ເສີມສ້າງນ້ຳໃຈສາມັກຄີຫວຽດນາມ-ລາວ ລະຫວ່າງບ້ານຊັ໊ງຮັ່ງ ແລະບ້ານເກີນ

08:29 | 16/01/2023

ຍສໝ - ຫຼາຍປີມາແລ້ວ, ປະຊາຊົນຢູ່ບ້ານຊັັ໊ງຮັ່ງ, ຕາແສງອຽນເຄືອງ (ລາງແຈ້ງ) ແລະ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ປະ ເທດ ສປປ ລາວ) ໄດ້ຮັກສາການພົວພັນສາມັກຄີມິດຕະພາບ, ຊ່ວຍເຫຼືອກັນ ພ້ອມກັນພັດທະນາ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.

ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ
UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ
ເສີມສ້າງນ້ຳໃຈສາມັກຄີຫວຽດນາມ-ລາວ ລະຫວ່າງບ້ານຊັ໊ງຮັ່ງ ແລະບ້ານເກີນ

ກຳລັງທະຫານຊາຍແດນອຽນເຄືອງ ຢ້ຽມຢາມຖາມຂ່າວຄອບຄົວທ່ານ ວຽງພັນ ນາຍບ້ານ ບ້ານເກີນ. ພາບ: vhds.baothanhhoa.vn

ຊຸມວັນທ້າຍປີ, ພາຍໃຕ້ຄວາມໜາວຈັດຂອງລະດູໜາວ, ພວກຂ້າພະເຈົ້າ ມີໂອກາດໄປຢ້ຽມຢາມຖາມຂ່າວບ້ານຊັ໊ງຮັ່ງ, ໜຶ່ງໃນບັນດາບ້ານຢູ່ຫ່າງໄກສອກຫຼີກ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຂອງບ້ານຊາຍແດນອຽນເຄືອງ. ເຖິງວ່າຈະປະສົບກັບໄພທຳມະຊາດເປັນປະຈຳ, ແຕ່ວ່າພໍ່ແມ່ປະຊາຊົນຢູ່ທີ່ນີ້ ກໍ່ຍັງດຳລົງຊີວິດຢູ່ບ້ານ ແລະ ຟື້ນຟູຊີວິດຄືນໃໝ່. ພິເສດພໍ່ແມ່ປະຊາຊົນຢູ່ຊັ໊ງຮັ່ງ ມີການພົວພັນອັນດີງາມ ແລະ ສະໜິດຕິດພັນກັບປະຊາຊົນຢູ່ເຂດຊາຍແດນຂອງປະເທດເພື່ອນລາວ. ແລະເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຄວາມສາມັກຄີດັ່ງກ່າວ, ປີ 2013 ຕໍ່ການເປັນສັກຂີພິຍານຂອງອຳນາດການປົກຄອງ ແລະ ທະຫານຊາຍແດນອຽນເຄືອງ (ທະຫານຊາຍແດນແຂວງ), ບ້ານຊັ໊ງຮັ່ງ ໄດ້ເຊັນບົດບັນທຶກຄວາມຊ່ວຍຈຳວ່າດ້ວຍການແຮກສ່ຽວອ້າຍນ້ອງກັບ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້ (ປະເທດລາວ).

