ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ

14:33 | 13/08/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສະຫະປະຊາຊາດສືບຕໍ່ມີບັນດາການໃຫ້ຄຳປຶກສາດ້ານນະໂຍບາຍຢ່າງທັນການ, ໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ແກ່ຫວຽດນາມ.

ຫວຽດນາມ ສືບຕໍ່ນອນໃນ 10 ສະຖານທີ່ເປັນມິດທີ່ສຸດໃນໂລກ 2021 ຫວຽດນາມ ສືບຕໍ່ນອນໃນ 10 ສະຖານທີ່ເປັນມິດທີ່ສຸດໃນໂລກ 2021
ມອບຫຼຽນກາລະນຶກ ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto
undefined
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ (ພາບ: TTXVN)

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ, ເຂົ້າຢ້ຽມອຳລາກ່ອນສິ້ນສຸດອາຍຸການປະຕິບັດງານ.

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຂອບໃຈບັນດາການປະກອບສ່ວນອັນລ້ຳຄ່າ ແລະ ການໜູນຊ່ວຍຢ່າງແທດຈິງຂອງບັນດາອົງການຈັດຕັ້ງສະຫະປະຊາຊາດ, ໃນນັ້ນມີທ່ານ Kamal Malhotra ເອງ, ໃນການໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ເຊື່ອມໂຍງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສະຫະປະຊາຊາດສືບຕໍ່ມີບັນດາການໃຫ້ຄຳປຶກສາດ້ານນະໂຍບາຍຢ່າງທັນການ, ໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ແກ່ຫວຽດນາມ, ໃນນັ້ນໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ຫັນປ່ຽນຮູບແບບການເຕີບໂຕຕາມທິດນຳໃຊ້ກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ເປັນຢ່າງດີ.

ສ່ວນທ່ານ Kamal Malhotra ຕີລາຄາວ່າ ຫວຽດນາມ ນັບມື້ນັບມີບົດບາດ, ສຽງເວົ້າສຳຄັນຢູ່ສະຫະປະຊາຊາດ ດ້ວຍການເຂົ້າຮ່ວມ, ຕັ້ງໜ້າເປັນເຈົ້າການ, ປະກອບສ່ວນ ແລະ ມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງປະຊາຄົມສາກົນ. ທ່ານ Kamal Malhotra ໃຫ້ຄຳໝັ້ນສັນຍາວ່າ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບຫວຽດນາມ ໃນພາລະກິດແຫ່ງການພັດທະນາປະເທດຊາດ.

ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ກໍ່ໃຫ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ ເຊັ່ນດຽວກັນ.

vov.world.vn