ການສົ່ງອອກນ້ຳມັນຂອງຫວຽດນາມໄປລາວເພີ່ມຂຶ້ນຢ່າງວ່ອງໄວ

16:40 | 09/02/2023

ຍສໝ - ໃນປີ 2022, ນ້ຳມັນ​ເຊື້ອ​ໄຟ​ແມ່ນ​ສິນຄ້າ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງ​​ແຮງ​ທີ່​ສຸດ (ຫຼາຍ​ກວ່າ 400%) ​ໃນ​ບັນດາ​ສິນຄ້າ​ຂອງ​ຫວຽດນາມ ທີ່​ສົ່ງ​ອອກ​ໄປ​ລາວ.

ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13%
ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ

ຕາມອົງການການຄ້າ​ຫວຽດນາມ​ປະຈຳ​ລາວ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ລາວ​ໃນ​ເດືອນ​ທັນວາ ​ປີ 2022 ບັນລຸໄດ້ 101 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 129% ​ເມື່ອ​ທຽບ​ໃສ່​ເດືອນ​ພະຈິກ, ​ໃນ​ນັ້ນ, ນ້ຳມັນ​ເຊື້ອ​ໄຟ ​ແມ່ນ​ສິນຄ້າ​ສົ່ງ​ອອກ​ທີ່​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ຢ່າງ​ກະທັນຫັນ ດ້ວຍ 721% ​ເມື່ອ​ທຽບ​ໃສ່​ເດືອນ​ພະຈິກ, ບັນລຸໄດ້ 60,1 ລ້ານ USD.

​ໃນ​ຕະຫຼອດ​ປີ 2022, ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ລາວ​ບັນລຸ 656,4 ລ້ານໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 10,4%. ໃນນັ້ນ, ນ້ຳມັນເຊື້ອໄຟທຸກປະເພດບັນລຸ 125,4 ລ້ານໂດ​ລາ​ສະຫະລັດ, ເພີ່ມຂຶ້ນ 439%; ຝຸ່ນ ໄດ້ບັນລຸ 32,5 ລ້ານໂດ​ລາ​ສະຫະລັດ, ເພີ່ມຂຶ້ນ 31,2%; ເຫຼັກກ້າບັນລຸ 60,1 ລ້ານໂດ​ລາ​ສະຫະລັດ, ຫຼຸດລົງ 15%...

ການສົ່ງອອກນ້ຳມັນຂອງຫວຽດນາມໄປລາວເພີ່ມຂຶ້ນຢ່າງວ່ອງໄວ
ການສົ່ງອອກນ້ຳມັນຂອງຫວຽດນາມໄປລາວເພີ່ມຂຶ້ນຢ່າງວ່ອງໄວ. (ພາບ: tapchivietlao)

ການສົ່ງອອກນ້ຳມັນໄປລາວ ເພີ່ມຂຶ້ນຢ່າງແຮງ ຍ້ອນຄວາມຕ້ອງການນໍາເຂົ້າຂອງປະເທດນີ້ເພີ່ມຂຶ້ນສູງ, ໃນຂະນະທີ່ ແຫຼ່ງນໍາເຂົ້າຈາກປະເທດອື່ນໆ ຍັງຈໍາກັດ. ສະ​ນັ້ນ, ​ໃນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ໜູນຊ່ວຍ​ດ້ານ​ການ​ຄ້າ, ຫວຽດນາມ ​ໄດ້​ເພີ່ມ​ທະວີ​ການ​ສະໜອງ​ໃຫ້​ແກ່​ລາວຢ່າງຕັ້ງໜ້າ.

ປັດຈຸບັນ ລາວ ແລະ ຫວຽດນາມ ມີ 10 ແຂວງຕິດກັບຊາຍແດນ, ມີ 8 ຄູ່ດ່ານຊາຍແດນສາກົນ, ດ່ານຊາຍແດນຫຼັກ 7 ຄູ່ດ່ານ ແລະ ດ່ານຊາຍແດນສຳຮອງ 18 ຄູ່ດ່ານ, ອໍານວຍຄວາມສະດວກໃຫ້ແກ່ການຄ້າພາກພື້ນ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ ເມື່ອ​ທຽບ​ໃສ່ກັບປະເທດອື່ນໆໃນອາຊີ ແລະ ໂລກ.

ການ​ຄ້າ​ສອງ​ປະ​ເທດ​ ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຫຼຸດ​ອັດຕາ​ພາສີ​ໃຫ້​ເປັນ 0% ສຳລັບ​ສິນຄ້າ​ສ່ວນ​ໃຫຍ່ ​ພາຍ​ໃຕ້​ສັນຍາ​ການ​ຄ້າ​ສິນຄ້າ​ອາ​ຊຽນ, ສັນຍາ​ການ​ຄ້າ​ສອງ​ຝ່າຍ ຫວຽດນາມ - ລາວ ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ​ຫວຽດນາມ - ລາວ.

​ໃນ 3 ປີຜ່ານມາ, ລາວ​ແມ່ນ​ປະ​ເທດ​ໜຶ່ງ ​ທີ່​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ຮັບ​ເລືອກ​ເພື່ອປູກຝັງ ​ແລະ ຜະລິດ​ ບັນດາຜະລິດ​ຕະພັນ​ກະສິກຳທີ່ມີ​ຄຸນ​ນະພາ​ບສູງ​ຫຼາຍ​ຢ່າງ. ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່​ລາວ ​ໄດ້​ສົ່ງ​ອອກ​ໄປ​ຈີນ​ ແລະ​ ອາ​ຊີ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.