ຫວຽດນາມ ເຊີດຊູຄວາມສໍາຄັນຂອງການເຊື່ອມຕໍ່ພາຍໃນກຸ່ມກ້ອນກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57

10:24 | 28/07/2024

ຍສໝ - ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ສະເໜີວ່າ: ອາຊຽນ ຕ້ອງມີວິທີການເຂົ້າເຖິງທີ່ເໝາະສົມ, ໃນນັ້ນມີວິໄສທັດຍຸດທະສາດ, ຄວາມສາມັກຄີຢ່າງໝັ້ນຄົງ, ບົດບາດໃຈກາງ ແລະການກະທໍາລະອຽດ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງທັນການ ແລະມີປະສິດທິຜົນ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57 ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57

ສືບຕໍ່ການເຄື່ອນໄຫວຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ວັນທີ 25 ກໍລະກົດ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ, ໄດ້ດໍາເນີນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

ຫວຽດນາມ ເຊີດຊູຄວາມສໍາຄັນຂອງການເຊື່ອມຕໍ່ພາຍໃນກຸ່ມກ້ອນກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ

ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະການເຊື່ອມຕໍ່ອາຊຽນ.

ໃນສະພາບການໂລກ ແລະພາກພື້ນທີ່ຂາດສະຖຽນລະພາບຄືໃນປັດຈຸບັນ, ທ່ານຮອງລັດຖະມົນຕີ ສະເໜີວ່າ: ອາຊຽນ ຕ້ອງມີວິທີການເຂົ້າເຖິງທີ່ເໝາະສົມ, ໃນນັ້ນມີວິໄສທັດຍຸດທະສາດ, ຄວາມສາມັກຄີຢ່າງໝັ້ນຄົງ, ບົດບາດໃຈກາງ ແລະການກະທໍາລະອຽດ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງທັນການ ແລະມີປະສິດທິຜົນ.

ໃນການພົວພັນກັບບັນດາຄູ່ຮ່ວມມື, ອາຊຽນ ຕ້ອງສະເໜີໃຫ້ບັນດາປະເທດເຄົາລົບບົດບາດໃຈກາງຂອງອາຊຽນ ທັງໃນຄຳເວົ້າ ແລະການກະທຳ, ຮັບປະກັນການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງ. ຢືນຢັນທັດສະນະຫຼັກໝັ້ນຂອງອາຊຽນ ໃນບັນດາບັນຫາສາກົນ ແລະພາກພື້ນຄືນໃໝ່, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດ ແລະຜັນຂະຫຍາຍບັນດາຂໍ້ມາດຕາຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ພ້ອມທັງສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍ ວ່າດ້ວຍທະເລ (UNCLOS) ປີ 1982.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.