ຂີດໝາຍກ່ຽວກັບນ້ຳໃຈທີ່ເປັນມູນເຊື້ອມິດຕະພາບແບບພິເສດສອງປະເທດ ຫວຽດນາມ-ລາວ

16:50 | 05/01/2023

ຍສໝ - ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດ ຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.

ຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍການພົວພັນຕ່າງປະເທດວາງອອກຢ່າງດີເລີດ, ສ້າງຫຼາຍຂີດໝາຍອັນດີງາມກັບເພື່ອນມິດສາກົນ ຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍການພົວພັນຕ່າງປະເທດວາງອອກຢ່າງດີເລີດ, ສ້າງຫຼາຍຂີດໝາຍອັນດີງາມກັບເພື່ອນມິດສາກົນ
ຂີດໝາຍສໍາຄັນ, ສ້າງບາດລ້ຽວໃຫຍ່ໃຫ້ວິວັດການຮ່ວມມືຫວຽດນາມ-ອີຢູ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອີຢູ ຂີດໝາຍສໍາຄັນ, ສ້າງບາດລ້ຽວໃຫຍ່ໃຫ້ວິວັດການຮ່ວມມືຫວຽດນາມ-ອີຢູ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອີຢູ

ປີ 2022 ແມ່ນປີທີ່ມີຄວາມໝາຍພິເສດຕໍ່ກັບການພົວພັນມິດຕະພາບ ຫວຽດນາມ-ລາວ, ແມ່ນປີທີ່ການນຳສອງພັກ, ສອງລັດ ໄດ້ເລືອກເຟັ້ນເປັນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ” ເພື່ອແນໃສ່ ສະເຫຼີມສະຫຼອງເຫດການ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (5/9/1962 - 5/9/2022) ແລະ 45 ປີ ແຫ່ງວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18/7/1977 - 18/7/2022).

ຂີດໝາຍກ່ຽວກັບນ້ຳໃຈທີ່ເປັນມູນເຊື້ອມິດຕະພາບແບບພິເສດສອງປະເທດ ຫວຽດນາມ-ລາວ
ລາຍການສະແດງສີລະປະຢູ່ລາຍການສີລະປະພິເສດ “ສາຍໃຈຫວຽດ-ລາວ”, ສະຫຼຸບການປະກວດ “ຊອກຮູ້ປະຫວັດສາດການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໂດຍຄະນະສຶກສາສູນກາງ ຈັດຕັ້ງ. ພາບ: Dangcongsan.vn

ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດ ຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022. ການປະກວດໄດ້ປະກອບສ່ວນໂຄສະນາຂໍ້ມູນ ຢ່າງກວ້າງຂວາງ, ແຜ່ຂະຫຍາຍເຖິງປະຊາຊົນທຸກຊັ້ນວັນນະພາຍໃນປະເທດ ແລະ ປະຊາຄົມຊາວຫວຽດນາມ ອາໄສຕ່າງປະເທດ, ເພື່ອນມິດສາກົນກ່ຽວກັບ ຄວາມໝາຍປະຫວັດສາດ, ຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນ ມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ.

ຂະບວນການຮ່ວມຊີວິດດ້ານການເມືອງຢ່າງກວ້າງຂວາງ

ພາຍຫຼັງດຳເນີນການປະກວດເປັນເວລາ 12 ອາທິດ, ລະບົບຂອງຄະນະຈັດ ຕັ້ງໄດ້ຮັບຮູ້ມີ 681.000 ເທື່ອຄົນເຂົ້າຮ່ວມ ດ້ວຍການເຂົ້າຮ່ວມປະກວດ 3,4 ລ້ານ ເທື່ອ, ໃນນັ້ນ ຜູ້ເຂົ້າຮ່ວມການປະກວດສັນຊາດລາວ ມີກວ່າ 2.000 ຄົນ ດ້ວຍການເຂົ້າຮ່ວມປະກວດເກືອບ 2.500 ເທື່ອ. ບັນດາແຂວງ, ນະຄອນນໍາ ໜ້າກ່ຽວກັບຈຳນວນຜູ້ເຂົ້າຮ່ວມປະກວດແມ່ນເງະອານ, ນະຄອນໂຮ່ຈີມິນ, ຮ່າຕິ້ງ, ຕ່ຽນຢາງ, ເກີ່ນເທີ, ຮ່ານາມ, ຫາຍຟ່ອງ, ດ່ານັ້ງ, ກວາງນິງ.

