ປກສ ແຂວງຄໍາມ່ວນ (ລາວ) ຢ້ຽມຢາມ, ອວຍພອນຕໍາຫຼວດແຂວງກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023

10:31 | 13/01/2023

ຍສໝ - ການນໍາຕໍາຫຼວດແຂວງກວາງບິ່ງ ແລະ ປກສ ແຂວງຄໍາມ່ວນ ໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບບາງຂໍ້ມູນທີ່ກ່ຽວຂ້ອງເຖິງສະພາບເສດຖະກິດ-ສັງຄົມ ຂອງ 2 ແຂວງ; ບາງໝາກຜົນທີ່ພົ້ນເດັ່ນຂອງກໍາລັງ ປສກ ແຂວງ​ຄຳ​ມ່ວນ ແລະຕໍາຫຼວດ ແຂວງກວາງ​ບິ່ງ ແລະວຽກງານສົມທົບກັນ, ຕໍ່ສູ້ຕ້ານອາດຊະຍະກໍາ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນ ຊາຍແດນຫວຽດນາມ-ລາວ.

ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ
ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ) ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ)

ວັນທີ 7 ມັງກອນ, ຄະນະຜູ້ແທນປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ, ລາວ ນໍາໂດຍພັນເອກ ທິບພະຈັນ ໂພໄຊ ຫົວໜ້າ ປກສ ແຂວງຄໍາມ່ວນ ໄດ້ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຕໍາຫຼວດແຂວງ ກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປີເຖາະ 2023.

ພັນເອກ ທິບພະຈັນ ໂພໄຊ ຫົວໜ້າ ປກສ ແຂວງຄໍາມ່ວນ ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບຕໍາຫຼວດແຂວງກວາງບິ່ງ.

ທີ່ການພົບປະ, ການນໍາຕໍາຫຼວດແຂວງກວາງບິ່ງ ແລະ ປກສ ແຂວງຄໍາມ່ວນ ໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບບາງຂໍ້ມູນທີ່ກ່ຽວຂ້ອງເຖິງສະພາບເສດຖະກິດ-ສັງຄົມ ຂອງ 2 ແຂວງ; ບາງໝາກຜົນທີ່ພົ້ນເດັ່ນຂອງກໍາລັງ ປສກ ແຂວງ​ຄຳ​ມ່ວນ ແລະ ຕໍາຫຼວດ ແຂວງກວາງ​ບິ່ງ ແລະ ວຽກງານສົມທົບກັນ, ຕໍ່ສູ້ຕ້ານອາດຊະຍະກໍາ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນ ຊາຍແດນຫວຽດນາມ-ລາວ.

ພ້ອມກັນນັ້ນ, ສອງຝ່າຍກໍເຫັນດີເປັນເອກະພາບ, ຕັດສິນໃຈປະຕິບັດຕາມບົດບັນທຶກຊ່ວຍຈໍາລະຫວ່າງ ປກສແຂວງຄໍາມ່ວນ ແລະ ຕໍາຫຼວດແຂວງກວາງບິ່ງ ໃນວຽກງານຮັບ​ປະ​ກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ມີປະສິດທິຜົນ, ພິເສດແມ່ນກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ, ຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສືບຕໍ່ຮັບປະກັນສິດ, ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ​ເມື່ອໄປມາ, ພົບປະແລກປ່ຽນຢູ່ເຂດຊາຍແດນ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ, ທ່ານພັນເອກ ທິບພະຈັນ ໂພໄຊ ໄດ້ອວຍພອນຄະນະພະນັກງານ, ນັກຮົບຕໍາຫຼວດແຂວງກວາງບິ່ງທຸກ​ຖ້ວນ​ໜ້າ ປີໃໝ່ 2023 ປະສົບຜົນສໍາເລັດ, ໂຊກດີ, ມີສຸຂະພາບແຂງແຮງ.

ສະຫາຍຫົວໜ້າຕໍາຫຼວດແຂວງກວາງບິ່ງ, ກໍ່ໄດ້ສົ່ງຄໍາອວຍພອນມາຍັງພະນັກງານ, ນັກຮົບ ປກສ ແຂວງຄໍາມ່ວນ, ລາວ ຈົ່ງ​ມີສຸຂະພາບ​ເຂັ້ມ​ແຂງ, ມີຄວາມຜາສຸກ, ບັນລຸໝາກຜົນທີ່ດີໃນໜ້າ​ທີ່ວຽກງານ ແລະ ອວຍພອນໃຫ້ສາຍພົວພັນທີ່ດີງາມລະຫວ່າງ 2 ແຂວງຄໍາມ່ວນ-ກວາງບິ່ງ, ກໍາລັງ ປກສ ແຂວງຄໍາມ່ວນ ແລະ ຕໍາຫຼວດແຂວງກວາງບິ່ງ ນັບມື້ນັບສະໜິດຕິດພັນ, ຮັດແໜ້ນກວ່າອີກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.