ນາຍບ້ານ ລໍ່ວັນຈິງ ໃຫ້ຮູ້ວ່າ: ບ້ານຊັ໊ງຮັ່ງ ມີ 113 ຄອບຄົວ ດ້ວຍຈໍານວນ 529 ຄົນ, ສ່ວນຫຼາຍແມ່ນຊາວເຜົ່າໄທ. ໂດຍບໍ່ມີທີ່ດິນທຳການຜະລິດ, ປະຊາຊົນພຽງແຕ່ເຮັດນາ, ລ້ຽງສັດເລັກນ້ອຍແບບກະແຈກກະຈາຍ, ເພາະສະນັ້ນ ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ອັດຕາສ່ວນຄອບຄົວທຸກຍາກຢູ່ລະດັບສູງ. ນັບແຕ່ພາຍຫຼັງພິທີແຮກສ່ຽວອ້າຍນ້ອງກັບບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ປະຊາຊົນສອງຟາກຊາຍແດນ ມີເງື່ອນໄຂສະໜິດຕິດພັນກັນກວ່າຜ່ານບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ແລກປ່ຽນສິນຄ້າ. ທຸກປີ, ທະຫານຊາຍແດນສອງຟາກກໍ່ໄດ້ແລກປ່ຽນບົດຮຽນການລາດຕະເວນ, ຄຸ້ມຄອງຄົນເຂົ້າ-ອອກເຂດຊາຍແດນ, ຜ່ານນັ້ນ ຄວາມໝັ້ນຄົງຢູ່ເຂດຊາຍແດນໄດ້ຮັບການຮັກສາຢ່າງໝັ້ນຄົງ.

ເສີມສ້າງນ້ຳໃຈສາມັກຄີຫວຽດນາມ-ລາວ ລະຫວ່າງບ້ານຊັ໊ງຮັ່ງ ແລະບ້ານເກີນ

ນັກຮົບຄ້າຍທະຫານຊາຍແດນອຽນເຄືອງ -ສ້ອມແປງເຄື່ອງຈັກຮັບໃຊ້ການຜະລິດກະສິກຳໃຫ້ປະຊາຊົນບ້ານເກີນ. ພາບ: vhds.baothanhhoa.vn

ຕາມທ່ານຈິງ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເກີນ ຂອງປະເທດເພື່ອນລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຫຼາຍປີແລ້ວທີ່ສອງຝ່າຍໄດ້ຊ່ວຍເຫຼືອກັນ. ມີບາງໄລຍະ, ປະຊາຊົນຂອງປະເທດເພື່ອນປະສົບໄພທຳມະຊາດ, ພໍ່ແມ່ປະຊາຊົນ ຊັ໊ງຮັ່ງ ກໍ່ກຽມພ້ອມຊ່ວຍປະຊາຊົນກໍ່ສ້າງເຮືອນຊານ, ໃຫ້ຄຳປຶກສາ, ຊ່ວຍເຫຼືອ ວັດຖຸອຸປະກອນໃນການຜະລິດ ແລະ ການແພດ. ໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ແຕ່ວ່າບ້ານຊັ໊ງຮັ່ງ ກໍ່ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນ, ຜ້າອັດປາກ, ນ້ຳຢາຂ້າເຊື້ອໃຫ້ປະຊາຊົນຢູ່ບ້ານເກີນ. ພ້ອມທັງສົມທົບກັບທະຫານຊາຍແດນ, ກຳລັງປະກອບອາວຸດສອງຝ່າຍ, ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ-19, ຈໍາກັດການເຂົ້າ-ອອກເມືອງແບບຜິດກົດໝາຍ. ແຕ່ລະປີ, ບ້ານຊັ໊ງຮັ່ງ ຍັງຊ່ວຍເຫຼືອບ້ານເກີນ, ກຸ່ມບ້ານໂພນໄຊ ດ້ວຍການມອບແນວພັນເຂົ້າ 50 kg, ປີ 2016 ບ້ານຊັ໊ງຮັ່ງ ຊ່ວຍຊີມັງ 20 ໂຕນໃຫ້ບ້ານເກີນ ເພື່ອກໍ່ສ້າງທາງ, ໜູນຊ່ວຍແນະນຳປະຊາຊົນບ້ານເກີນໃນການໝູນໃຊ້ ຄວາມກ້າວໜ້າວິທະຍາສາດເຕັກນິກໃນການຜະລິດກະສິກຳ 3 ເທື່ອ/ປີ.

