ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021

16:53 | 06/08/2021

ຍສໝ - ທີ່ການປະຊຸມຂ່າວປະຈຳ ຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 5 ສິງຫາ, ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທອງລຸນ ສີສຸລິດ, ປະທານປະເທດຫງວຽນຊວນຟຸກ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 9 ຫາ 10 ສິງຫາ 2021.

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບບັນດາແບບຢ່າງດີເດັນຂອງຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບບັນດາແບບຢ່າງດີເດັນຂອງຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19
ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021
ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021. ພາບ: vietnamnet.vn

ຄາດວ່າພາຍໃນຂອບການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມີການໂອ້​ລົມເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ພົບປະກັບ ທ່ານນາຍົກລັດຖະມົນຕີ ສປປ.ລາວ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ; ຕ້ອນຮັບບັນດາຜູ້ນຳຂັ້ນສູງຂອງລາວ; ຢ້ຽມຢາມອະດີດຜູ້ນຳຂັ້ນສູງຂອງປະເທດລາວ ຈຳນວນໜຶ່ງ; ກ່າວຄຳປາໄສໃນກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຊຸດ​ທີ IX ຂອງລາວ; ເຂົ້າຮ່ວມ, ກ່າວຄຳປາໄສໃນພິທີເປີດສະຫຼອງ, ມອບໂຄງ​ການສະພາແຫ່ງຊາດລາວ ແລະ ເຂົ້າຮ່ວມກິດຈະກຳທີ່ສຳຄັນອື່ນໆຈຳນວນໜຶ່ງ.

ໃນການ​ໂອ້​ລົ​ມເຈລະຈາ, ການພົບປະໃນຄັ້ງນີ້, ສອງຝ່າຍຈະ​ແ​ລກ​ປ່ຽນປຶກສາຫາລືບັນດາມາດຕະການ ເພື່ອນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ​ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ ​ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທ້ຈິງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນຂອງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.