ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ

ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ

ຕອນບ່າຍວັນທີ 22 ຕຸລາ, ພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອລາວ: ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ, ບໍ່ແກ້ວ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນ 1 ປີ ແລະປຶກສາຫາລືມາດຕະການຜັນຂະຫຍາຍການປະຕິບັດບົດບັນທຶກການຮ່ວມມື ໄລຍະ 2021-2023.

ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ

ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ

ເດືອນກັນຍາ 2022, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດຕັ້ງຊຸດຝຶກອົບຮົມດ້ານວິຊາການ ໃຫ້ແກ່ພະນັກງານປົກປັກຮັກສາຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ຂອງປະເທດລາວ. ພາຍຫຼັງໄດ້ຮັບການບໍາລຸງກໍ່ສ້າງ, ພະນັກງານຫຼາຍຄົນ ຂອງປະເທດເພື່ອນ ໄດ້ເສີມຂະຫຍາຍຄວາມຮູ້, ທັກສະທີ່ໄດ້ຮໍ່າຮຽນມາ ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານ, ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ.

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍແຜນນະໂຍບາຍຍົກລະດັບກົນໄກຮ່ວມມືຂັ້ນສະພາແຫ່ງຊາດ 3 ປະເທດ ແລະ ຖືວ່າ, ໝາກຜົນນີ້ບໍ່ພຽງແຕ່ຊ່ວຍໃຫ້ການພົວພັນສອງຝ່າຍຂອງແຕ່ລະປະເທດດີງາມກ່ວາອີກ ຫາກຍັງເພີ່ມທະວີຊ່ອງທາງການຮ່ວມມືລັດຖະສະພາກ່ວາອີກ.

ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ

ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ

ປະຈຸບັນການລົງທຶນຂອງຫວຽດນາມ ຢູ່ລາວ ພວມຢູ່ໃນທ່າພັດທະນາ ແລະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ເຖິງວ່າດ້ານການຄ້າ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ.

ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ

ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຢູ່ເຂດຊາຍແດນ.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​

ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ

ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ

ໂດຍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025, ທ່ານ ແສງເພັດ ຮຸ່ງບຸນຢວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ໃຫ້ສໍາພາດກັບວາລະສານ ຍຸກສະໄໝ ເຊິ່ງໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສະແດງຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການຮັບປະກັນສິດທິມະນຸດໃນພາກພື້ນ ແລະ ສາກົນ.

ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວ ໃນດິນແດນຫວຽດ

ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວ ໃນດິນແດນຫວຽດ

ຍສໝ - ໃນ​ຊຸມ​ປີ​ຕໍ່​ສູ້​ກູ້​ຊາດ ຮ່​ວມ​ທຸກ​ຮ່​ວມ​ສຸກ, ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ການ​ປະ​ຕິ​ວັດ ລາວ, ມີ​ສະ​ຫາຍ​ການ​ນຳ​ຂັ້​ນ​ສູງຫຼາຍ​ທ່ານ, ຫຼາຍ​ເຫດ​ການທີ່​ຍິ່ງ​ໃຫຍ່​ແຫ່ງ​ຊາດ​ຂອງ​ລາວ ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ຈັດ​ຕັ້ງ…ໃນ​ອ້ອມ​ແຂນ​ແຫ່ງ​ໄມຕີ​ຈິດ​ມິດ​ໃຈ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ແລະ​ບັນດາບ່ອນນີ້​ໄດ້ກາຍເປັນ​ອະ​ນຸ​ສອນ​ສະ​ຖານ​ປະຫວັດສາດທີ່​ສັກ​ກະ​ລະ​ບູ​ຊາ​ອັນ​ດີ​ງາມ.

ແຂວງເທື່ອທຽນເຫວ້ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ​ແລະ ສົມທົບກັນຢ່າງແໜ້ນແຟ້ນກັບລາວ

ແຂວງເທື່ອທຽນເຫວ້ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ​ແລະ ສົມທົບກັນຢ່າງແໜ້ນແຟ້ນກັບລາວ

ຍສໝ - ທ່ານ ຫງວຽນວັນເຟືອງ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ສະແດງຊົມເຊີຍ ​ທ່ານ ສຸພັນ ຫາດາວເຮືອງ ມາຮັບໜ້າທີ່ໃໝ່; ພ້ອມທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ທ່ານ ສຸພັນ ຫາດາວເຮືອງ ​ຈະປະ​ຕິ​ບັດສຳ​ເລັດ​ໜ້າທີ່ໃນ​ອາຍຸການຂອງຕົນ.

ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5

ພິທີປິດຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ ລຸ້ນທີ 5

ຍສໝ - ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.

ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ

ໄຂຊຸດຝຶກອົບຮົມວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານຫ້ອງການໃຫ້ແກ່ພະນັກງານກອງທັບລາວ

ຍສໝ - ທ່ານ​ພົນ​ຈັດຕະວາ, ປອ ຫງວຽນ​ວັນຈິ໊ງ, ຮອງ​ຫົວ​ໜ້າ​ຫ້ອງ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ, ຫ້ອງວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເນັ້ນ​ໜັກ​ວ່າ: ຊຸດ​ຝຶກ​ອົບ​ຮົມ​ແນ​ໃສ່​​ຊ່ວຍໃຫ້​ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ກໍາແໜ້ນ​ຄວາມ​ຮູ້, ທັກສະ​ພື້ນ​ຖານ​ກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ.

ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”

ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”

ຍສໝ - ດ້ວຍບົດບາດເປັນນັກຊ່ຽວຊານການແພດທີ່ເຮັດວຽກຢູ່ໂຮງໝໍກອງທັບ 103 - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເປັນເວລາ 3 ເດືອນ, ຄະນະປະຕິບັດງານຂອງໂຮງໝໍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາ ເພື່ອນມິດລາວ, ເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ຢູ່ບ້ານເກີດເມືອງ ນອນດຽວກັນ.

ການພົບປະແລກປ່ຽນຊາວໜຸ່ມລະຫວ່າງແຂວງກວ໋າງບິ່ງ-ຄໍາມ່ວນ

ການພົບປະແລກປ່ຽນຊາວໜຸ່ມລະຫວ່າງແຂວງກວ໋າງບິ່ງ-ຄໍາມ່ວນ

ຫວ່າງແລ້ວນີ້, ທີ່ແຂວງກວ໋າງບິ່ງ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວ໋າງບິ່ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ຈັດຕັ້ງການພົບປະເຈລະຈາ ແລະລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022 – 2024.

ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022

ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022

ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ສື່ມວນຊົນລາວ ເຊີດຊູສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ-ລາວ

ສື່ມວນຊົນລາວ ເຊີດຊູສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ-ລາວ

ຍສໝ - ບົດຂຽນຊີ້ແຈ້ງວ່າ ນັບແຕ່ເມື່ອພັກກອມມູນິດອີນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1930 ໂດຍປະທານ ໂຮ່ຈີມິນ ກໍ່ຕັ້ງ, ສາຍຈິດມິດໃຈເພື່ອນຮ່ວມກົມກອງ, ອ້າຍນ້ອງ ລະຫວ່າງສອງປະເທດ ໃຫ້ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ.

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ຍສໝ - ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ ​ກັນ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນຫຼາຍ​ຝ່າຍ​; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຂອງ​ສອງ​ປະ​ເທດ, ພາກ​ພື້ນ, ​ສາກົນ ​ແລະ 2 ຄະນະກຳມະການ; ໜູນ​ຊ່ວຍ​ການ​ຝຶກ​ອົບຮົມ, ຍົກສູງລະດັບວິຊາສະເພາະ​ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ... ນີ້​ແມ່ນ​ບາງ​ເນື້ອ​ໃນ​ຂອງ​ທິດ​ທາງ​ການ​ຮ່ວມ​ມື​ ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສັນຕິພາບ ​ແລະ ​ສາມັກຄີ​ລາວ.

VUFO ຈະ​ພະຍາຍາມສົມທົບ​ກັບ​ ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ ​ໃນ​ວຽກງານການ​ທູດ​ປະຊາຊົນ​

VUFO ຈະ​ພະຍາຍາມສົມທົບ​ກັບ​ ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ ​ໃນ​ວຽກງານການ​ທູດ​ປະຊາຊົນ​

ຍສໝ - ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ VUFO ພ້ອມແລ້ວທີ່ຈະ​ແບ່ງປັນ​ປະສົບ​ການ​​ກິດຈະກໍາເຄື່ອນໄຫວ​ກັບ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ຍ​ສ​ໝ - ຈາກ​ດຽນ​ບຽນ​ຈົນ​ຮອດກອມ​ຕຸມ, ຫວຽດ​ນາມ ແລະ ລາວ​ມີ​ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ 10 ແຫ່ງ ລວມ​ມີ: ໄຕ​ຈາງ - ສົບ​ຮຸນ, ລ໊ອງ​ເຊິບ - ປາ​ຮ່າງ, ນາ​ແມວ - ນ້ຳ​ໂສຍ, ນ້ຳ​ກັ່ນ - ນ້ຳການ, ເກົ່າ​ແຈວ - ນ້ຳ​ພາວ, ຈາ​ລໍ່ - ນາ​ພາວ, ລາ​ໄລ - ລາ​ໄລ, ລາວ​ບາວ - ແດນ​ສະ​​ຫວັນ, ນາມ​ຢາງ - ດັ​ກ​ຕາ​ອອກ ແລະ ເບີ​ອີ - ພູເກືອ. ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​ຍັງ​ມີ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ, ປ່າ​ສະ​ຫງວນ​ແຫ່ງ​ຊາດ, ຖ້ຳ, ນ້ຳ​ຕົກ​ຕາດຫຼາຍ​ແຫ່ງ​ທີ່​ມີ​ທິ​ວ​ທັດ​ທຳ​ມະ​ຊາດ​ໃຫຍ່​ໂຕ​ມະ​ໂຫ​ຖານ.

ຮ່ວມມືກັນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດສອງຊາດ ລາວ-ຫວຽດນາມ

ຮ່ວມມືກັນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດສອງຊາດ ລາວ-ຫວຽດນາມ

ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນຍາວຢຽດແຕ່ເໜືອຕະຫຼອດໃຕ້ຂັ້ນກັນພຽງສາຍພູຫຼວງ, ສອງປະເທດມີມູນເຊື້ອມິດຕະພາບອັນດີງາມຕໍ່ກັນໄດ້ຄຽງບ່າຄຽງໄຫຼ່ຜ່ານເສັ້ນທາງແຫ່ງປະຫວັດສາດຂອງຕົນມາຢ່າງຊ້ານານ, ໂດຍສະເພາະເກືອບໜື່ງສະຕະວັດຜ່ານມາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຖືກຮັດແໜ້ນຍິ່ງໆຂຶ້ນດ້ວຍອຸດົມການ ແລະ ແນວທາງການປົກຄອງເດີນຕາມເສັ້ນທາງກ້າວສູ່ສັງຄົມນິຍົມອັນດຽວກັນ.