ດົ່ງ​ນາຍ: ການ​ເຄື່ອນ​ໄຫວການທູດປະ​ຊາ​ຊົນທີ່​ຫຼາຍຮູບຫຼາຍແບບ

19:39 | 17/07/2024

ຍສໝ -​ ຢູ່​ແຂວງ ດົ່ງ​ນາຍ, ການ​ເຄື່ອນ​ໄຫວການທູດປະຊາຊົນ ບໍ່​ພຽງ​ແຕ່​ສຳລັບ​ຜູ້​ໃຫຍ່​ເທົ່າ​ນັ້ນ, ຫາກ​ເດັກນ້ອຍ​ຍັງ​ມີ​ສະໜາມ​ຫຼິ້ນ​ຫຼາຍ​ແຫ່ງ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບການ​ເຄື່ອນ​ໄຫວນີ້.

ຫາຍເຢືອງ ຜັນຂະຫຍາຍຫຼາຍການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າຢູ່ ​ອາ​ຟຣິກາ ​ໃຕ້
ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

ແຕ່ລະ​ປີ, 10 ສະມາຄົມ​ມິດຕະພາບ​ສະມາຊິກ ຂຶ້ນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ການທູດປະຊາຊົນ​. ເຄິ່ງຫນຶ່ງຂອງຈຳນວນການ​ເຄື່ອນ​ໄຫວເຫຼົ່ານີ້ ແມ່ນມຸ່ງໄປເຖິງນັກຮຽນ, ນັກສຶກສາຢູ່ບັນດາໂຮງຮຽນ.

ດົ່ງ​ນາຍ: ການ​ເຄື່ອນ​ໄຫວການທູດປະ​ຊາ​ຊົນທີ່​ຫຼາຍຮູບຫຼາຍແບບ

ການນຳບໍລິສັດ​ອຸດ​ສາ​ຫະ​ກຳ Brother Saigon ຈຳ​ກັດ ມອບທຶນການສຶກສາໃຫ້ແກ່ນັກສຶກສາ. (ພາບ: S.Thao)

ເອົາໃຈໃສ່ເຖິງນັກຮຽນ, ນັກສຶກສາ

ແຕ່ລະປີ, ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ ດົ່ງນາຍ ໄດ້ຮັກສາການຈັດຕັ້ງງານແຂ່ງຂັນແຕ້ມຮູບໃຫ້ສຳລັບນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ. ແຕ່ລະງານແຂ່ງຂັນ ໄດ້ດຶງດູດນັກຮຽນຈາກໂຮງຮຽນລັດກໍຄືເອກະຊົນນັບຮ້ອຍຄົນເຂົ້າຮ່ວມ.

ສະເພາະ ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ແຂວງ ດົ່ງນາຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ແຂວງ ດົ່ງນາຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ດົ່ງນາຍ, ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ໄດ້ຈັດຕັ້ງງານແຂ່ງຂັນອະທິບາຍລາຍງານດ້ວຍພາ​ສາ​ຕ່າງ​ປະ​ເທດ​ສໍາ​ລັບ​ນັກ​ຮຽນ​ມັດທະຍົມຕອນປາຍ, ນັກສຶກສາບັນດາມະຫາວິທະຍາໄລ ແລະ ວິທະຍາໄລ. ຫົວ​ຂໍ້​ລາຍງານຂອງ​ແຕ່ລະງານແຂ່ງ​ຂັນ​ ແມ່ນຫຼາກຫຼາຍ ແລະ ​ເຫມາະ​ສົມ​ສໍາ​ລັບ​ເກນອາ​ຍຸ​​ທີ່​ແຕກ​ຕ່າງ​ກັນ​.

ໂດຍຜ່ານ​ການ​ເຊື່ອມ​ຕໍ່ຂອງ​ບັນດາ​ສະມາຄົມ​​ສະມາຊິກ ຂຶ້ນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ວິ​ສາ​ຫະກິດຫຼາຍແຫ່ງ ​ໄດ້​ມອບ​ທຶນການ​ສຶກສາ​ໃຫ້​ບັນດາ​ນັກ​ສຶກສາ​ຂອງບັນດາມະຫາວິທະຍາ​ໄລ​ໃນບໍລິເວນ. ຫວ່າງ​ມໍ່ໆ​ມາ​ນີ້, ຜ່ານ​ການ​ເຊື່ອມ​ຕໍ່​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ບໍລິສັດ​ອຸດ​ສາ​ຫະ​ກຳ Brother Saigon ຈຳ​ກັດ (ເຂດອຸດ​ສາ​ຫະ​ກຳ Amata, ນະ​ຄອນ ບຽນ​ຮວ່າ) ໄດ້​ມອບ​ທຶນການສຶກ​ສາ​ໃຫ້​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ຫຼາກຮົ່ງ. ແຕ່ລະຄົນໄດ້ຮັບທຶນການສຶກສາມີມູນຄ່າ 2 ລ້ານດົ່ງ.

