ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບບັນດາແບບຢ່າງດີເດັນຂອງຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ

10:27 | 04/08/2021

ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ເປັນເຈົ້າຕົນເອງມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນປະຕິບັດສຳເລັດເປົ້າໝາຍຄວບຄູ່

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດສິງກະໂປ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບບັນດາແບບຢ່າງດີເດັນຂອງຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບບັນດາຜູ້ແທນ. (ພາບ: TTXVN)

ຕອນບ່າຍວັນທີ 03 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບບັນດາຜູ້ຕາງໜ້າດີເດັ່ນຂອງຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ - ຂົງເຂດມີຜູ້ອອກແຮງງານເກືອບ 3 ລ້ານຄົນ, ມີວິສາຫະກິດ 13.000 ແຫ່ງພວມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ຮັກສາການຜະລິດໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນໃນທົ່ວປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ສະເໜີໃຫ້ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ເປັນເຈົ້າຕົນເອງມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນປະຕິບັດສຳເລັດເປົ້າໝາຍຄວບຄູ່, ມີໄຫວພິບໃນການຄັດເລືອກເປົ້າໝາຍບຸລິມະສິດໃນແຕ່ລະສະໄໝ, ໄລຍະ ອີງໃສ່ການຜັນແປຂອງໂລກລະບາດ. ທົ່ວຂະແໜງຄວນສືບຕໍ່ໂຄສະນາເພື່ອຮັບປະກັນໃຫ້ຜູ້ອອກແຮງງານປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ. ບັນດາວິສາຫະກິດໃນບໍລິເວນແຕກຕ່າງກັນຕ້ອງເສີມຂະຫຍາຍກຳລັງຮັກສາລະບົບສະໜອງທົ່ວໂລກຢ່າງສຸດຂີດ. ທ່ານປະທານປະເທດສະເໜີໃຫ້ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ເສີມຂະຫຍາຍການຫັນເປັນດີຈີຕອນ, ດຳເນີນທຸລະກິດດີຈີຕອນຢ່າງແຮງ, ສະໜອງຜະລິດຕະພັນຄືນໃໝ່ເພື່ອບັນລຸປະສິດທິຜົນການຜະລິດດຳເນີນທຸລະກິດໃຫ້ສູງກວ່າ.

vovworld.vn

ເຫດການ
302 Found

Found

The document has moved here.