ຍສໝ - ບັນດາສະຖານທີ່ນັດພົບດຶງດູດແຂກທ່ອງທ່ຽວຂອງ ກ໋ວາງບິ່ງແມ່ນ ຖ້ຳ ຟອງຍາ, ຖ້ຳ ທຽນເດືອງ, ວັດ ຮວ່າງຟຸກ, ວິຫານພະແມ່ສັກສິດ ລຽວແຮ້ງ, ວັດ ດ້າຍຢາກ, ພູເທິ່ນດຽງ, ສະໜາມຫຼວງໂຮ່ຈີມິນ...
ຍສໝ - ນັບແຕ່ວັນທີ 31 ມັງກອນ 2022 ມາຮອດວັນທີ 7 ກຸມພາ 2022, ບັນດາບໍລິສັດການບິນຕ່າງປະເທດ ໄດ້ປະຕິບັດຖ້ຽວບິນປົກກະຕິ ແລະ ພິເສດ 36 ຖ້ຽວ, ໂດຍສານຜູ້ໂດຍສານ 2.055 ຄົນ ເຊິ່ງແມ່ນຊາວຫວຽດນາມ ກັບເມືອປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ ປີ 1930) ແລະ ຕ້ອນຮັບລະດູບານໃໝ່ປີຂານ 2022, ໂຮງໝໍກາງສະໜາມຂັ້ນ 2 ເລກ 3 (BVDC 2.3) ຂຶ້ນກັບກຳລັງເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ ໄດ້ສົມທົບກັບໜ່ວຍງານຕຳຫຼວດ ການາ FPU ຈັດຕັ້ງການໄປທຳການກຸສົນຄັ້ງທຳອິດໃນປີ 2022 ຢູ່ຄຸກສູນກາງ Bentiu (ຊູດັງໃຕ້).
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມທີ່ຝຣັ່ງ: ຢໍ່ຈືນຂອງຫວຽດນາມໄດ້ກາຍເປັນໜຶ່ງໃນປະເພດອາຫານທີ່ໄດ້ຄວາມນິຍົມຊົມຊອບທີ່ສຸດຂອງຄົນຝຣັ່ງ.
ຍສໝ - ຕອນເຊົ້າວັນທີ 8 ກຸມພາ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວຫວຽດນາມ, ໜັງສືພິມປະຊາຊົນໄດ້ສົມທົບກັນຈັດຕັ້ງການແລກປ່ຽນວຽກງານຍາມຕົ້ນລະດູບານໃໝ່ປີຂານຢູ່ຮ່າໂນ້ຍ.
ຍສໝ - ຕາມການສຳຫຼວດ Eurocham, 58% ຂອງບັນດາຜູ້ນຳວິສາຫະກິດເອີລົບ ຄາດຄະເນວ່າ: ເສດຖະກິດຫວຽດນາມ ຈະເຕີບໂຕໃນໄຕມາດທຳອິດຂອງປີ 2022, ແລະ 43% ຈຳນວນວິສາຫະກິດ ມີແຜນການເພີ່ມການລົງທຶນເຂົ້າຫວຽດນາມ.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025.
ສື່ມວນຊົນໃນພາກພື້ນ ອາຊີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ທີ່ເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະຍິງຮອບຊີງຊະນະເລີດ World Cup ຍິງ, ພ້ອມທັງຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງບັນດານັກກິລາບານເຕະ ຫວຽດນາມ.
ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນ ທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ.
ກອງທຶນປະຊາກອນ ສປຊ (UNFPA) ຫາກໍຮັບຮອງເອົາໂຄງການແຫ່ງຊາດໃໝ່ໃຫ້ແກ່ ຫວຽດນາມ, ໄລຍະ 2022 – 2026, ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ ໃນຄວາມມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030”.
ຂະແໜງພົວພັນຕ່າງປະເທດ ຫວຽດນາມ ປີ 2021 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຈຶ່ງບັນລຸໄດ້ບັນດາຂີດໝາຍສຳຄັນ ແລະ ໝາກຜົນທີ່ພົ້ນເດັ່ນ. ໂດຍເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍຍຸດທະສາດໃໝ່, ບົນພື້ນຖານຈາກກຳລັງຄວາມສາມາດ, ທີ່ຕັ້ງບົດບາດໃໝ່ຂອງປະເທດຊາດ ແລະ ຈາກການປ່ຽນແປງຂອງສະພາບການສາກົນ.
