ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ

22:20 | 09/08/2021

ຍສໝ - ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.

ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ
ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ. ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ສະມາຄົມ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ ແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ບັນຍາກາດທີ່ການພົບປະ. (ພາບ: TTXVN)

ການນຳສອງປະເທດກໍໄດ້ແລກປ່ຽນກ່ຽວກັບບັນດາວິທີການລະອຽດ ເພື່ອຊຸກຍູ້ສາຍພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ພ້ອມທັງເຫັນດີສະໜັບສະໜູນລັດຖະບານສອງປະເທດສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດ ເປັນຕົ້ນແມ່ນ ທ່າກ່ຳປັ່ນ ຫວູງອ໊າງ 1,2,3, ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ - ຫວູງອ໊າງ, ສວນອຸດທິຍານມິດຕະພາບ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ສະໜາມບິນ ໜອງຄ້າງ, ໂຮງໝໍ ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ.

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ໄດ້ມອບປະມວນປຶ້ມແບບຮຽນພາສາ ຫວຽດ ແລະ ມອບເງິນຈຳນວນ 10.000 USD ໃຫ້ແກ່ ຄູອາຈານ ແລະ ນັກຮຽນ ຂອງໂຮງ​ຮຽນສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ. (ພາບ: VOV)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ເຈິ່ນຫງວຽດທູ - ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຄະນະອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ເນື່ອງໃນໂອກາດນີ້, ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ໄດ້ມອບປະມວນປຶ້ມແບບຮຽນພາສາ ຫວຽດ ແລະ ມອບເງິນຈຳນວນ 10.000 USD ໃຫ້ແກ່ ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນແຫ່ງນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.