ປະທານປະເທດຫວຽດນາມ ສົ່ງຈົດໝາຍຢ້ືຢາມຖາມຂ່າວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ

06:00 | 09/08/2021

ເນື່ອງໃນໂອກາດ “ວັນເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ” ວັນທີ 10 ສິງຫາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຖິງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຢູ່ ຫວຽດນາມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານເນື້ອໃນຈົດໝາຍຂອງທ່ານປະທານປະເທດດັ່ງລຸ່ມນີ້:

ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດ “ວັນເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ” ວັນທີ 10 ສິງຫາ, ດ້ວຍຄວາມຮັກແພງທີ່ສະໜິດສະໜົມຂ້າພະເຈົ້າຂໍສະແດງຄວາມນັບຖື, ແບ່ງປັນ ແລະສົ່ງຄໍາຢື້ຢາມຖາມຂ່າວຢ່າງສຸດຊຶ້ງທີ່ສຸດມາຍັງຜູ້ຖືກເຄາະຮ້າຍ ແລະຄອບຄົວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນໃນທ່ົວປະເທດ.

ຜ່ານ 60 ປີ, ນັບແຕ່ເມື່ອໄພພິບັດຈາກທາດພິດສີສົ້ມ/ດີໂອຊີນ ເກີດຂຶ້ນຢູ່ຫວຽດນາມ (10-8-1961/10-8-2021), ແຕ່ຄວາມເສຍຫາຍ, ເຈັບປວດເຊິ່ງໄພພິບັດນີ້ກໍ່ຂຶ້ນໃນທົ່ວປະເທດເຮົາຍັງຮ້າຍແຮງ, ດ້ວຍຜົນຮ້າຍ, ຜົນຕາມມາໜັກໜ່ວງ, ມີຜົນສະທ້ອນໃຫ້ຫຼາຍລຸ້ນຄົນ.

ໃນຊຸມປີຜ່ານມາ, ພັກ, ລັດ ແລະປະຊາຊົນໄດ້ເອົາໃຈໃສ່ທີ່ສຸດ, ແບ່ງປັນ, ເຫັນອົກເຫັນໃຈ, ປາດຖະໜາຢາກໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຜ່ານຜ່າຄວາມເຈັບປວດ, ຄວາມຫຍຸ້ງຍາກ, ມານະພະຍາຍາມບືນຕົວຂຶ້ນໃນການດຳລົງຊີວິດ. ໃນຂະນະນັ້ນ, ຂ້າພະເຈົ້າຂໍຊົມເຊີຍເປັນພິເສດສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ ໄດ້ມີຄວາມມານະພະຍາຍາມ, ຢຶດໝັ້ນ, ເຄື່ອນໄຫວຢ່າງມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ເປັນແກ່ນສານໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ ຢ່າງແທ້ຈິງ, ເປັນຜູ້ຕາງໜ້າຕໍ່ສູ້ຮຽກຮ້ອງຄວາມຍຸຕິທໍາ, ຄວາມສະເໝີພາບໃຫ້ຜູ້ຖືກເຄາະຮ້າຍ. ຂ້າພະເຈົ້ານິຍົມນັບຖື ແລະຊົມເຊີຍຜູ້ຖືກເຄາະຮ້າຍ ແລະຄອບຄົວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ທີ່ໄດ້ມານະພະຍາຍາມຜ່ານຜ່າຜົນຕາມມາ, ຄວາມເຈັບປວດ, ເຊື່ອມຕົວເຂົ້າການດຳລົງຊີວິດແບບຍືນຍົງ.

ຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງກໍ່ຄືການໜູນຊ່ວຍທີ່ແທດຈິງຈາກບັນດາອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນທີ່ຢູ່ພາຍໃນ ແລະຕ່າງປະເທດ, ເພື່ອນມິດສາກົນ, ທີ່ສະຫງວນໃຫ້ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ ນັ້ນກໍ່ແມ່ນຮູບພາບການກະທຳທີ່ດີງາມ, ສູງສົ່ງ ແລະເປັນໜ້າເຄົາລົບນັບຖື.

ຂ້າພະເຈົ້າຫວັງວ່າ ອົງຄະນະພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງ, ສ່ວນບຸກຄົນ, ພໍ່ແມ່ປະຊາຊົນເຮົາທີ່ຢູ່ພາຍໃນ ແລະຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ “ຮັກແພງກັນ” ທີ່ດີງາມຂອງຊາດເຮົາ, ຊ່ວຍເຫຼືອ ແລະສະໜັບສະໜູນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຂອງໄພພິບັດທາດພິດສີສົ້ມ/ດີໂອຊີນໃຫ້ຫຼາຍກວ່າອີກ, ເບິ່ງແຍງດູແລຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ, ໂດຍສະເພາະແມ່ນໃນໄລຍະທົ່ວປະເທດກໍາລັງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ.

ດ້ວຍຄວາມເຊື່ອໝັ້ນຕໍ່ການຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ ຢ່າງມີປະສິດທິຜົນ, ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ຖືກເຄາະຮ້າຍ ແລະຄອບຄົວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ມີຄວາມປອດໄພຈາກພະຍາດໂຄວິດ-19, ຍາມໃດກໍ່ຢຶດໝັ້ນ, ມີມານະຈິດເພື່ອສືບຕໍ່ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສູ້ຊົນບືນຕົວຂຶ້ນເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີງາມກວ່າ.

la.qdnd.vn

ເຫດການ
302 Found

Found

The document has moved here.