ຍສໝ - ໜ້າທີ່ຈຸດສຸມຂອງລະບົບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໃນປີ 2022 ແມ່ນຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ, ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ໜ້າທີ່ນີ້ຮຽກຮ້ອງໃຫ້ທົ່ວລະບົບ VUFO ມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບພາລະກຳຂອງການທູດປະຊາຊົນໃນສະພາບການໃໝ່, ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ເລິກເຊິ່ງກ່ຽວກັບຈິນຕະນາການ ກໍ່ຄືວິທີການເຄື່ອນໄຫວ…
ການສົ່ງອອກໃນເດືອນ ມັງກອນ 2022 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນນັ້ນ, ມີສິນຄ້າ 7 ປະເພດບັນລຸວົງເງິນການຄ້າສົ່ງອອກຫຼາຍກວ່າ 1 ຕື້ USD, ກວມເອົາ 63,3% ຍອດວົງເງິນສົ່ງອອກ.
ຍສໝ - ຫວນຄືນຄັ້ງທໍາອິດທີ່ຕ້ອນຮັບບຸນເຕັດຢູ່ຫວຽດນາມ ເມື່ອມາຮອດຮ່າໂນ້ຍ, ອ້າຍ Satyam Mishra ໄດ້ນຸ່ງຊຸດເສື້ອຍາວ ໄປງານລ້ຽງທ້າຍປີຢູ່ເຮືອນສາດສະດາຈານ ມະຫາວິທະຍາໄລ ແລະ ໄດ້ຮັບອັງເບົາຈາກສາດສະດາຈານ. ອ້າຍໄດ້ກິນອາຫານເຈທີ່ຈັບອົກຈັບໃຈຢູ່ທີ່ນີ້ ແລະ ທຸກຄົນໄດ້ແນະນຳໃຫ້ຮ້ານອາຫານເຈຫຼາຍແຫ່ງ ຢູ່ຮ່າໂນ້ຍ.
ຢູ່ນະຄອນໂຮ່ຈິມິນ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຫຼາຍຄົນໄດ້ຢູ່ເຮືອນພ້ອມກັບຄອບຄົວ ແລະ ສະແດງຄວາມປາດຖະໜາ ຢາກໃຫ້ໂລກລະບາດໂຄວິດ 19 ໄດ້ສິ້ນສຸດລົງໂດຍໄວ ເພື່ອໃຫ້ທຸກຄົນກັບຄືນສູ່ວຽກງານ, ການຮ່ຳຮຽນ ແລະ ທຳມາຫາກິນ.
ຍສໝ - ຕາມການຄົ້ນຄ້ວາ ຄາດຄະເນວ່າ ການທ່ອງທ່ຽວ ປີ 2022 ຂອງ Booking.com ສຳລັບຊາວຫວຽດນາມ ທີ່ມີແຜນການໄປປະຕິບັດງານ ຫຼື ການລະຫລິ້ນບັນເທິງໃນຮອບເວລາ 12 – 24 ເດືອນຈະມາເຖິງ, ມີຊາວຫວຽດນາມ ຂຶ້ນເຖິງ 76% ຢາກລົງພຶດຕິກຳການດຳລົງຊີວິດແບບໃໝ່, ມີ 70% ຢາກຊີມບັນດາເຍື່ອງອາຫານໃໝ່ ແລະ ແຕກຕ່າງກັນໃນການເດີນທາງໄປທ່ຽວຂອງເຂົາເຈົ້າ, ພາຍຫຼັງສະພາບການທ່ອງທ່ຽວມີຄວາມປອດໄພ.
ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020.
ຍສໝ - ເອື້ອຍ Patthida Bunchavalit (ເກີດປີ 1981 ມາຈາກປະເທດໄທ) ມາ ຫວຽດນາມ ເປັນນັກຄົ້ນຄວ້າ ແລະປ້ອງກັນບົດວິທະຍານິພົນປະລິນຍາເອກ ທີ່ ຄະນະພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ຮ່າໂນ້ຍ), ໃຫ້ຮູ້ວ່າ: ຍ້ອນພະຍາດໂຄວິດ-19, ປີ 2021, ເອື້ອຍໄດ້ຢູ່ຫວຽດນາມ ຕ້ອນຮັບບຸນເຕັດ ແລະ ມີຄວາມຊົງຈຳທີ່ດີງາມຫຼາຍຢ່າງ.
ຍສໝ - 4 ລຸ້ນຄົນຂອງຄອບຄົວເອື້ອຍເລືອງທິຈາງ (ອາຍຸ 29 ປີຢູ່ອຽນເທ໊, ບັກຢາງ) ຍັງຮັກສາໄດ້ມູນເຊື້ອເຮັດເຂົ້າໜົມແປ້ງຂາວ ຕ້ອນຮັບບຸນເຕັດປະຈຳຊາດຂອງທຸກປີ...
ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.