ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ

17:34 | 04/07/2021

ຍສໝ - ໃນວັນທີ 29 ມິຖຸນາ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຕ້ອນຮັບ ທ່ານເລຂາທິການ ຄະນະບໍລິຫານງານສູນກາງພັກ - ປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈ້ຽນ ແລະ ການນຳສະມາຄົມມິດຕະພາບ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ

ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈ້ຽນ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາຕ້ອນຮັບຄະນະ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດ ຕໍ່ວຽກງານແນວໂຮມແຫ່ງຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ, ໂດຍສະເພາະແມ່ນບັນດາສະຫາຍນັກຊ່ຽວຊານ ແລະ ທະຫານອາສາສະໝັກ ທີ່ໄດ້ອຸທິດ ແລະ ປະຕິບັດໜ້າທີ່ສາກົນໃນປະເທດລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈ້ຽນ. (ພາບ: TTXVN)

ທ່ານໂດວັນຈ້ຽນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ບັນດາອົງການສະມາຊິກຂອງຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ເຊັ່ນ: ຊາວໜຸ່ມ, ແມ່ຍິງ, ອົງການກຳມະບານ, ຊາວກະສິກອນ, ນັກຮົບເກົ່າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ປະສານສົມທົບກັບບັນດາຄູ່ຮ່ວມມືລາວ ເພື່ອປະຕິບັດຫຼາຍກິດຈະກຳດ້ວຍຫຼາຍຮູບແບບ, ມີເນື້ອໃນທີ່ອຸດົມສົມບູນ ແລະແທດຈິງ ເພື່ອເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ, ສຶກສາອົບຮົມ, ໂຄສະນາເຜີຍແຜ່, ບຳລຸງສ້າງ ແລະ ເສີມຂະຫຍາຍການພົວພັນຫວຽດນາມ - ລາວ; ພ້ອມກັນນັ້ນກໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງຝ່າຍ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາໝາກຜົນທີ່ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ; ໂດຍສະເພາະແນວໂຮມປະເທດຊາດຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດສຳຄັນໃນການລະດົມ, ເຕົ້າໂຮມ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ໂດຍຮັບຮູ້ຕໍ່ບັນດາການປະກອບສ່ວນ, ການເສຍສະຫຼະຂອງຖັນແຖວນັກຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມຢູ່ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ປາດຖະໜາວ່າ ຄົນລຸ້ນໜຸ່ມຂອງສອງປະເທດຈະສືບຕໍ່ໂຄສະນາ, ສຶກສາກ່ຽວກັບປະຫວັດສາດ, ການຮ່ວມກັນຕໍ່ສູ້ລະຫວ່າງຫວຽດນາມ - ລາວ ໃຫ້ມີຈິດສຳນຶກໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ ກວ່າອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.