ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້

07:58 | 10/02/2022

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 92 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (ວັນ​ທີ 3 ກຸມ​ພາ ປີ 1930) ແລະ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ຂານ 2022, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 (BVDC 2.3) ຂຶ້ນ​ກັບ​ກຳ​ລັງ​ເຂົ້າ​ຮ່ວມ​ການ​​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ໜ່ວຍ​ງານ​ຕຳຫຼວດ ກາ​ນາ FPU ຈັດ​ຕັ້ງ​ການ​ໄປ​ທຳ​ການ​ກຸ​ສົນ​ຄັ້ງ​ທ​ຳ​ອິດ​ໃນ​ປີ 2022 ຢູ່​ຄຸກ​ສູນ​ກາງ Bentiu (ຊູ​ດັງ​ໃຕ້).

ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ
ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ
ແຜ່​ຂະ​ຫຍາຍ​ຈິດ​ໃຈ​ທຳ​ການ​ກຸ​ສົນ​ຂອງ ທ່ານ​ໝໍ​ທະ​ຫານ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້
ພາບ​ປະ​ກອບ: TTXVN

ຄຸກ​ສູນ​ກາງ Bentiu ແມ່ນ​ຄຸກ​ໃຫຍ່​ທີ່​ສຸດ​ຂອງ​ລັດ Unity, ປັດ​ຈຸ​ບັນ​ໄດ້​ຄຸ້ມ​ຄອງ​ນັກ​ໂທດ​ກ່​ວາ 120 ຄົນ. ຍ້ອນ​ພື້ນ​ຖານວັດຖຸ​ຂາດ​ເຂີນດ້ານສະ​ບຽງ​ອາ​ຫານ, ທັນ​ຍະ​ຫານ, ຢຸກ​ຢາ, ການ​ເບິ່ງ​ແຍງ​ທາງ​ການ​ແພດ… ດັ່ງ​ນັ້ນ ອຳ​ນາດ​ການ​ປົກ​ຄອງ​ປະ​ຈຳ​ຖິ່ນ​ຍາກ​ທີ່​ຈະ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ນັກ​ໂທດຊູ​ດັງ​ໃຕ້​ໄດ້​.

ໃນ​ສະ​ພາບ​ການ​ປະ​ເທດນີ້​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຈາກ​ໄພ​ນ້ຳ​ຖ້ວມຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ໄລ​ຍະ 60 ປີ​ຜ່ານ​ມາ ເຊິ່ງ​ແກ່​ຍາວ​ແຕ່​ເດືອນ​ພຶດ​ສະ​ພາ​ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ທັນຫຼຸດ​ລົງ. ບັນ​ດາ​ນັກ​ໂທດ​ເປັນ​ພະ​ຍາດ ບໍ່​ມີ​ຢຸກ​ຢາ​ປິ່ນ​ປົວ​ຢ່າງ​ພຽງ​ພໍ, ນັບ​ທັງ​ຂາດ​ແຄນ​ສະ​ບຽງ​ອາ​ຫານ. ຄະ​ນະ​ອຳ​ນວຍ​ການ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 ໄດ້​ເລືອກ​ເອົາ​ນີ້​ແມ່ນ​ສະ​ຖານ​ທີ່​ທຳ​ອິດ​ປະ​ຕິ​ບັດ​ໂຄງ​ການ​ທຳ​ການ​ກຸ​ສົນ​ໃນ​ປີ 2022, ທັງ​ສະ​ແດງ​ຄວາມ​ເປັນ​ມິດ, ນ້ຳ​ໃຈ​ຄວາມ​ຮັ​ກ​ແພງ​ຂອງ ຊາດ​ຫວຽດ​ນາມ ກໍ່​ຄື​ແຜ່​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ໄປ​ຍັງ​ປະ​ຊາຊົນ​ທ້ອງ​ຖິ່ນ.

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢຶ້​ຢາມ​ຖາມ​ຂ່າວ, ມອບ​ສະ​ບຽງ​ອາ​ຫານ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ຄື: ປຶ້ມ​ຂຽນ, ບິກ, ເຂົ້າ, ນ້ຳນົມ, ບານ​ເຕະ… ບັນ​ດາ​ທ່ານ​ໝໍ​ຂອງ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 ຍັງ​ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ, ໃຫ້​ຄຳ​ປຶກ​ສາ, ມອບ​ຢຸກ​ຢາ ແລະ ເຄື່ອງ​ມື​ການ​ແພດ​ໃຫ້​ແກ່​ພະ​ນັກ​ງານປະຈຳ​ຄຸກ ແລະ ບັນ​ດາ​ອາດ​ຊະ​ຍາ​ກຳ.

ທ່ານ​ພັນ​ໂທ ຈິງ​ມີ​ຮ່​ວາ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 ໃຫ້​ຮູ້​ວ່າ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາຢ​າກ​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ໜ່ວຍ​ງານ​ໃນ​ຄະ​ນະ​ປະ​ຕິ​ບັດ​ງານ UNMISS ຮ່ວມ​ແຮງ​ຮ່ວມ​ໃຈ, ປະ​ກອບ​ເຫື່ອ​ແຮງປັບປຸງ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ໃນ​ຄຸກ​ສູນ​ກາງ Bentiu, ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ເຖິງວ່າ​ຈະແມ່ນ ນັກ​ໂທດກໍຕາມ.

