ປະທານປະເທດຫວຽດນາມ ຢ້ຽມຢາມລາວເພື່ອຮັດແໜ້ນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ

20:53 | 09/08/2021

ການຢ້ຽມຢາມ ສປປ ລາວ ຂອງ ທ່ານປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ແມ່ນເຫດການສໍາຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ.

ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ
ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ຕາມສໍານັກຂ່າວສານປະເທດລາວ, ການຢ້ຽມຢາມຂອງ ທ່ານ ຫງວຽນຊວນຟຸກ ໄດ້ດຳເນີນໃນລະຫວ່າງວັນທີ 9-10 ສິງຫາ 2021 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງປະທານປະເທດຫວຽດນາມ ໃນອາຍຸການ 2021-2026 ແລະກໍ່ເປັນຄັ້ງທໍາອິດທີ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດມາຢ້ຽມຢາມ ນັບແຕ່​ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

ປະທານປະເທດຫວຽດນາມ ຢ້ຽມຢາມລາວເພື່ອຮັດແໜ້ນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ

ທ່ານປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ. ພາບ: baoquocte.vn

ເລື່ອງ ທ່ານປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ໄດ້ເລືອກປະເທດລາວ ເປັນປະເທດທໍາອິດທີ່ໄປຢ້ຽມຢາມຫຼັງຈາກໄດ້ການ​ຮັບ​ການເລືອກຕັ້ງໃຫ້ດໍາລົງຖາ​ນະຕໍາແໜ່ງໃໝ່ ແລະໄດ້ດໍາເນີນພາຍຫຼັງການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ອັນໄດ້ປະກອບສ່ວນຢັ້ງຢືນນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ, ໂດຍສະເພາະແມ່ນ​ຖື​ເປັນສໍາຄັນການປົກປັກຮັກສາ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຢ່າງບໍ່​ຢຸດຢັ້ງ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ; ປະກອບສ່ວນເຮັດໃຫ້ສາຍພົວພັນອັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ຜູ້ນຳຂັ້ນສູງຂອງສອງພັກ ແລະສອງປະເທດໃນອະຍຸການໃໝ່ໃຫ້​ເລິກເຊິ່ງກວ່າ​ອີກ.

ໂດຍສະເພາະໃນສະພາບການແຜ່ລະບາດຂອງພະຍາດໂຄວິດ - 19, ຫວຽດນາມ ແລະລາວ ຍັງຮັກສາທ່ວງທ່າ ແລະພັດທະນາການພົວພັນໃນຂົງເຂດຕ່າງໄວ້​ໄດ້.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ. ສອງຝ່າຍສືບຕໍ່ປະສານສົມທົບກັນເພື່ອຮັບປະກັນຄວາມໝັ້ນຄົງ, ຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ; ວາງແຜນ, ຈັດຕັ້ງປະຕິບັດການກໍ່ສ້າງ ແລະ ບູລະນະ, ບຳລຸງຮັກສາບັນດາກຸ່ມບ້ານຊາຍແດນ; ປະສານສົມທົບກັນໃນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ແລະສົ່ງກັບຄືນປະເທດ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ຮັກສາເປັນຢ່າງດີໃນສະພາບການໂລກລະບາດ. ວົງ​ເງິນການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ 670 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 36,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ​ໄລ່ສະສົມມາຮອດປັດຈຸບັນ, ຫວຽດນາມມີ 209 ໂຄງການ ຢຸ່ລາວ​ທີ່​ພວມ​ດຳ​ເນີນ ດ້ວຍທຶນລົງທະບຽນປະມານ 5.16 ຕື້ໂດລາສະຫະລັດ.

ການຮ່ວມມືດ້ານການສຶກສາ ແລະບໍາລຸງສ້າງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ກະຊວງສຶກສາທິການຂອງສອງປະເທດໄດ້ປະ​ກາດແຜນຮ່າງ​ການຮ່ວມມືດ້ານການສຶກສາ ລະຫວ່າງ ລາວ ແລະຫວຽດນາມໃນໄລຍະປີ 2021-2030. ໃນປີ 2021, ຫວຽດນາມ ໃຫ້ທຶນການສຶກສາ ພະນັກງານ, ນັກສຶກສາລາວ ເພື່ອໄປສຶກສາທີ່ປະເທດຫວຽດນາມ 1.220 ທຶນ, ສ່ວນຝ່າຍລາວ ໃຫ້ທຶນການສຶກສາແກ່​ຫວຽດ​ນາມ 60 ທຶນ.

ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ສືບຕໍ່ໄດ້ຮັບການເພີ່ມທະວີ, ເປັນ​ຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສາ​ທາ​ລະ​ນະ​ສຸກ, ການກໍ່ສ້າງພັດທະນາຊັບພະຍາກອນມະນຸດ, ການຮັບປະກັນຄວາມ​ສະ​ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ບັນດາເຂດຊາຍແດນຂອງສອງປະເທດ.

ຜ່ານນັ້ນສາມາດເຫັນໄດ້ຢ່າງຈະແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ຍາມ​ໃດ​ກໍ່ຢູ່ຄຽງ​ຂ້າງກັນ​ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ຄວາມລຳບາກ, ມີຄວາມຜູກພັນອັນຍາວນານ ແລະໄດ້​ຮັບ​ການສືບທອດ, ພັດທະນາຢ່າງຕໍ່ເນື່ອງ.

ໄຊພອນ

302 Found

Found

The document has moved here.