ທ່ານ ວຽງພັນ ນາຍບ້ານເກີນ ໃຫ້ຮູ້ວ່າ ປະຈຸບັນບ້ານມີຈຳນວນ 28 ຄອບຄົວ ດ້ວຍ 142 ຄົນ. ເຖິງວ່າຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານຊັ໊ງຮັ່ງ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ວ່າໄດ້ຊ່ວຍເຫຼືອປະຊາຊົນພວກຂ້າພະເຈົ້າ ໃນຫຼາຍຂົງເຂດຢ່າງສຸດຈິດສຸດໃຈ, ຂ້າພະເຈົ້າປາດຖະໜາວ່າ ການພົວພັນແຮກສ່ຽວອ້າຍນ້ອງລະຫວ່າງບ້ານຊັ໊ງຮັ່ງ ແລະ ບ້ານເກີນ ບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່, ຄວາມສະໜິດຕິດພັນນ້ຳໃຈອັນຍາວນານລະຫວ່າງປະຊາຊົນສອງຟາກຊາຍແດນເທົ່ານັ້ນ, ຫາກຍັງຮັບປະກັນຄວາມໝັ້ນຄົງ, ຍົກສູງຄວາມຮັບຜິດຊອບຂອງປະຊາຊົນໃນການປົກປັກຮັກສາ, ສ້າງສາເຂດຊາຍແດນສັນຕິພາບ, ມິດຕະພາບນຳອີກ.

ເສີມສ້າງນ້ຳໃຈສາມັກຄີຫວຽດນາມ-ລາວ ລະຫວ່າງບ້ານຊັ໊ງຮັ່ງ ແລະບ້ານເກີນ

ມຸມໜຶ່ງຂອງບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ, ປະເທດ ລາວ. ພາບ: vhds.baothanhhoa.vn

ສະຫາຍພັນໂທ ຫງວຽນງອັກວັນ, ຫົວໜ້າປ້ອມທະຫານຊາຍແດນອຽນເຄືອງ ໃຫ້ຮູ້ວ່່າ: ອຽນເຄືອງ ມີເສັ້ນຊາຍແດນທີ່ມີລວງຍາວ 6,73 km ດ້ວຍ 3 ຫຼັກໝາຍ ຊາຍແດນ 348, 349 ແລະ 350 ຕິດຈອດກັບເມືອງຊໍາໃຕ້, ແຂວງຫົວພັນ. ຢູ່ເຂດຊາຍແດນມີ 1 ດ່ານທ້ອງຖິ່ນ ແລະ 2 ດ່ານປະເພນີ ໂດຍຄ້າຍທະຫານຊາຍແດນອຽນເຄືອງ ແລະ ກອງຮ້ອຍທະຫານຊາຍແດນ ບ້ານເກີນ, ກຸ່ມບ້ານໂພນໄຊ ຮັບຜິດຊອບ. ເຖິງວ່າພະຍາດໂຄວິດ-19 ຈະສົ່ງຜົນກະທົບຫຼາຍຢ່າງເຖິງວຽກງານພົວພັນຕ່າງປະເທດຊາຍແດນ ແຕ່ວ່າພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ຄ້າຍທະຫານຊາຍແດນອຽນເຄືອງ ກໍ່ໄດ້ເປັນເຈົ້າການ ແລະ ມີໄຫວພິບໃນການແລກປ່ຽນຂໍ້ມູນຂ່າວສານ, ພົບປະເຈລະຈາ, ລາດຕະເວນ ສອງຝ່າຍກັບກຳລັງປ້ອງກັນຊາຍແດນຂອງປະເທດລາວ. ນອກຈາກວຽກງານລາດຕະເວນຮ່ວມ, ສອງຝ່າຍໄດ້ຕິດຕໍ່ເພື່ອແລກປ່ຽນສະພາບການ, ຜ່ານນັ້ນກໍ່ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ ແລະ ພ້ອມກັນປະຕິບັດສຳເລັດໜ້າທີ່ປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ. ປະຊາຊົນສອງຝ່າຍຍາມໃດກໍ່ມີສະຕິໃນການປະຕິບັດຕາມສັນຍາຄຸ້ມຄອງ ຊາຍແດນ, ສົມທົບກັນເຮັດວຽກງານຄຸ້ມຄອງ, ປົກປັກຮັກສາ, ເພີ່ມທະວີການລາດຕະເວນ, ຄວບຄຸມ, ສະກັດກັ້ນບັນດາການເຄື່ອນໄຫວລະເມີດທີ່ກ່ຽວຂ້ອງເຖິງບັນຫາຊາຍແດນ. ຍ້ອນເຫດນັ້ນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນກໍ່ຍັງຢູ່ໃນສະພາບເດີມ, ບໍ່ພົບເຫັນການເຂົ້າ-ອອກເມືອງຜິດກົດໝາຍ, ຜ່ານນັ້ນ ກໍ່ຮັກສາໄດ້ຄວາມໝັ້ນຄົງຢູ່ເຂດຊາຍແດນ.

