ສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ຫວຽດນາມ - ລາວ

18:27 | 10/08/2021

ຍສໝ - ທີ່ການພົບປະເຈລະຈາໃນວັນທີ 9 ສິງຫາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນ ແລະ ວິທີການແກ້ໄຂ ເພື່ອສ​ືບ​ຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ສອງປະເທດຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ເປັນສັກຂີພິຍານການລົງນາມຂອງເອກະສານການຮ່ວມມືສອງຝ່າຍ ຈຳນວນ 14 ສະບັບ ...

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ

ໃນຕອນເຊົ້າວັນທີ 9 ສິງຫາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ, ເລີ່ມຕົ້ນການຢ້ຽມຢາມມິດຕະພາບຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ - ປະທານປະເທດລາວ ທອງລຸນ ສີສຸລິດ.

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການໂອ້ລົມເຈ​ລະ​ຈ​າ.

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ ແລະ ມາດຕະການ ເພື່ອສືບຕໍ່ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວໃຫ້ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ແທ້ຈິງ; ພ້ອມກັນນັ້ນ ສອງຝ່າຍກໍ່ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງ​ຝ່າຍຕ່າງ​ກໍ່ມີຄວາມສົນໃຈ.

ສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ຫວຽດນາມ - ລາວ
ສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ຫວຽດນາມ - ລາວ.

ສອງຝ່າຍຢືນຢັນວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍາມໃດກໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າເຊິ່ງກັນ ແລະ ກັນ, ພ້ອມ​ທັງເນັ້ນໜັກວ່າ ຈະສືບຕໍ່ໃຫ້ບຸລິມະສິດສູງສຸດ ເພື່ອສືບຕໍ່​ປັບ​ປຸງ ແລະ ເພີ່​ມ​ພູ​ນ​ຄູນ​ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ຢ່າງບໍ່​ຢຸດຢັ້ງ.

ສອງຝ່າຍ​ໄດ້ສະແດງຄວາມຊົມ​ເຊີຍຕໍ່ການພັດທະນາອັນດີຂອງສາຍພົວພັນຮ່ວມມືລະຫວ່າງສອງປະເທດ ໃນຊຸມປີຜ່ານມາ. ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19, ແຕ່ທັງສອງຝ່າຍ ​ຍັງໄດ້ມາ​ນະພະຍາຍາມຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການ​ພົບ​ປະ​ຂັ້ນ​ສູງ; ເສີມ​ຂະ​ຫຍາຍ​ບັນ​ດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.

ສອງຝ່າຍໄດ້ໃຊ້ເວລາ​ສ່ວນຫຼາຍ ເພື່ອປຶກສາຫາລືມາດຕະການໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງພະຍາດໂຄວິດ -19 ໃນແຕ່ລະປະເທດ ແລະ ສຳລັບສາຍພົວພັນການຮ່ວມມືຫວຽດນາມ - ລາວ; ​ພ້ອມ​ກັນ​ນັ້ນ, ສອງຝ່າຍ​ກໍ່ໄດ້​ເປັນ​ເອ​ກະ​ພາບຮ່ວມກັນຊຸກຍູ້ການພົວ​ພັນຮ່ວມມືໃນທຸກດ້ານ ຄື: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງ​ກັນຄວາມ​ສະ​ຫງົບ, ການສຶກສາ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ວັດທະນະທໍາ, ວິທະຍາສາດ ແລະ ເຕັກ​ນິກ...

ສອງຝ່າຍເຫັນດີເປັນ​ເອ​ກ​ະ​ພາບ ​ຄວນສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາໝາກຜົນທີ່ບັນລຸໄດ້ ໃນກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ​ໃຫ້ເປັນຢ່າງດີ; ຜັນ​ຂະ​ຫຍາຍສັນຍາການຮ່ວມມືສອງຝ່າຍຫວຽດນາມ-ລາວ ໄລຍະ 2021-2025, ຂໍ້​ຕົກ​ລົງຍຸດທະສາດ​ການ​ຮ່​ວ​ມ​ມື ຫວຽດນາມ-ລາວ ໄລຍະ 2021-2030, ກໍ່​ຄື​ບັນ​ດາໝາກຜົນ​ທີ່ບັນລຸໄດ້ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ.

ສອງຝ່າຍເຫັນດີເປັນເອກະພາບກຳນົດເອົາ ປີ 2022 ເປັນ “ປີສາມັກຄີມິດຕະພາບ ແລະ ລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ເພື່ອສະເຫຼີມສະຫຼອງຄົບຮອບ 60 ປີຂອງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 45 ປີຂອງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ. ສອງຝ່າຍ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ; ຜັນຂະຫຍາຍແຜນຮ່າງການຮ່ວມມືດ້ານການສຶກສາ ລະຫວ່າງຫວຽດນາມ ແລະ ລາວ ໄລຍະ 2021-2030 ແລະ ແຜນຮ່າງການນຳເອົາເນື້ອໃນຂອງຊຸດປະຫວັດສາດແຫ່ງສາຍພົວພັນພິເສດລະຫວ່າງຫວຽດນາມ-ລາວ ໃຫ້ເປັນຢ່າງດີ.

ຍູ້​ແຮງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ພະລັງງານ; ເອົາໃຈໃສ່ ແລະ ແກ້ໄຂຢ່າງ​ເດັດ​ຂາດ​ບັນ​ດາຄວາມຫຍຸ້ງຍາກ, ບັນຫາຕິດ​ຄັດຂອງວິສາຫະກິດສອງປະເທດຢ່າງ​ເປັນປະຈຳ; ນຳໃຊ້ສັນຍາການຄ້າເສລີ​ທີ່ສອງປະເທດ​ເຂົ້າ​ຮ່ວມໃຫ້ເປັນ​ຢ່າງ​ດີ ເຊັ່ນ: ​ສັນ​ຍາຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ (RCEP), ຫຼື ບັນ​ດາ​ສັນ​ຍາສຳຄັນທີ່ຫວຽດນາມໄດ້ເຂົ້າຮ່ວມ ຢ່າງມີປະສິດທິພາບໃນເບື້ອງຕົ້ນ ເຊັ່ນ: ສັນຍາຄູ່​ຮ່ວມ​ມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ, ສັນຍາການຄ້າເສລີ ຫວຽດນາມ-EU ເພື່ອຊ່ວຍທະ​ວີ​ຄູນຕະຫຼາດສົ່ງອອກ ແລະ ດຶງດູດ​ກະ​ແສການລົງທຶນຈາກຕ່າງປະເທດເຂົ້າມາລົງທຶນ.

ສອງຝ່າຍ ​ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນ ດ້ວຍມາດ​ຕະ​ການສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນ​ນັ້ນ ມີສົນທິສັນຍາສະຫະປະຊາຊາດ​ວ່າ​ດ້ວຍກົດໝາຍທະເລປີ 1982 (UNCLOS 1982).

ເນື່ອງໃນໂອກາດນີ້, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ມອບ ກິດຈະການໂຮງຮຽນອາຊີວະສຶກສາຢູ່ແຂວງຄຳມ່ວນ ມີີມູນຄ່າ 5 ລ້ານໂດລາສະຫະລັດ ໃຫ້ພັກ, ລັດ ແລະ ປະຊາຊົນລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.