ສະຫຼຸບການປະກວດ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ບັນດາບຸກຄົນທີ່ຍາດ ໄດ້ລາງວັນບັນດາອາທິດ, ລວມມີລາງວັນທີໜຶ່ງ 12 ລາງວັນ, ລາງວັນທີສອງ 24 ລາງວັນ, ລາງວັນທີສາມ 60 ລາງວັນ. ຄະນະໂຄສະນາສຶກສາສູນກາງ ໄດ້ມອບໃບຍ້ອງຍໍໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍທີ່ມີຜົນງານດີເດັ່ນໃນວຽກງານ ຈັດຕັ້ງ, ຜັນຂະຫຍາຍການປະກວດ. ການປະກວດໄດ້ກາຍເປັນຂະບວນການ ຮ່ວມຊີວິດດ້ານການເມືອງຢ່າງກວ້າງຂວາງ, ພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນທຸກຊັ້ນວັນນະຂອງສອງປະເທດຫວຽດນາມ - ລາວ ແລະ ເພື່ອນມິດສາກົນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ສ້າງຂີດໝາຍກ່ຽວກັບ ນ້ຳໃຈທີ່ເປັນມູນເຊື້ອມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.

ຕາມສະຫາຍ ເລຫາຍບິ່ງ, ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະ ນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຈັດຕັ້ງການປະກວດແລ້ວ, ການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໄດ້ຈັດຕັ້ງຕາມຮູບການປະລະໄນທາງອອນລາຍຢູ່ໜັງ ສືພິມເອເລັກໂຕນິກກອມມູນິດຫວຽດນາມ ແລະ ສື່ສັງຄົມອອນລາຍ VCNet ໃນໄລຍະ 12 ອາທິດ, ເລີ່ມແຕ່ວັນທີ 13 ມີຖຸນາ ຫາວັນທີ 5 ກັນ ຍາ 2022.

ຂີດໝາຍກ່ຽວກັບນ້ຳໃຈທີ່ເປັນມູນເຊື້ອມິດຕະພາບແບບພິເສດສອງປະເທດ ຫວຽດນາມ-ລາວ
ນັກສຶກສາຫວຽດນາມ ແລະລາວ ເຂົ້າຮ່ວມການປະກວດທາງອອນລາຍ ຢູ່ພິທີ ປຸກລະດົມການປະກວດ ທີ່ໄດ້ດຳເນີນໃນເດືອນມີຖຸນາ 2022 ຢູ່ສະຖາບັນ ພົວພັນຕ່າງປະເທດ (ຮ່າໂນ້ຍ). ພາບ: Dangcongsan.vn

ເພື່ອຮັບປະກັນລັກສະນະນະໂຍບາຍ, ລັກສະນະລະບົບກໍ່ຄືຈຸດປະສົງຂອງລາຍ ການ, ຄະນະຈັດຕັ້ງການປະກວດໄດ້ກະກຽມຄຳຖາມ ແລະ ຄຳຕອບ 120 ປະໂຫຍກ, ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ. ລະອຽດ, ບັນດາຊຸດຄຳຖາມສຸມໃສ່ເຂົ້າບັນດາຫົວຂໍ້ຈຸດສຸມ ຄື: ການພົວພັນແບບພິເສດຫວຽດນາມ-ລາວ ຜ່ານບັນດາໄລຍະປະຫວັດສາດ; ບັນດາການນຳຂອງພັກ, ລັດຫວຽດນາມ-ລາວ ຜ່ານໄລຍະຕ່າງໆ; ບັນດາຜົນງານຮ່ວມມືໃນບັນດາຂົງເຂດ ເຊິ່ງສອງປະເທດບັນລຸໄດ້ໃນ ກິດຈະການສ້າງສັງຄົມນິຍົມ, ພັດທະນາປະເທດ ແລະ ໃນໄລຍະປະຈຸບັນ... ຄຽງຂ້າງກັນນັ້ນ, ການປະກວດ ກໍ່ແນະນຳຄວາມງາມທາງທຳມະຊາດ, ປະເທດຊາດ, ມະນຸດ; ມູນເຊື້ອວັດທະນະທຳ, ປະຫວັດສາດ; ບັນດາຜົນງານພັດທະນາ ເສດຖະກິດ-ສັງຄົມຂອງລາວ.

