ລາວ ສືບຕໍ່ນອນໃນບັນຊີລາຍຊື່ຂອງແຫຼ່ງທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ

08:37 | 01/02/2023

ຍສໝ - ສືບຕໍ່ການຄັດເລືອກຂອງຫຼາຍສື່ສິ່ງພິມໃນໂລກ, ເວັບໄຊ Traveller ຂອງອົດສະຕາລີ ຫາກໍ່ຈັດປະເທດລາ ເຂົ້າໃນບັນຊີລາຍຊື່ 10 ປະເທດໃນ 25 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດໃນປີ 2023.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ  ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ

ເວັບໄຊ Traveler ຂອງອົດສະຕາລີ ຫາກໍ່ຈັດປະເທດລາວ ເຂົ້າບັນຊີລາຍຊື່ 10 ປະເທດໃນ 25 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດໃນປີ 2023 ຂອງໂລກ.

ບົດຂຽນໃຫ້ຮູ້​ວ່າ ໃຜ​ທີ່​ເຄີຍ​ໄປ​ລາວ ກໍ່ລ້ວນແຕ່ຈະ​ຮູ້​ດີ​ເຖິງຈຸດທີ່ເປັນສະເໜ່​ຂອງ​ປະ​ເທດນີ້, ຈາກ​ຄວາມ​ສວຍ​ງາມ​ທາງ​ດ້ານ​ວັດທະນະທຳ​ຂອງ​​ຫຼວງ​ພະ​ບາງ ຈົນ​ເຖິງການ​ພະ​ຈົນ​ໄພຢູ່​ວັງ​ວຽງ ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ແຮງໄວໜຸ່ມ​ຂອງນະຄອນຫຼວງ​ວຽງ​ຈັນ.

ລາວ ສືບຕໍ່ນອນໃນບັນຊີລາຍຊື່ຂອງແຫຼ່ງທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ
ລາວ ສືບຕໍ່ນອນໃນບັນຊີລາຍຊື່ຂອງແຫຼ່ງທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດ. ພາບ: baoquocte.vn

ຄຽງຂ້າງນັ້ນ, ພວກເຂົາເຈົ້າຍັງມີປະສົບການມນການນັ່ງລົດຕຸກໆ, ຄັບແຄບທີ່ແລ່ນຢູ່ໃນເສັ້ນທາງທີ່ຄົດລ້ຽວ, ແຄບໆດ້ວຍເນີນພູອອ້ມຮອບຂອງປະເທດທີ່ບໍ່ມີທະເລນີ້.

ເຖິງຢ່າງໃດກໍ່ຕາມ, ທຸກສິ່ງທຸກຢ່າງໄດ້ປ່ຽນແປງເມື່ອປະເທດລາວ ເລີ່ມເປີດບໍລິການເສັ້ນທາງລົດໄຟ ບໍ່ເຕັນ-ວຽງຈັນ, ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບຊາຍແດນພາກເໜືອຂອງປະເທດນີ້ໃນທ້າຍປີ 2021.

ເສັ້ນທາງລົດໄຟນີ້ບໍ່ພຽງແຕ່ແລ່ນຜ່ານແຫຼ່ງທ່ອງທ່ຽວທີ່ໄດ້ຄວາມນິຍົມຂອງລາວ ຄື: ວັງວຽງ, ຫຼວງພະບາງ, ເມືອງໄຊ ເທົ່ານັ້ນ ແຕ່ຍັງເຮັດໃຫ້ເວລາເດີນທາງສັ້ນລົງ ແລະ ພ້ອມກັນນັ້ນ, ກໍ່ປ່ຽນແປງການເດີນທາງຂອງນັກທ່ອງທ່ຽວທີ່ຢາກໄປຄົ້ນຫາປະເທດລາວ.

ຕາມ​ຂ່າວສານ​ຈາກ​ປະເທດລາວ, ​ໂດຍບັນດາສື່ສິງພິມທີ່ມີຊື່ສຽງຄື​ CNN, National Geographic, Wanderlust ແລະ Fodor's ໄດ້ຈັດເຂົ້າບັນຊີລາຊື່ບັນດາສະຖານທີ່ແຖວໜ້າ, ລາວພວມ​ກາຍ​ເປັນປະເທດແຫ່ງການ​ທ່ອງ​ທ່ຽວ​​ໃນ​ປີ 2023 ຢ່າງ​ວ່ອງ​ໄວ.

ບົນ​ພື້ນຖານ​ນັ້ນ, ຫວ່າງ​ມໍ່ໆ​ມາ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຂອງ​ລາວ ກໍ່​ໄດ້​ວາງ​ຄາດໝາຍຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1,4 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້.

ບູນມີ

ເຫດການ
302 Found

Found

The document has moved here.