ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

07:00 | 07/02/2023

ຍ​ສ​ໝ - ລະ​ດູ​ບານ​ໃໝ່​ແມ່ນ​ສັນ​ຍາ​ລັກ​ຂອງ​ກຳ​ລັງ​ຊີ​ວິດ, ໄວ​ໜຸ່ມ ແລະ ສິ່ງ​ສວຍ​ງາ​ມ​ທີ່​ສຸດ. ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ປະ​ທານ​ໂຮ່​ຈີ​ມິນ ​ສ້າງ​ຕັ້ງ, ນຳ​ພາ ແລະ ຝືກ​ຝົນ​ຫຼໍ່ຫຼອມ ກໍ່​ໄດ້​ກຳ​ເນີດ​ໃນ​ຊຸມ​ວັນ​ທຳ​ອິດ​ຂອງ​ລະ​ດູ​ບານ​ໃໝ່. ກ່ອນ​ນີ້ 93 ປີ ວັນ​ທີ 3 ກຸມ​ພາ ​ປີ 1930, ຊົນ​ຊາດ ຫວຽດ​ນາມ ໄດ້​ສ້າງ​ເປັນ​ຂີດ​ໝາຍ​ດັງ​ກ້ອງ​ກັງ​ວານ ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ສື່ມວນ​ຊົນ ສ​ປ​ປ.ເກົາຫຼີ: ຍົກ​ສູງ​ການ​ພົວ​ພັນ​ມິ​ດ​ຕະ​ພາບ ສ​ປ​ປ.ເກົາຫຼີ - ຫວຽດ​ນາມ ສື່ມວນ​ຊົນ ສ​ປ​ປ.ເກົາຫຼີ: ຍົກ​ສູງ​ການ​ພົວ​ພັນ​ມິ​ດ​ຕະ​ພາບ ສ​ປ​ປ.ເກົາຫຼີ - ຫວຽດ​ນາມ
ໂທລະເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂທລະເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ໜັງສືພິມ ປະຊາຊົນ , ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ ສະບັບອອກວັນທີ 3 ກຸມພາ ໄດ້ລົງບົດຂຽນ ທີ່ມີຫົວຂໍ້ວ່າ “ບັນດາລະດູບານໃໝ່ທີ່ມີພັກນຳພາ”. ບົດຂຽນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ເມື່ອ​ລະ​ດູ​ບານ​ໃໝ່​ວຽນ​ມາ, ໃນ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ, ປະ​ຊາ​ຊົນ​ຫວຽດ​ນາມ ກໍ່ມີ​ຄວາມພູມໃຈ ສະແດງຄວາມ​ຊົມ​ເຊີຍ ວັນ​ສ້າງ​ຕັ້ງ​ພັກ​ກອມມ​ູ​ນິດ ຫວຽດນາມ ແລະ ປີໃໝ່ 2023 ກໍ່​ແມ່​ນ​ລະ​ດູ​ບານ​ໃໝ່ທີ 93 ຂອງ​ພັກ. ຜ່ານລະດູບານໃໝ່ໄດ້ 93ປີ (3/21930 – 3/2/2023), ພັກກອມມູນິດ ຫວຽດນາມ ໄດ້ນຳ​ພາ​ປະ​ຊາ​ຊົນ, ລຸກ​ຮື້​ຂຶ້ນຕໍ່ສູ້​ຕ້ານ​ສັດ​ຕູຜູ້​ຮຸກ​ຮານ, ຍາດ​ເອົາ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບຸນພູມສຸກມາໃຫ້ປະຊາຊົນໝົດທຸກຄົນ.

ລະ​ດູ​ບານ​ໃໝ່​ແມ່ນ​ສັນ​ຍາ​ລັກ​ຂອງ​ກຳ​ລັງ​ຊີ​ວິດ, ໄວ​ໜຸ່ມ ແລະ ສິ່ງ​ສວຍ​ງາ​ມ​ທີ່​ສຸດ. ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ປະ​ທານ​ໂຮ່​ຈີ​ມິນ ​ສ້າງ​ຕັ້ງ, ນຳ​ພາ ແລະ ຝືກ​ຝົນ​ຫຼໍ່ຫຼອມ ກໍ່​ໄດ້​ກຳ​ເນີດ​ໃນ​ຊຸມ​ວັນ​ທຳ​ອິດ​ຂອງ​ລະ​ດູ​ບານ​ໃໝ່. ກ່ອນ​ນີ້ 93 ປີ ວັນ​ທີ 3 ກຸມ​ພາ ​ປີ 1930, ຊົນ​ຊາດ ຫວຽດ​ນາມ ໄດ້​ສ້າງ​ເປັນ​ຂີດ​ໝາຍ​ດັງ​ກ້ອງ​ກັງ​ວານ ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ປີ 1945 ປະ​ສົບ​ຜົນ​ສຳ​ເລັດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໃບ​ໜ້າ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ, ແມ່ນ​ບາດ​ລ້ຽວ​ໃຫຍ່ ນຳ​ຊົນ​ຊາດ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ສະ​ໄໝ​ໃໝ່ - ສະ​ໄໝ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ສັງ​ຄົມ​ນິ​ຍົມ.

ໃນຕະຫຼອດໄລຍະ 93 ປີພາຍໃຕ້ການນຳພາຂອງ ພັກກອມມູນິດ ຫວຽດນາມ, ຫວຽດນາມ ຈາກປະເທດທີ່ທຸກຍາກ, ຫຼ້າຫຼັງ, ເປັນຫົວເມືອງຂຶ້ນ ກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ, ຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນຢູ່ເວທີສາກົນ.

ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນລຸໄດ້ຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຫຼາຍຢ່າງ. ຫວຽດນາມ ຍັງບໍ່ເຄີຍມີພາລະກິດຜົນງານທີ່ຍິ່ງໃຫຍ່, ຄວາມສາມາດບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.

ບົດ​ຂຽນ​ໄດ້​ສະຫຼຸບ​ວ່າ ລະ​ດູ​ບານ​ໃໝ່​ວຽນ​ມາ ໃນ​ທົ່ວ​ທຸກ​ແຫ່ງ​ໃນ​ປະ​ເທດ​ຫວຽດ​ນາ​ມ, ປະ​ຊາ​ຊົນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ພວມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ພວມ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈໃໝ່. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັ້ນ ໄດ້​ປັບ​ປຸງ​ໃນ​ທຸກ​ຂົງ​ເຂດ​ຂອງ​ປະ​ເທດ​ຊາດ. ໃນ​ບັນ​ຍາ​ກາດ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ພັກ, ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່, ປະ​ຊາ​ຊົນ​ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ປີ​ໃໝ່​ ໝັ້ນ​ໝາຍ​ຈະ​ບັນ​ລຸ​ໄດ້​ຜົນ​ງານ​ໃໝ່ຫຼາຍ​ຢ່າງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.