ຍສໝ - ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນຝູ໋ກວກ, ແຂວງ ກຽນຢາງ, ຄະນະໂຄສະນາສຶກສາແຂວງ ກຽນຢາງ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 5 ຈັດຕັ້ງພິທີສະຫຼຸບ ແລະ ມອບລາງການແຂ່ງຂັນຂຽນ ດ້ວຍຫົວຂໍ້ “ວຽກງານຂ່າວສານການຕ່າງປະເທດ; ການໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ຊາຍແດນດິນຕໍ່ແຜ່ນ" ແຂວງ ກຽນຢາງ ໃນປີ 2023.
ຍສໝ - ວັນທີ 15 ມັງກອນ, ທີ່ກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຮ່າງກົດໝາຍວ່າດ້ວຍທີ່ດິນແດນ (ສະບັບປັບປຸງ) ທີ່ຍື່ນສະເໜີ ໄດ້ຮັບການປັບປຸງບັນດາຂໍ້ກຳນົດກ່ຽວກັບສິດ ແລະ ພັນທະກ່ຽວກັບການນຳໃຊ້ທີ່ດິນຂອງຊາວ ຫວຽດນາມ ທີ່ໄປຕັ້ງຖິ່ນຖານຢູ່ຕ່າງປະເທດ.
ຍສໝ - ຕາມຂ່າວສານຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນເປັນປະຫວັດການ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກນີ້ແມ່ນຫຼັກຖານສະແດງເຖິງການດຶງດູດການເພີ່ມຂຶ້ນຂອງອຸດສາຫະກໍາການທ່ອງທ່ຽວ "ປະເທດລ້ານຊ້າງ" ຕໍ່ກັບນັກທ່ອງທ່ຽວສາກົນ.
ຍສໝ - ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ ໄດ້ເຊັນຂໍ້ຕົກລົງເລກທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ.
ຍສໝ - ວັນທີ 7 ມັງກອນ, ຄະນະກໍາມະການປະຊາຊົນເທດສະບານ ແທ້ງອ່ານ (ເມືອງ ວີ້ງແທ້ງ, ນະຄອນ ເກີ່ນເທີ) ໄດ້ສົມທົບກັບກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VK) ສະຫຼອງເປີດຂົວມິດຕະພາບ VK 282.
ຍສໝ - ວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) - ອົງການປະຈໍາຄະນະກຳມະການວຽກງານຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (ຄະນະກໍາມະການ) ໄດ້ມອບໃບຍ້ອງຍໍໃຫ້ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ການຮັບປະກັນຊີວິດ ສັງຄົມຂອງ ຫວຽດນາມ ໃນປີ 2023.
ຍສໝ - ບົດລາຍງານກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໃນປີ 2023, ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ມາຮອດວັນທີ 20 ທັນວາ 2023, ຍອດຈຳນວນທຶນຈົດທະບຽນຢູ່ຫວຽດນາມ ບັນລຸກວ່າ 36,6 ຕື້ USD, ເພີ່ມຂຶ້ນ 32.1% ເມື່ອທຽບກັບໄລຍະດຽວກັນ.
ຍສໝ - ວັນທີ 30 ທັນວານີ້, ລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການລັດຖະມົນຕີການຕ່າງປະເທດອາຊຽນກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ວັນທີ 16 ທັນວາ, ຢູ່ສວນສາທາລະນະ APEC ນະຄອນ ດ່ານັ່ງ, ພະແນກວັດທະນະທໍາ ແລະ ກິລານະຄອນ ດ່ານັ່ງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດວັນບຸນຊາວຕ່າງປະເທດນະຄອນ ດ່ານັ່ງ ປີ 2023.
ຍສໝ - ວັນທີ 17 ທັນວາ 2023, ໃນຂອບເຂດກອງປະຊຸມການທູດຄັ້ງທີ 32, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ກົມກົງສຸນ ໄດ້ເປັນປະທານຮ່ວມກອງປະຊຸມຫົວເລື່ອງກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ການປົກປ້ອງພົນລະເມືອງຢູ່ສຳນັກງານກະຊວງການຕ່າງປະເທດ.