ທ່ານ​ພົນ​ຈັດ​ຕະ​ວາ Yuanis Yarch, ຜູ້​ອຳ​ນວຍ​ການ​ຄຸກ​ສູນ​ກາງ Bentiu ໃຫ້​ຮູ້​ວ່າ: ບັນ​ດາ​ນັກ​ໂທດນີ້ ກໍ່​ມີ​ສິດ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ທາງ​ການ​ແພດ. ຫວັງ​ວ່າ ພວກ​ເພື່ອນ​ຈະ​ສືບ​ຕໍ່​ມາ​ຢ້ຽມ​ຢາມ​ເຂົາ​ເຈົ້າ​ເປັນ​ປະ​ຈຳ ແລະ ນຳມາເຊິ່ງ​ສານທີ່​ວ່າ ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ສາ​ກົນ. ນີ້​ແມ່ນ​ຢຸກ​ຢາ​ດ້ານ​ຈິດ​ໃຈ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ.

ສຳ​ລັບ​ທ່ານ​ຮ້ອຍ​ໂທ ນາງ ຫງວຽນ​ທິ​ທຸຍ​ຢຸງ, ພະ​ແນກ​ການ​ຢາ - ອຸ​ປະ​ກອນ​ຂອງ​ໂຮງ​ໝໍ​ຂັ້ນ 2 ເລກ 3 ​ແລ້ວ, ແທນ​ທີ່​ຈະ​ໄປທ່​ຽວລະ​ດູ​ບານ​ໃໝ່​ພ້ອມ​ກັບ​ຄອບ​ຄົວ, ແຕ່ປີນີ້ ລາວ ໄດ້​ພ້ອມ​ກັບ​ຄູ່​ຮ່ວມ​ງານໄດ້​ມີ​ການ​ໄປ​ທ່ຽວ​ລະ​ດູ​ບານ​ໃໝ່ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ພິ​ເສດ. ນາງ​ ເຢືອງ ​ແບ່ງ​ປັນ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ແຈກ​ຢາຍ​ຢຸກ​ຢາ ແລະ ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ພະ​ນັກ​ງານ ແລະ ນັກ​ໂທດ. ໂດຍ​ສັງ​ເກດ​ໄດ້​ສະ​ພາບ​ການ​ເຮືອນ​ຊານ ແລະ ທິວ​ທັດ​ທີ່​ເປ່​ເພ​ບົນ​ຖະ​ໜົນ​ຫົນ​ທາງ ພ້ອມ​ກັບ​ເຂດ​ລີ້​ໄພ​ໃໝ່ ຍ້ອນ​ການຖືກ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ​ຈາກ​ນ້ຳ​ຖ້ວມ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕ້ອງ​ປະ​ກອບ​ເຫື່ອ​ແຮງ​ຂອງ​ຕົນຫຼາຍ​ກ່​ວາ​ອີກ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຊູ​ດັງ​ໃຕ້ ໃນ​ໄລ​ຍະ​ທີ່​ຍັງ​ເຫຼືອ​ຂອງ​ອາ​ຍຸ​ການນີ້”.

ທ່ານ Khalid Mohammed Mohammed Sanad Leila, ຫົວ​ໜ້າ​ກຸ່ມ​ໃຫ້​ຄຳ​ປຶກ​ສາຂໍ້​ກຳ​ນົດ​ກົດ​ໝາຍ ຂຶ້ນ​ກັບ​ຫ້ອງ​ການ​ພາກສະໜາມ Bentiu, UNMISS, ກໍ່​ແມ່ນ​ຜູ້​ປະ​ສານ​ງານຫຼັກ​ແຫຼ່ງ​ຂອງ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້ ກໍ່​ສະ​ແດງ​ຄວາມຕຶ້ມ​ຕັ​ນ​ໃຈຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງ ຫວຽດ​ນາມ: “ດີຫຼາຍ ເມື່ອ​ບັນ​ດາ​ຄົນ​ເຈັບ​ໄດ້​ຮັບ​ການ​ກວດ​ສຸ​ຂະ​ພາບ, ແຈກ​ຢາຍ​ຢຸກຢາ ແລະ ກໍ່​ຄື​ການ​ບໍ​ລິ​ຈາກ​ສະ​ບຽງ​ອາ​ຫານ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ.”

ໃນ 10 ເດືອນ​ເຄື່ອນ​ໄຫວ​ຢູ່ Bentiu, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 ຂອງ ຫວຽດ​ນາມ ໄດ້​ຈັດ​ຕັ້ງຫຼາຍກ​ານ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ຄື: ມອບ​ຢຸກ​ຢາ ແລະ ເຄື່ອງ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ໂຮງ​ໝໍ​ລັດ Bentiu, ມອບ​ຊຸດກວດ​ໂລກ HIV/AIDS ແບບໄວ, ກວດ​ປິ່ນ​ປົວ​ ແລະ ໃຫ້​ຄຳ​ປຶກ​ສາ, ສຶກ​ສາ​ວິ​ທີ​ການ​ຕ້ານ​ໂລກ HIV/AIDS. ເດືອນ​ມັງ​ກອນ ປີ 2022, ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 3 ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໜູນ​ຊ່ວຍ​ການ​ຜ່າ​ຕັດ​ສຸກ​ເສີນ​ໃຫ້​ແກ່​ໂຮງ​ໝໍ​ທ່ານ​ໝໍບໍ່​ມີ​ພົມ​ແດນ MSF, ໃນ​ບັ້ນ​ປະ​ຕິ​ບັດ​ງານ 10 ວັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.