ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

18:12 | 04/07/2021

ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສຳລັບພາລະກິດແຫ່ງການປົດປ່ອຍຊາດ ແລະ ວຽກງານປ້ອງກັນ ແລະ ພັດທະນາປະເທດຊາດຂອງພັກ, ລັດ ແລະ ປະຊາຊົນລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ໃນໄລຍະທີ່ມີການຕໍ່ສູ້ຢ່າງດຸເດືອດນັ້ນ, ທະຫານອາສາສະໝັກຫວຽດນາມ ຈຳນວນຫຼາຍສິບພັນຄົນ ໄດ້ປະຄອບຄົວ, ຍາດຕິພີ່ນ້ອງ ແລະ ບ້ານເກີດເມືອງນອນຂອງຕົນ ເພື່ອໄປລາວ ປະຕິບັດພັນທະສາກົນ, ຮ່ວມກັບກອງທັບ ແລະ ປະຊາຊົນລາວ ເພື່ອຕໍ່ສູ້ຕ້ານການຮຸກຮານ. ພັກ, ລັດ ແລະ ປະຊາຊົນລາວ ໄດ້ສະແດງຄວາມຕີລາຄາສູງ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ແລະ ການເສຍສະຫຼະອັນສູງສົ່ງຂອງທະຫານ ແລະ ປະຊາຊົນຫວຽດນາມໃນພາລະກິດແຫ່ງຕໍ່ສູ້ຕ້ານການຮຸກຮານ, ປົດປ່ອຍປະຊາຊົນລາວ ໃຫ້ພົ້ນຈາກແອກປົກຄອງຂອງພວກສັດຕູ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ສອງປະເທດຕ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງ, ໃສແຈ້ງລະຫວ່າງສອງຊາດລາວ - ຫວຽດນາມໃຫ້ນັບມື້ນັບມີປະສິດທິຜົນ ແລະ ໝັ້ນຄົງຕະຫຼອດກາລະນານ. ພ້ອມກັນນັ້ນ ກໍ່ຖືນີ້ແມ່ນຄວາມຮັບຜິດຊອບອັນສຳຄັນ ແລະ ໜ້າທີ່ອັນສູງສົ່ງຂອງສອງປະເທດ, ໃຫ້ສົມກັບຄວາມເສຍສະຫຼະອັນສູງສົ່ງ ແລະ ຄວາມປາດຖະໜາຂອງຄົນລຸ້ນກ່ອນ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທີ່ໄດ້ກໍ່ສ້າງພະນັກງານຫຼັກແຫຼ່ງສຳລັບປະເທດລາວ, ຮຽບຮຽງຊຸດປື້ມໂຮຈິມິນຄົບຊຸດເປັນພາສາລາວ, ເປັນແຫຼ່ງທຶນອັນລ້ຳຄ່າທີ່ຈະຖ່າຍທອດໃຫ້ລຸ້ນໜຸ່ມ.

ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຫງວຽນຊວນທັ້ງ ໄດ້ຢືນຢັນວ່າ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງດ້ວຍບັນດາຂະແໜງທີ່ມີໜ້າທີ່ຂອງລາວ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຖືວ່າ ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສຳຄັນທີ່ນຳໜ້າ ໃນການເຄື່ອນໄຫວຮ່ວມມືສາກົນ; ໃນນັ້ນຈຸດສຸມແມ່ນຈັດຕັ້ງປະຕິບັດໂຄງການແບ່ງປັນປະສົບການ ແລະ ວິທີການຄົ້ນຄ້ວາກ່ຽວກັບແນວຄິດຂອງປະທານໂຮ່ຈີມິນ ແລະ ແນວຄິດຂອງປະທານໄກສອນພົມວິຫານ; ຜັນຂະຫຍາຍໂຄງການ ກໍ່ສ້າງຮາກຖານສະຖາບັນການເມືອງ ແລະ ການບໍລິຫານແຫ່ງຊາດລາວ ຢູ່ແຂວງຈຳປາສັກ…

ເນື່ອງໃນໂອກາດນີ້, ສຳນັກຂ່າວສານຫວຽດນາມ ໄດ້ສົມທົບກັບຄະນະພົວພັນຕ່າງປະເທດສູນກາງ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຈັດງານວາງສະແດງພາບຖ່າຍ: “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ” ຢູ່ສະໂມສອນເລກ 1, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.