ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ

11:01 | 23/08/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ

ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ
ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19 ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19
undefined
ທ່ານປະທາປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ. ພາບ: TTXVN

ຕອນເຊົ້າວັນທີ 22 ສິງຫາ, ທ່ານປະທາປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາທ່ານພົນເອກ ຫວໍງວຽນຢາບ ຢູ່ອະນຸສາວະລີພົນເອກ ຫວໍງວຽນຢາບ, ຢູ່ເຮືອນສ່ວນຕົວຂອງພົນເອກ ຫວໍງວຽນຢາບ ທີ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25 ສິງຫາ 1911 – 25 ສິງຫາ 2021). ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ; ຕອບບຸນແທນຄຸນການອຸທິດສ່ວນຢ່າງໃຫຍ່ຫຼວງຂອງພົນເອກ, ຜູ້ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ.

ທ່ານພົນເອກ ຫວໍງວຽນຢາບ, ເກີດວັນທີ 25 ສິງຫາ 1911 ຢູ່ບ້ານ ອານຊາ, ຕາແສງ ລົກຖຸຍ, ເມືອງ ເລ້ຖຸຍ, ແຂວງ ກວາງບິງ. ຕະຫຼອດຊີວິດຂອງຕົນ, ທ່ານພົນເອກໄດ້ຕິດພັນກັບພາລະກິດການປະຕິວັດຂອງພັກ ແລະ ຊາດຫວຽດນາມ. ພົນເອກ ຫວໍງວຽນຢາບ ແມ່ນນັກຊ່ຽວຊານມີຄວາມເກັ່ງກ້າສາມາດແຖວໜ້າກ່ຽວກັບທິດທາງການຕໍ່ສູ້ປະຊາຊົນ ຂອງຂະບວນການປົດປ່ອຍຊາດຢູ່ພາຍໃນປະເທດ ແລະ ໃນໂລກ.

vov.world.vn

ເຫດການ
302 Found

Found

The document has moved here.