼາຍສະບັບ.

ສອງຝ່າຍໄດ້ຢັ້ງຢືນຄວາມຕັດສິນໃຈໃນການເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາເກົ່າ, ໃນນັ້ນມີການແລກປ່ຽນ ແລະ ການພົບປະກັນຢ່າງເປັນປະຈຳ ດ້ວຍຮູບແບບທີ່ມີໄຫວພິບຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ໃນສະພາບການໃໝ່, ສອງປະເທດຕ້ອງມີທິດທາງຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ຫວຽດນາມ ແຕ່ວັນທີ 28-29 ມິຖຸນາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. (ພາບ: TTXVN)

ສອງຝ່າຍເຫັນດີເປັນເອກະພາບປະສານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ຊຸກຍູ້ການເຊື່ອມຕໍ່ຂອງພື້ນຖານເສດຖະກິດສອງປະເທດ ໃນຂອບການຮ່ວມມືເສດຖະກິດ 3 ປະເທດ: ຫວຽດນາມ, ລາວ ແລະ ກຳປູເຈຍ.

ຫວຽດນາມ ສືບຕໍ່ສະໜັບສະໜູນລາວ ກ່ຽວກັບພື້ນຖານໂຄງລ່າງ, ການສຶກສາ ແລະ ບຳລຸງສ້າງ. ສອງຝ່າຍຈະມີມາດຕະການແກ້ໄຂ ເພື່ອຊຸກຍູ້ການລົງທຶນ, ພິເສດແມ່ນການລົງທຶນຂອງວິສາຫະກິດຂອງສອງປະເທດ; ສ້າງກົນໄກການປະຕິບັດບັນດາຂໍ້ຕົກລົງລະຫວ່າງຫວຽດນາມ ແລະ ລາວ ເພື່ອເສີມຂະຫຍາຍການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ ລະຫວ່າງສອງປະເທດຫຼາຍກ່ວາເກົ່າ.

ສະຫາຍ ເລຮ່ວາຍຈູງ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ ໄດ້ຖືວ່າເປັນຂີດໝາຍປະຫວັດສາດ, ນຳການພົວພັນພິເສດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ, ກວ້າງຂວາງກວ່າເກົ່າ, ຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ໃນສະພາບການສາກົນທີ່ມີການຜັນແປໃໝ່ຫຼາຍຢ່າງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.