ມຸ່ງໄປເຖິງເປົ້າໝາຍລະອຽດ

ທ່ານ ຫງວຽນ​ແທ່ງ​ຈີ໋, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ​ໃຫ້​ຮູ້​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ແລະ ຕຳຫຼວດ​ແຂວງ ຫາກໍ່ຈັດຕັ້ງລົງນາມໃນຂໍ້​ກຳນົດສົບທົບການປະຕິບັດງານການ​ທູດປະຊາຊົນ. ​ຕາມ​ເນື້ອ​ໃນ​ການ​ລົງ​ນາມ​ແລ້ວ, ສອງ​ໜ່ວຍ​ງານ​ ​ຈະ​ສົມທົບ​ກັນ​ປະຕິບັດ 4 ໜ້າ​ທີ່ຈຸດສຸມ, ໃນນັ້ນມີ: ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ ແລະ ປະຊາຊົນໃນບໍລິເວນແຂວງ ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນການປະຕິບັດງານການ​ຕ່າງປະເທດປະຊາຊົນ, ຕິດ​ພັນ​ກັບ​ວຽກ​ງານ​ຮັບປະກັນຄວາມພອດໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ​ຮັບປະກັນຄວາມພອດໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍໃນບັນດາການເຄື່ອນໄຫວການທູດປະຊາຊົນ; ຄັດເລືອກ​ບັນດາໝູ່ຄະນະ, ບຸກຄົນ​ຂອງ 2 ຫົວໜ່ວຍ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ໜ້າ​ທີ່...

ດົ່ງ​ນາຍ: ການ​ເຄື່ອນ​ໄຫວການທູດປະ​ຊາ​ຊົນທີ່​ຫຼາຍຮູບຫຼາຍແບບ

ນັກຮຽນເຂົ້າຮ່ວມງານ​ແຂ່ງຂັນແຕ້ມ​ຮູບ​ ໂດຍສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ແຂວງ ດົ່ງ​ນາຍ, ​ເຮືອນ​ເດັກນ້ອຍ ​ດົ່ງ​ນາຍ ສົມທົບກັນຈັດຕັ້ງ. (ພາບ: ໜັງສືພິມ ດົ່ງນາຍ)

ນອກ​ນີ້, ຫຼາຍ​ລາຍການ​ທີ່​ໄດ້ຮັບການແຜ່ຫຼາຍທົ່ວໄປ​ກ່ຽວ​ກັບ​ບັນດາຫົວຂໍ້ສະເພາະ​ການ​ທູດປະຊາຊົນ ໃຫ້ແຕ່ລະເປົ້າໝາຍສະເພາະກໍ​ໄດ້​ຈັດ​ຕັ້ງ​ເປັນ​ປະຈຳ. ເມື່ອບໍ່ດົນມານີ້, ສະຫະພັນກຳມະບານແຂວງ ກໍ່ໄດ້ສົມທົບກັບຄະນະໂຄສະນາສຶກສາພັກແຂວງ ເພື່ອຈັດຕັ້ງກອງປະຊຸມຫົວຂໍ້ສະເພາະ​ກ່ຽວກັບສະພາບການໂລກ, ພາກພື້ນ ແລະ ແຜນນະໂຍບາຍຂອງພັກ ກ່ຽວກັບການປະຕິບັດງານການຕ່າງປະເທດປະຊາຊົນໃນສະພາບການໃໝ່.ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ທິທູ​ຮັ່ງ ​ໄດ້​ມີ​ການ​ໂອ້​ລົມ​ກັບ​ຜູ້​ແທນ 500 ທ່ານ ​ເຊິ່ງ​ເປັນ​ການ​ນຳ​ຂອງ​ບັນດາ​ພະ​ແນ​ກ, ຂະແໜງການ, ອົງຄະນະ, ສະມາຊິກ​ຄະນະ​ຊີ້​ນຳ​ວຽກ​ງານ​ຂໍ້ມູນແຂວງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບແຂວງກ່ຽວກັບຄຳສັ່ງສະບັບທີ 12-CT/TW ລົງ​ວັນ​ທີ 5 ມັງກອນ 2022 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່.

