95% ຂອງຄົວເຮືອນໃນປະເທດລາວ ໄດ້ນຳໃຊ້ໄຟຟ້າຈາກຕາຂ່າຍໄຟຟ້າແຫ່ງຊາດ

10:52 | 21/02/2023

ຍສໝ - ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ສປປ.ລາວ ​ຈະ​ພັດທະນາ​ຂະແໜງການ​ພະລັງງານ ​ໃຫ້​ກາຍ​ເປັນ​ຂະແໜງການປາຍແຫຼມ, ປະກອບສ່ວນ​ເຂົ້າໃນ​ງົບປະມານ​ແຫ່ງ​ລັດ​ຢ່າງ​ຫຼວງ​ຫຼາຍ.

ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ
CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023 CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023
95% ຂອງຄົວເຮືອນໃນປະເທດລາວ ໄດ້ນຳໃຊ້ໄຟຟ້າຈາກຕາຂ່າຍໄຟຟ້າແຫ່ງຊາດ

95% ຂອງຄົວເຮືອນໃນປະເທດລາວ ໄດ້ນຳໃຊ້ໄຟຟ້າຈາກຕາຂ່າຍໄຟຟ້າແຫ່ງຊາດ. (ພາບປະກອບ)

ທ່ານ ດາວ​ວົງ ພອນ​ແກ້ວ - ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່​ ສປປ.ລາວ ກ່າວ​ວ່າ: ທົ່ວ​ປະ​ເທດ​ມີ​ໂຮງ​ໄຟຟ້າ 94 ​ແຫ່ງ ດ້ວຍ​ກຳລັງ​ການ​ຕິດ​ຕັ້ງ 11.661 ​MW, ຜະລິດ​ໄຟຟ້າ​ໄດ້ 58.813 GWh/ປີ.

ຮອດ​ທ້າຍ​ປີ 2022, ຂະ​ແໜງການ​ພະລັງງານ​ຂອງ​ປະ​ເທດລາວ​ ໄດ້​ປະກອບສ່ວນ​ເຂົ້າ​ງົບປະມານ​ແຫ່ງ​ລັດ 1.279 ຕື້​ກີບ (ປະມານ 1.782 ຕື້​ດົ່ງ), ກວມ 11,5% GDP.

ທ່ານ ດາວວົງ ພອນແກ້ວ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຂະ​ແໜງການພະລັງງານ ໄລຍະ 2021-2025 ກໍ່ຄືການເພີ່ມທະວີການກໍ່ສ້າງລະບົບຕາຂ່າຍໄຟຟ້າໃໝ່ ແລະ ສາຍສົ່ງໄຟຟ້າໄປຍັງເຂດຫ່າງໄກສອກຫຼີກ. ມາ​ຮອດ​ປະຈຸ​ບັນ, 95% ຈຳນວນ​ຄອບຄົວຄົນລາວ ​ໄດ້​ຊົມ​ໃຊ້​ໄຟຟ້າ​ຈາກ​ຕາ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 10% ​ເມື່ອ​ທຽບ​ໃສ່​ປີ 2021.

​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ລາວ​ ຈະ​ພັດທະນາ​ຂະ​ແໜງການ​ພະລັງງານ ​ໃຫ້​ກາຍ​ເປັນ​ຂະ​ແໜງການ​ປາຍແຫຼມ, ປະກອບສ່ວນ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ຢ່າງ​ຫຼວງ​ຫຼາຍ.

ສະ​ນັ້ນ, ປະ​ເທດ​ລາວ ໄດ້ຊຸກຍູ້​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ການ​ຜະລິດ​ພະລັງງານ, ພິ​ເສດ​ແມ່ນໃນໄລຍະ​ມໍ່ໆ​ມາ​ນີ້, ການ​ຜະລິດ​ພະລັງງານ ​ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ​ອາ​ຊຽນ ນຳອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.