ສື່ມວນຊົນປະເທດລາວ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

09:24 | 04/07/2021

ຍສໝ - ໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງປະເທດລາວ ໃນວັນທີ 30 ມິຖຸນາ ໄດ້ພ້ອມກັນລົງບົດຂຽນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ - ລັດ ລາວ; ຢືນຢັນວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າເກົ່າ ແລະ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ
ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ

ໜັງສືພິມ PathetLao (ສື່ສິ່ງພິມຂອງສຳນັກຂ່າວສານປະເທດລາວ - KPL) ໃນວັນທີ 30 ມິຖຸນາໄດ້ລົງພິມເນື້ອໃນທັງໝົດຂອງ "ຖະແຫຼງການຮ່ວມ ລາວ - ຫວຽດນາມ" ແລະ ໄດ້ຈັດໜ້າໜັງສືພິມສ່ວນໃຫຍ່ ເພື່ອລົງພິມກ່ຽວກັບການຢ້ຽມຢາມນີ້.

ສື່ມວນຊົນປະເທດລາວ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງປະເທດລາວ ໃນວັນທີ 30 ມິຖຸນາ ໄດ້ພ້ອມກັນລົງບົດຂຽນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ໜັງສືພິມ Pasaxon (ປະຊາຊົນ), ໜັງສືພິມ Vientiane Times (ໜັງສືພິມວຽງຈັນຍຸກສະໄໝ), ໜັງສືພິມ VientianeMai (ວຽງຈັນໃໝ່)... ກໍ່ໄດ້ລົງພິມຖະແຫຼງການຮ່ວມ ລາວ - ຫວຽດນາມ ແລະ ມີຫລາຍບົດຂຽນ ໄດ້ຢືນຢັນ ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນຄືນໃໝ່ໃຫ້ຄຳໝັ້ນສັນຍາທີ່ຍາມໃດກໍ່ເປັນອັນໜຶ່ງອັນດຽວ ຂອງພັກ, ລັດ ແລະ ປະຊາຊົນລາວ ໃນການຮັກສາສາຍພົວພັນທີ່ເປັນມູນເຊື້ອ, ໝັ້ນແກ່ນ, ເລິກເຊິ່ງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລະ ຄວາມຜ່ອງໃສຂອງສາຍພົວພັນທີ່ຫາໄດ້ຍາກ ລະຫວ່າງ ສປປ.ລາວ ແລະ ສສ.ຫວຽດນາມ.

ບັນດາໜັງສືພິມ ໄດ້ສຸມໃສ່ພັນລະນາບັນດາເຫດການ ແລະ ການເຄື່ອນໄຫວຕ່າງໆຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ໃນການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ຫວຽດນາມຄັ້ງນີ້. ຕາມບັນດາໜັງສືພິມຂອງລາວແລ້ວ, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ມີຫຼາຍຂໍ້ສະເໜີຕໍ່ຜູ້ນຳຫວຽດນາມໃນການພົບປະຄັ້ງຕ່າງໆ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.