ຕາມ​ທ່ານນາງ​ຫົວໜ້າ​ພະແນກພົວພັນຕ່າງປະເທດຂອງແຂວງ ດົ່ງ​ນາຍ ດັ້ງແທ່ງຖຸຍ ແລ້ວ, ວຽກ​ງານ​ປົກປ້ອງພົນລະ​ເມືອງ, ແກ້​ໄຂ​ບັນດາກໍລະນີ​ມີີປັດໄຈຕ່າງປະ​ເທດ​ ແມ່ນ​ໜາ້ທີ່​ສຳຄັນທີ່ວາງອອກຕໍ່ການ​ເຄື່ອນ​ໄຫວການຕ່າງປະເທດໃນບໍລິເວນ. ຈາກ​ສະພາບ​ຕົວ​ຈິງ​ດັ່ງກ່າວ, ພະແນກພົວພັນຕ່າງປະເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກ່ຽວກັບວຽກງານກົງສຸນ ​ແລະ ປົກ​ປ້ອງ​ພົນລະ​ເມືອງ​ໃນບໍລິເວນແຂວງ ດົ່ງ​ນາຍ ​ໃນ​ປີ 2024. ​ໃນ​ລາຍການ, ຜູ້ລາຍງານພະແນກພົວພັນຕ່າງປະເທດແຂວງ ດົ່ງ​ນາຍ, ພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີ​ມິນ ໄດ້ແຈ້ງເຖິງຜູ້​ແທນເກືອບ 200 ຄົນ​ທີ່​ເປັນ​ການ​ນຳ​ຂອງ​ບັນດາ​ພະ​ແນ​ກ, ຂະແໜງການ, ທ້ອງ​ຖິ່ນ​ໃນແຂວງ​ກ່ຽວ​ກັບ​ບາງເນື້ອ​ໃນທີ່ກ່ຽວຂ້ອງ: ການ​ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ ຢູ່​ຕ່າງປະ​ເທດ, ບາງ​​ຂະ​ບວນການ​ສະ​ເພາະ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພົນລະ​ເມືອງ, ບັນດາ​ບັນຫາທີ່ມີປັດໄຈຕ່າງປະເທດ...

ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ ປະສິດທິຜົນຢ່າງຕັ້ງໜ້າຈາກ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ​ຮ່ວມຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ

ຍສໝ - ການແລກປ່ຽນຂໍ້​ມູນຂ່າວສານ; ການຝຶກແອບ​​ນໍາ​ໃຊ້ທຸງ​ນ້ອຍທີ່ຈັບດ້ວຍມື​​; ຝຶກແອບຄົ້ນຫາ ແລະກູ້ໄພ ແລະຂົນຂວາຍ​ຊາວປະມົງ​ສອງປະເທດ​ ​ປະຕິບັດ​ກົດໝາຍ ແລະກົດລະບຽບ ​ເມື່ອ​ຂຸດ​ຄົ້ນສິນ​ທະ​ເລ​ຢ່າງ​ເຂັ້ມ​ງວດ... ນັ້ນແມ່ນບັນດາການເຄື່ອນໄຫວຢ່າງແທດຈິງໃນຂົນຂວາຍ​ຊາວປະມົງ​ສອງປະເທດ​ ​ປະຕິບັດ​ກົດໝາຍ ແລະກົດລະບຽບ ​ເມື່ອ​ຂຸດ​ຄົ້ນສິນ​ທະ​ເລຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ ​ຢ່າງ​ເຂັ້ມ​ງວດ.

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024 ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີຖຸນາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຖານີ​ວິທະຍຸ​ກະຈາຍສຽງ - ໂທລະພາບ ​ແຂວງ ດົ່ງ​ນາຍ ​​ຈັດ​ຕັ້ງ​ພິທີ​ເປີດງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ຄັ້ງ​ທີ 5 ປີ 2024.

ມີງດຶກ

ເຫດການ
302 Found

Found

The document has moved here.