ເລື່ອງປະຊາຊົນສອງປະເທດຫວຽດນາມ-ລາວ ແລະ ເພື່ອນມິດສາກົນ ເຂົ້າຮ່ວມ ການປະກວດເປັນຈຳນວນຫຼວງຫຼາຍ ດ້ວຍການເຂົ້າຮ່ວມການປະກວດຫຼາຍ ລ້ານເທື່ອ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ນ້ຳໃຈອັນເລິກເຊິ່ງຕໍ່ກັບການ ພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິິເສດ ແລະ ການຮ່ວມມື ຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ. ນີ້ອາດຈະໄດ້ເອີ້ນວ່າ ຜົນສຳເລັດ ແລະ ກໍ່ແມ່ນການລະດົມສົ່ງເສີມພິເສດຕໍ່ກັບຄະນະຈັດຕັ້ງການປະກວດ, ພ້ອມທັງກໍ່ພິສູດໃຫ້ເຫັນການພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ເຖິງວ່າຜ່ານໄລຍະຕ່າງໆ ແລະ ການຜັນແປແນວໃດກໍ່ຕາມ ຍາມໃດກໍ່ “ຍິ່ງໃຫຍ່, ພິເສດ” ໃນມະໂນຈິດຂອງປະຊາຊົນສອງປະເທດ ແລະ ນັບມື້ນັບແຜ່ຂະ ຫຍາຍໃນຄວາມຮັບຮູ້ຂອງເພື່ອນມິດສາກົນ.

ຄວາມຫວັງສືບຕໍ່ເພີ່ມພູນຄູນສ້າງການພົວພັນຫວຽດນາມ-ລາວ

ການປະກວດໄດ້ພິສູດໃຫ້ເຫັນນ້ຳໃຈຂອງປະຊາຊົນສອງປະເທດສະຫງວນໃຫ້ ປະເທດເພື່ອນ, ພິເສດແມ່ນຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງຄົນ ຮຸ່ນໜຸ່ມຕໍ່ກັບປະຫວັດສາດ ແລະ ບັນດາບັນຫາໃຫຍ່ຂອງຊາດຕົນ ແລະ ກໍ່ສະ ແດງໃຫ້ເຫັນບັນດາຄວາມຫວັງຕໍ່ກັບການສືບຕໍ່ເພີ່ມພູນຄູນສ້າງຂອງການພົວ ພັນຫວຽດນາມ-ລາວ ໃນອະນາຄົດ. ຜູ້ເຂົ້າຮ່ວມການປະກວດແຕ່ລະຄົນ ມີຄວາມຮູ້ຄວາມເຂົ້າໃຈສະເພາະ, ບັນດາເລື່ອງລາວສະເພາະ ແລະ ນ້ຳໃຈສະເພາະຕໍ່ກັບ ສອງປະເທດ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ສະຫາຍ ຫງວຽນຈ້ອງເຫງ້ຍ ເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຢືນຢັນວ່າ ການປະ ກວດໄດ້ປະກອບສ່ວນສຳຄັນເຂົ້າໃນການສຶກສາມູນເຊື້ອປະຕິວັດ, ເຮັດໃຫ້ປະ ຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຢູ່ຫວຽດນາມ ແລະ ລາວ, ກໍ່ຄືປະຊາຄົມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍປະຫວັດສາດ, ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ, ລາວ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນພາລະກິດແຫ່ງການສ້າງສາສັງຄົມນິຍົມຢູ່ແຕ່ລະປະເທດ.

ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍ, ການແຜ່ຂະຫຍາຍຢ່າງຕັ້ງໜ້າຂອງ ການປະກວດ ແລະ ກິດຈະກຳຕ່າງໆ “ໃນປີິສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ສະຫາຍ ຫງວຽນຈ້ອງເຫງ້ຍ ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ, ວິສາ ຫະກິດສອງປະເທດ ມີຄວາມຕັດສິນໃຈສູງ, ດ້ວຍການກະທຳລະອຽດ ແລະ ແທດຈິງ, ຮ່ວມຈິດຮ່ວມໃຈນຳການພົວພັນຫວຽດນາມ-ລາວ ຂຶ້ນລະດັບສູງໃໝ່, ຜ່ານນັ້ນ, ກໍ່ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງສອງພັກ, ສອງລັດ ໃນເວທີສາກົນ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໂລກ.

ບູນມີ

ເຫດການ
302 Found

Found

The document has moved here.