ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

22:34 | 29/06/2021

ຕອນເຊົ້າວັນທີ 29 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
ບັນຍາກາດທີ່ການພົບປະ. ພາບ: ຈ້ອງຫາຍ.

ທີ່ການພົບປະ, ການນໍາສອງທ່ານ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງແຕ່ລະປະເທດ ແລະການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນການຮັບມືກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ; ຢັ້ງຢືນວ່າ ບໍ່ວ່າຢູ່ໃນສະພາບການໃດກໍ່ຕາມ, ຫວຽດນາມ ແລະລາວ ຍາມໃດກໍເສີມຂະຫຍາຍມູນເຊື້ອຮ່ວມທຸກຮ່ວມສຸກຮ່ວມເປັນຮ່ວມຕາຍນໍາກັນ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ບິແບ່ງກັນກິນ, ແບ່ງປັນ ແລະຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ-ສັງຄົມໂດຍໄວ ແລະສືບຕໍ່ພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງການໜູນຊ່ວຍອັນໃຫຍ່ຫຼວງທາງດ້ານວັດຖຸ ແລະຈິດໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາ ໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງລາວ ໃນການຄວບຄຸມພະຍາດໂຄວິດ-19 ຈົນມາຮອດປັດຈຸບັນ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ສົມກັບການພົວພັນພິເສດ ແລະການຮ່ວມມືຮອບດ້ານ; ຕັດສິນໃຈປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ ແລະຂໍ້ຕົກລົງຮ່ວມມືທີ່ຫາກໍ່ໄດ້ລົງນາມ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້ຢ່າງເຂັ້ມງວດ ແລະມີປະສິດທິຜົນ, ຖືກຕາມເນື້ອໃນຈິດໃຈຊີ້ນໍາຂອງສອງທ່ານເລຂາທິການໃຫຍ່ ໃນການພົບປະ ໃນວັນທີ 28 ມິຖຸນາ 2021.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ຢູ່ທີ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ການຮ່ວມມືລະຫວ່າງສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ. ທ່ານປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍ ສປປ ລາວ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76, ເຊິ່ງເປັນການສະແດງໃຫ້ເຫັນຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງລາວ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ເວທີສາກົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ສປປ ລາວ ໃນໄລຍະເວລາທີ່ເໝາະສົມ; ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຂອບໃຈ ແລະຕອບຮັບດ້ວຍຄວາມຍິນດີ.

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເປັນປະທານພິທີສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເດີນທາງກັບຄືນປະເທດ ຢູ່ທີ່ທໍານຽບປະທານປະເທດ. ຕອນບ່າຍມື້ນີ້, ທ່ານ ທອງລຸນ ສີສຸລິດ ແລະຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດ ລາວ ໄດ້ອອກຈາກຮ່າໂນ້ຍ ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ດ້ວຍຜົນສໍາເລັດຢ່າງຈົບງາມ.

la.qdnd.vn

ເຫດການ
302 Found

Found

The document has moved here.