ເມື່ອຕີລາຄາກ່ຽວກັບການພົວພັນມິດຕະພາບອັນສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດທີ່ມີເສັ້ນຊາຍແດນຕິດຈອດກັນ, ສະຫາຍ ຫຼືດຶກຈູງ, ຮອງເລຂາຜູ້ປະຈຳການຄະນະພັກເມືອງລາງແຈ້ງ, ແບ່ງປັນວ່າ ພາຍຫຼັງແຮກສ່ຽວ, ນ້ຳໃຈອ້າຍນ້ອງ, ເຊື້ອຊາດຕະກູນ, ເພື່ອນມິດ ກໍ່ໄດ້ຮັດແໜ້ນລະຫວ່າງຄອບຄົວຢູ່ສອງຟາກຊາຍແດນຫຼາຍພັນຄອບຄົວ. ທຸກປີ, ເມືອງໄດ້ເປັນເສນາທິການ, ຊີ້ນຳຄະນະພັກ, ອຳນາດການປົກຄອງຕາແສງອຽນເຄືອງ, ສົມທົບກັບກຳລັງຊາຍແດນຮັກສາ ແລະ ປະຕິບັດວຽກງານພົວພັນຕ່າງປະເທດກັບປະເທດເພື່ອນລາວ, ຈັດຕັ້ງການພົບປະ, ແລກປ່ຽນສະພາບການ, ຊ່ວຍເຫຼືອກັນ; ຄືໄລຍະຜ່ານມາໄດ້ຊ່ວຍເຫຼືອ ຊີມັງ, ໂທລະພາບ ໃຫ້ແກ່ກອງຮ້ອຍທະຫານຊາຍແດນບ້ານເກີນ/ກອງຮ້ອຍທະຫານຊາຍແດນ 216... ທີ່ມີມູນຄ່າ 20 ລ້ານດົ່ງ; ໜູນຊ່ວຍດ້ານວັດຖຸອຸປະກອນ, ເຄື່ອງໃຊ້ຈຳເປັນຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄ ວິດ-19 ທີ່ມີມູນຄ່າ 10 ລ້ານດົ່ງໃຫ້ກຸ່ມບ້ານໂພນໄຊ. ໃນປີ 2022, ສາທາລະນະສຸກເມືອງລາງແຈ໊ງ ໂດ້ສົມທົບກັບຄ້າຍທະຫານຊາຍແດນອຽນເຄືອງ ຈັດຕັ້ງການກວດ, ປິ່ນປົວພະຍາດ ໃຫ້ປະຊາຊົນບ້ານເກີນ, ກຸ່ມບ້ານໂພນໄຊ ໂດຍບໍ່ເກັບຄ່າ...

ຜ່ານກິດຈະການແຮກສ່ຽວລະຫວ່າງບ້ານ-ບ້ານ ໄດ້ປະກອບສ່ວນປ້ອງກັນ, ຕ້ານການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ສົມລົດໂດຍບໍ່ມີການຈົດທະບຽນ, ບໍ່ຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນ ແລະ ລະເມີດກົດໝາຍ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ທາງສັງຄົມຢູ່ເຂດຊາຍແດນ; ພ້ອມທັງປະກອບສ່ວນປັບປຸງການພົວພັນທີ່ເປັນມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນ.

ບູນມີ

ເຫດການ
302 Found

Found

The document has moved here.