ຍສໝ - ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມການຕ່າງປະເທດ ຄັ້ງທີ 32 ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ” ໄດ້ໄຂຂຶ້ນຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ຍສໝ - ໃນຊຸມປີຜ່ານມານີ້, ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນແຂວງ ແທງຮ໋ວາ ນັບມື້ນັບພັດທະນາ, ແຕ່ໂດຍທົ່ວໄປ, ຊີວິດຂອງທະຫານ ແລະ ປະຊາຊົນເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ; ບັນດາອິດທິກຳລັງປະຕິການ, ສັດຕູສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ຊົນເຜົ່າ, ສາສະໜາ ເພື່ອບິດເບືອນແຜນນະໂຍບາຍ, ແນວທາງຂອງ ພັກ, ນະໂຍບາຍ, ກົດໝາຍຂອງ ລັດ. ສະພາບຕົວຈິງທີ່ກ່າວມາຂ້າງເທິງນີ້ໄດ້ສົ່ງຜົນສະທ້ອນໂດຍກົງ ແລະ ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວຽກງານຖະແຫຼງຂ່າວການຕ່າງປະເທດຂອງທະຫານປ້ອງກັນຊາຍແດນ ແທງຮ໋ວາ.
ຍສໝ - ວັນທີ 17 ທັນວາ 2023, ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 32, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ກົມກົງສຸນ ໄດ້ເປັນປະທານຈັດຕັ້ງກອງປະຊຸມທີ່ມີຫົວຂໍ້ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ການປົກປ້ອງພົນລະເມືອງ ຢູ່ສຳນັກງານເຮັດວຽກກະຊວງການຕ່າງປະເທດ, ເຮືອນເລກທີ 2 ເລກວາງດ່າວ.
ຍສໝ - ຫ້ອງການລັດຖະບານ ຫາກໍ່ອອກເອກະສານແຈ້ງຂ່າວຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນລີວກວາງ ກ່ຽວກັບສະພາບການລົງທຶນຕ່າງປະເທດ ພາຍຫຼັງໄດ້ຮັບບົດລາຍງານ ແລະ ຂໍ້ສະເໜີແນະຈາກກະຊວງແຜນການ ແລະ ການລົງທຶນ.
ຍສໝ - ທີ່ກອງປະຊຸມເຈລະຈາ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຈະແບ່ງປັນທ່າອຽງໃໝ່ໃນການລົງທຶນ, ການປ່ຽນແປງໃໝ່ປະດິດສ້າງ, ການສຶກສາບຳລຸງສ້າງ, ເປັນເສນາທິການໃຫ້ບັນດາວິສາຫະກິດ ຫວຽດນາມ ບັນລຸໄດ້ຜົນສຳເລັດ.
ຍສໝ - ການຮ່ວມມືດ້ານແຮງງານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ພັດທະນາຢ່າງເລິກເຊິ່ງໃນ 3 ຂົງເຂດຄື ການສົ່ງແຮງງານໄປ ຍີ່ປຸ່ນ, ການສອນວິຊາຊີບ - ການສຶກສາວິຊາອາຊີບ ແລະ ການໝັ້ນຄົງສັງຄົມ. ແຕ່ວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງມີຫຼາຍຢ່າງ.
ຍສໝ - ນີ້ຄືຈິດໃຈລວມຂອງກອງປະຊຸມພົບປະຫາລືລະຫວ່າງບັນດາຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ກັບບັນດາສຳມະພັນ ແລະ ຫົວໜ່ວຍທຸລະກິດຂອງຫວຽດນາມຈັດຂຶ້ນໃນວັນທີ 15/12 ຢູ່ທີ່ ຮ່າໂນ້ຍ ໂດຍກະຊວງການຕ່າງປະເທດໃນຂອບກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 32.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານສາດສະດາຈານ ຫງວຽນດິ່ງຟູ໋, ປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອາເມລິກາ (VENUSA) ກັບ ຍຸກສະໄໝ.
ຍສໝ - ວັນທີ 7 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ໃຫ້ການຕ້ອນຮັບກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ.